ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສະພາບອາກາດປ່ຽນແປງ ບັງຄັບໃຫ້ມີຂໍ້ມູນ ການກະເສດ ທີ່ດີກວ່າເກົ່າ


ເດັກນ້ອຍຄົນໜຶ່ງໃນແຂວງ Kampot, ປະເທດ ກຳປູເຈຍ ຊ່ວຍເຫຼືອຄອບຄົວຂອງລາວຢູ່ທົ່ງນາ. 10 ສິງຫາ, 2016.
ເດັກນ້ອຍຄົນໜຶ່ງໃນແຂວງ Kampot, ປະເທດ ກຳປູເຈຍ ຊ່ວຍເຫຼືອຄອບຄົວຂອງລາວຢູ່ທົ່ງນາ. 10 ສິງຫາ, 2016.

ບັນດາຜູ້ຊ່ຽວຊານກ່າວວ່າ ສະພາບອາກາດປ່ຽນແປງ ແລະ ຄວາມກົດດັນ​ເພື່ອ​ໃຫ້​ມີການ ປັບຕົວດ້ານການກະເສດ ແມ່ນການເພີ່ມພາວະສຸກເສີນຄັ້ງໃໝ່, ສຳລັບຂໍ້ມູນທີ່ແນ່ນອນ ຖ່າມກາງການປ່ຽນແປງຢ່າງວ່ອງໄວຂອງທີ່ດິນການກະເສດ.

ບັນດານັກສະຖິຕິ ແລະ ນັກວິເຄາະກ່າວວ່າ ບັນຫາດັ່ງກ່າວທີ່ຢູ່ອ້ອມລ້ອມສະພາບອາ ກາດປ່ຽນແປງ ​ແມ່ນຖືກເພີ່ມໃສ່ສິ່ງທ້າທາຍຕ່າງໆທີ່ກໍ່ໃຫ້ເກີດຄວາມອັນຕະລາຍໂດຍ ຄວາມປອດໄພຂອງອາຫານ, ຄວາມທຸກຍາກ, ການຂາດອາຫານ ແລະ ການພັດທະນາ ແບບຍືນຍົງ.

ການປະຕິບັດງານໃນທົ່ວໂລກແມ່ນກຳລັງດຳເນີນຢູ່, ນຳໜ້າໂດຍອົງການອາຫານ ແລະ ການກະເສດ ສະຫະປະຊາຊາດ ຫຼື FAO, ເພື່ອກະກຽມພາກພື້ນຕ່າງໆສຳລັບໂຄງການ ໂລກສຳລັບການສຳຫຼວດເພື່ອການສະເສດ ຫຼື WACA ປີ 2020.

ບັນດາເຈົ້າໜ້າທີ່ ແລະ ນັກສະຖິຕິຈາກ 21 ປະເທດໄດ້ພົບປະກັນທີ່ ບາງກອກ ໃນສັບປະ ດານີ້ ​ໃນຖານະ​ທີ່​ເປັນ​ສ່ວນໜຶ່ງຂອງບາດກ້າວຕ່າງໆ ກ່ອນການສຳຫຼວດທົ່ວໂລກ​ໃນປີ 2020.

ການສຳຫຼວດທົ່ວໂລກກໍຍັງຈະປະເມີນດ້ານການກະເສດໃຕ້ນ້ຳ ແລະ ການຈັບປາ ແລະ ການສຳຫຼວດຜົນກະທົບຕ່າງໆຂອງແກ໊ສເຮືອນ​ແກ້ວ ແລະ ການປ່ອຍ​ແກັສແອັມໂມເນຍ ໃນກິດຈະກຳການກະເສດຕ່າງໆ.

ຊາວນາ ໄທ ແລະ ແຮງງານຕ່າງດ້າວຊາວ ມຽນມາ ເຮັດວຽກໃນທົ່ງນາໃກ້ກັບເມືອງ ແມ່ສອດ ຂອງ ໄທ, ເຊິ່ງມີຊາຍແດນຕິດກັບ ມຽນມາ.
ຊາວນາ ໄທ ແລະ ແຮງງານຕ່າງດ້າວຊາວ ມຽນມາ ເຮັດວຽກໃນທົ່ງນາໃກ້ກັບເມືອງ ແມ່ສອດ ຂອງ ໄທ, ເຊິ່ງມີຊາຍແດນຕິດກັບ ມຽນມາ.

ທ່ານ Mukesh Srivastava ນັກສະຖິຕິອາວຸໂສຂອງອົງການ FAO ໄດ້ກ່າວວ່າ ສ່ວນສຳ ຄັນທີ່ສຸດສຳລັບຜູ້ຮ່າງນະໂຍບາຍໃນດ້ານກະເສດ ແລະ ການພັດທະນາ, ແມ່ນຂຶ້ນຢູ່ກັບ ຕົວເລກ.

“ທ່ານ Srivastava ໄດ້ກ່າວວ່າ “ສະຖະຕິທີ່ພວກເຮົາເພີ່ມພູນຂຶ້ນຜ່ານການປະຕິບັດ ການພື້ນຖານນີ້ ສາມາດເຮັດໜ້າທີ່ເປັນສ່ວນທີ່ສຳຄັນໄປສູ່ນະໂຍບາຍການກະເສດ ທີ່ປະສົບຄວາມສຳເລັດ ແລະ ຍືນຍົງ ແລະ ການປະຕິບັດການຕ່າງໆສຳລັບຫຼາຍປະ ເທດ.”

ທ່ານ Srivastava ໄດ້ກ່າວວ່າ “ເປົ້າໝາຍ ແລະ ເທັກໂນໂລຈີ ທີ່ຖືກໃຊ້ໃນການສຳ ຫຼວດຈະຊ່ວຍເຫຼືອໃນການໃຫ້ອາຫານ ແລະ ປັບປຸງຊີວິດການເປັນຢູ່ຂອງພາກພື້ນ ຕ່າງໆທີ່ມີປະຊາກອນເພີ່ມສູງຂຶ້ນ” ແລະ ຮັບປະກັນວ່າ ມັນຈະບັນລຸຄວາມຮຽກຮ້ອງ ຕ້ອງການທີ່ເພີ່ມຂຶ້ນທັງໃນພາກພື້ນ ແລະ ທົ່ວໂລກ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG