ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະພາບອາກາດ ປ່ຽນແປງ ເຮັດໃຫ້ການແພດ ທົ່ວໂລກ ເຂົ້າຂັ້ນສຸກເສີນ


Lancet Commission: Climate Change is a Medical Emergency
please wait

No media source currently available

0:00 0:02:41 0:00
ລິງໂດຍກົງ

ຊົມວິດີໂອ ກ່ຽວກັບ ຂ່າວນີ້

ຜູ້​ຊ່ຽວຊານ​ດ້ານ​ສາທາ​ລະນະ​ສຸກ ​ແລະ ການ​ແພດ ​ໄດ້ພົບ​ປະກັນ​
ໃນ​ທຳນຽບຂາວ​ສຳ​ລັບ​ກອງ​ປະຊຸມສຸດຍອດ​ ກ່ຽວກັບ ການ​ປ່ຽນ
ແປງຂອງ​ສະພາບ​ອາກາດ ​ແລະ ສາທາລະນະ​ສຸກ. ກອງປະຊຸມ
​ດັ່ງກ່າວ ​ໄດ້ໄຂ​ຂຶ້ນ ຫຼັງ​ຈາກການອອກລາຍ​ງານ ໃນ​ວັນ​ທີ 22
ມິຖຸນາ ​ຜ່ານ​ມາ​ ໂດຍອົງການ​ປົກປ້ອງ​ສິ່ງ​ແວດ​ລ້ອມ ສະຫະລັດ ໃນ
​ການ​ວິ​ເຄາະ​ທີ່​ສຳ​ຄັນ ກ່ຽວກັບຜົນ​ປະ​ໂຫຍ​ດດ້ານສຸຂະ​ພາບ ​ແລະ
​ເສດຖະກິດ ຂອງ​ການ​ປ່ອຍຄວັນ​ພິດ​ໜ້ອຍລົງທີ່​ເຮັດ​ໃຫ້​ສະພາບດິນ
ຟ້າ​ອາກາດ​ປ່ຽນແປງ. ການ​ຄົ້ນ​ພົບ​ກ່ຽວກັບໂລກທີ່​ຄ້າຍຄື​ກັນ ທີ່​ຫາ​ກໍ​ເປີດ​ເຜີຍໂດຍ​ກຸ່ມນັກ​ຄົ້ນ​ຄວ້າ ຄະນະ​ກຳ​ມະ​ທິການ Lancet
ກ່ຽ​ວກັບ ສຸຂະພາບ ​ແລະສະພາບ​ອາກາດ, ຊຶ່ງເປັນກຸ່ມອິດສະຫຼະ,
ສາກົນ ​ແລະ ມີລະບຽບວິໄນ​ຫຼາຍ​ຝ່າຍ. ນັກ​ຂ່າວ ວີໂອ​ເອ Rosanne
Skirble ມີ​ຂໍ້​ມູນ​ກ່ຽວກັບ​ຂ່າວນີ້ ​ເຊິ່ງ ພຸ​ດທະ​ສອນ ຈະ​ນຳ​ເອົາ​ລາຍ​
ລະອຽດ​ມາສະ​ເໜີ​ທ່ານ.

ລາຍ​ງານ​ຂອງຄະ​ນະ​ກຳ​ມະ​ທິການ Lancet ກ່າວວ່າ ຜົນ​ກະທົບ​ຂອງ​ສະພາ​ບອາກາດ​ປ່ຽນ​ແປງ​ແ​ມ່ນ​ໃຫຍ່​ຫຼວງ ​ເຊິ່ງມັນ​ສາມ​າດ​ເຮັດ​ໃຫ້​ຄວາມກ້າວໜ້າ​ດ້ານ​ສາທາລະນະ​ສຸກ​ຂອງ​ໂລກ ​ທີ່​ໄດ້​ມາ​ເມື່ອ 50 ປີ​ກ່ອນເສື່ອ​ມ​ເສຍ​ລົງ​ໄດ້​. ຫົວໜ້າກຳ​ມະ​ທິການ ທ່ານ Nicolas Watts ​ໄດ້​ກ່າວ​ກັບ
ວີ​ໂອ​ເອ ຜ່ານ​ທາງ Skype ວ່າ ດິນ​ຟ້າ​ອາກາດ​ຮຸນ​ແຮງ​ໄດ້​ເຮັດ​ໃຫ້​ຮ້າຍ​ແຮງ​ກວ່າ​ເກົ່າ​ໂດຍການ​ປ່ຽນ​ແປງ​ຂອງ​ສະພາບ​ອາກາດ​ ​ແມ່ນ​ມີ​ໂອ​ກາດ​ທີ່ຈະເຮັດໃຫ້​ມີ​ຄວາມ​ເສຍຫາຍ​ທີ່​ສຸດ ​ແລະບໍ່​ສາມາດ​ຮັບໄດ້.

