ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກອງປະຊຸມວ່າດ້ວຍ ດິນຟ້າອາກາດ ດໍາເນີນໄປ ຈົນກາຍເວລາ


ພວກຜູ້ຕາງໜ້າຍັງສືບຕໍ່ອະພິປາຍກັນຈົນຮອດຕອນກາງຄືນຂອງແລງວັນສຸກ ທີ່ກອງປະຊຸມສະຫະປະຊາຊາດວ່າ
ດ້ວຍການປ່ຽນແປງຂອງດິນຟ້າອາກາດທີ່ນະຄອນ Durban ອາຟຣິກາໃຕ້ (9 ທັນວາ 2011)
ພວກຜູ້ຕາງໜ້າຍັງສືບຕໍ່ອະພິປາຍກັນຈົນຮອດຕອນກາງຄືນຂອງແລງວັນສຸກ ທີ່ກອງປະຊຸມສະຫະປະຊາຊາດວ່າ ດ້ວຍການປ່ຽນແປງຂອງດິນຟ້າອາກາດທີ່ນະຄອນ Durban ອາຟຣິກາໃຕ້ (9 ທັນວາ 2011)

ພວກຜູ້ຕາງໜ້າຈາກເກືອບ 200 ປະເທດຍັງສືບຕໍ່ດຳເນີນງານໃນວັນເສົາມື້ນີ້ທີ່ກອງ
ປະຊຸມວ່າດ້ວຍສະພາບດິນຟ້າອາກາດ ທີ່ອາຟຣິກາໃຕ້ເພື່ອພະຍາຍາມຫາທາງໃຫ້ມີ
ການບັນລຸການຕົກລົງກັນກ່ຽວກັບວ່າຈະຮັບມືກັບສະພາບອາກາດຮ້ອນເອົາຂອງໂລກ
ແບບໃດ.

ພວກຜູ້ຕາງໜ້າໄດ້ປະຊຸມກັນຈົນຮອດຕອນກາງຄືນກາຍໝາຍກຳນົດສິ້ນສຸດກອງປະຊຸມ
ເປັນເວລາ 2 ອາທິດ ກ່ຽວກັບສົນທິສັນຍາສະຫະປະຊາຊາດວ່າດ້ວຍຂອບການປ່ຽນແປງ
ຂອງດິນຟ້າອາກາດທີ່ເມືອງ Durban ໃນວັນມື້ວັນສຸກວານນີ້.

ພວກທີ່ເຂົ້າຮ່ວມການເຈລະຈາມີຄວາມວິຕົກກັງວົນຢ້ານວ່າພວກເຂົາເຈົ້າຈະບໍ່ມີເວລາພຽງ
ພໍເພື່ອກຳນົດຂອບເຂດ ນຳເອົາຄວາມເປັນຫ່ວງທັງໝົດ ບັນຈຸເຂົ້າໃນຂໍ້ສະເໜີຂອງສະຫະ
ພາບຢູໂຣບ ເພື່ອເຮັດສົນທິສັນຍາທີ່ມີຜົນບັງຄັບ ສຳລັບຮັບມືກັບສະພາບດິນຟ້າອາກາດ
ຮ້ອນເອົ້າ. ພວກນັກສັງເກດການເວົ້າວ່າບັນດາປະເທດທີ່ສ້າງຄວາມເປື້ອນເປິະລາຍໃຫຍ່ໆ
ຮວມທັງສະຫະລັດ ຈີນ ແລະອິນເດຍ ຍັງບໍ່ທັນຕົກລົງເຫັນພ້ອມກ່ຽວກັບຂໍ້ສະເໜີດັ່ງກ່າວ
ນີ້ເທື່ອ.

ໃນມື້ວັນພະຫັດຜ່ານມານີ້ ສະຫະພາບຢູໂຣບໄດ້ຮັບການສະໜັບສະໜຸນທີ່ສຳຄັນຈາກກຸ່ມ
ພັນທະມິດຂອງບັນດາປະເທດທີ່ທຸກຍາກທີ່ສຸດໃນໂລກແລະເກາະດອນນ້ອຍໆຕ່າງໆ. ສະ ຫະພາບຢູໂຣບສະແດງໃຫ້ເຫັນວ່າ ພວກທີ່ສ້າງຄວາມເປື້ອນເປິະໃຫຍ່ໆຂອງໂລກໄດ້ເຮັດ ໃຫ້ຂັ້ນຕອນໃນການເຈລະຈາຊັກຊ້າລົງ.

ແຜນການຂອງສະຫະພາບຢູໂຣບໄດ້ເປົ້າໝາຍໃສ່ປີ 2015 ເພື່ອໃຫ້ບັນລຸການຕົກລົງກັນ ທີ່ຈະບັງຄັບໃຫ້ທຸກໆປະເທດໃນໂລກ ປະຕິບັດພັນທະຕາມກົດໝາຍ ເພື່ອແກ້ໄຂບັນຫາ ແກັສເຮືອນແກ້ວທີ່ພາໃຫ້ໂລກຮ້ອນເອົ້າ. ສະຫະພາບຢູໂຣບກ່າວວ່າຕົນຈະບໍ່ຕໍ່ອາຍຸການ ໃຫ້ຄຳໝັ້ນສັນຍາທີ່ຈະຫຼຸດຜ່ອນການປ່ອຍແກັສເຮືອນແກ້ວຂອງຕົນ ພາຍໃຕ້ສົນທິສັນຍາ
ກຽວໂຕນອກຈາກວ່າທຸກໆປະເທດ ມີຄວາມໝັ້ນໝາຍ ທີ່ຈະຄວບຄຸມການປ່ອຍແກັສດັ່ງ
ກ່າວຂອງຕົນ.

ສະຫະລັດ ກ່ອນໜ້ານີ້ກ່າວວ່າ ຕົນຈະໃຫ້ຄຳໝັ້ນສັນຍາກ່ຽວກັບການຕັດການປ່ອຍແກັສ
ເຮືອນແກ້ວກໍຕໍ່ເມື່ອບັນດາປະເທດທີ່ປ່ອຍແກັສລາຍໃຫຍ່ໆທັງໝົດໃຫ້ຄຳໝັ້ນໝາຍແບບ
ດຽວກັນ. ຈີນແລະອິນເດຍຕ່າງກໍກ່າວວ່າ ລະດັບການຕັດການປ່ອຍແກັສຂອງຕົນ ຄວນ ຈະໜ້ອຍກວ່າປະເທດທີ່ຈະເລີນແລ້ວ. ບໍ່ມີປະເທດໃດໃນຈຳນວນ 3 ປະເທດດັ່ງກ່າວມີ
ຂໍ້ຜູກມັດພາຍໃຕ້ສົນທິສັນຍາກຽວໂຕ.

XS
SM
MD
LG