ທ່​ານ Nicolas Watts ​ເວົ້າ​ວ່າ “​ໃນ​ກໍລະ​ນີຂອງ​ໄພ​ແຫ້ງ​ແລ້ງ, ຫຼາຍ​ຄັ້ງ​ ພວກ​ເຮົາ​ມັກຈະ ເຫັນ ກ່ຽວ​ກັບ​ຜະລິດ​ດ້ານ​ການ​ກະ​ເສດ​ຫຼຸດ​ລົງ, ​ເຊິ່ງບາດ​ແລ້ວ​ຜົນ​ຕອບ​ກັບ​ກໍ​ແມ່ນ​ຜົນ​ກະທົບ​ຕໍ່​ການ​ຂາດ​ອາຫານ​ທີ່​ໜັກ​ຂຶ້ນ​ກວ່າເກົ່າ, ​ໂດ​ຍສະ​ເພາະ​ກັບ​ເດັກນ້ອຍ. ສຳລັບ​ໄພ​ນ້ຳ​ຖ້ວມ, ​ພວກ​ເຮົາ​ມັກ​ຈະ​ພົບ​ເຫັນ​ອັດຕາ​ເພີ່ມ​ຂຶ້ນ​ຂອງ​ບັນດາ​ໂຣກຕິດ​ຕໍ່​ເຊັ່ນ ​ໂຣກອະ​ຫິວາ ​ແລະ ຖອກ​ທ້ອງ ​ທີ່​ເກີດ​ຂຶ້ນ​ຈາກ​ຄວາມ​ລົ້ມ​ເຫຼວຂອງ​ສຸຂະ​ອະ​ນາ​ໄມ.”

​ແລະ ຍິ່ງຂຶ້ນ​ກວ່າ​ນັ້ນ, ມັນ​ມີ​ແຕ່​ຈະ​ຮ້ອນ​ຂຶ້ນ ​ເຊິ່ງອາດ​ເປັນອັນ​ຕະລາຍ​ເຖິງ​ຕາຍ. ຄື້ນຄວາມ​ຮ້ອນ​ແຮງ​ຈັດ​ໃນ​ປີ 2003 ​ໄດ້​ເຮັດ​ໃຫ້​ມີ​ຄົນ​ເສຍ​ຊີວິດ 70000 ຄົນ​ໃນ​ທົ່ວທະວີບ ຢູ​ໂຣບ.

ທ່ານ Nicolas Watts ກ່າວ​ວ່າ “​ເຫດ​ການ​ທຸກຮູ​ບ​ແບບ​ດັ່ງກ່າວ​ນັ້ນແມ່ນ​ຄາດ​ວ່າ​ຈະ​ເພີ່ມ​ຂຶ້ນ​ຢ່າງ​ຮຸນ​ແຮງ ​ແລະ ໜັກ​ໜ່ວງ​ໄປ​ຕາມ​ກາລະ​ເວລາ.”

ອົງການ​ອະນາ​ໄມ​ໂລກ ​ໄດ້ເຕືອນ​ວ່າ ນອກຈາກ​ວ່າ​ຈະ​ມີ​ການເອົາມາດ ຕະການ​ຢ່າງເຄັ່ງ​ຄັດ ​ເພື່ອ​ຫຼຸດຜ່ອນ​ການ​ປ່ອຍ​ຄວັນ​ພິດ ທີ່ເຮັດ​ໃຫ້​ໂລກ​ຮ້ອນ​ພາຍ​ໃນ​ປີ 2030 ແລ້ວ ປະ​ມານ 250,​000 ຄົນ​ຈະເສຍ​ຊີວິດໃນ​ແຕ່ລະ​ປີ ​ຈາກ​ຜົນ​ກະທົບ​ຂອງ​ສະພາບ​ອາກາດ​ປ່ຽນ​ແປງ. ຄວັນ​ພິດ​ຢູ່​ນອກ​ອາຄານ​ແມ່ນ​ມີການ​ເຊື່ອມ​ຕໍ່​ກັບ​ການ​ຕາຍ​ຂອງ​ຄົນ 3 ລ້ານ​ຄົນ​ໃນ​ທົ່ວ​ໂລກ, ​ແລະ 1 ລ້ານ 2 ແສນຄົນ​ໃນ​ປະ​ເທດ ຈີນ ພຽງ​ບ່ອນ​ດຽວ ເທົ່ານັ້ນ.

ທ່ານ Nicolas Watts ກ່າວວ່າ ການຫັນປ່ຽນຈາກໂຮງໄຟຟ້າ ພະລັງງານ ຖ່ານຫີນໄປເປັນ ພະລັງງານທົດແທນ ຈະສາມາດ ຫຼຸດຜ່ອນໄພອັນຕະລາຍນັ້ນໄດ້.

ທ່ານ Nicolas Watts ເວົ້າວ່າ “ພວກເຮົາເຫັນການຫຼຸດລົງຢ່າງທັນທີ ທັນໃດ ໃນຄ່າເຂົ້າ ປິ່ນປົວຢູ່ໂຮງໝໍ ແລະ ຄ່າປິ່ນປົວສຸຂະພາບ, ເຊິ່ງໄດ້ຫຼຸດຜ່ອນພາລະງົບປະມານການ ປິ່ນປົວ ສຸຂະພາບ ທີ່ແພງ ຢູ່ແລ້ວ. ແຕ່ວ່າຜົນປະໂຫຍດຕ່າງໆ ກໍສາມາດພົບເຫັນໄດ້ ຢູ່ນອກເໜືອຈາກ ພາກສ່ວນ ພະລັງງານເຊັ່ນກັນ. ຖ້າວ່າເຮົາສາມາດຫຼຸດຜ່ອນການເພິ່ງ ພາອາໄສລົດລາ ແລະ ຍານພາຫະນະອື່ນໆ ແລະ ພະຍາຍາມສົ່ງ ເສີມການຄົມມະນາ ຄົມແບບການ ເຄື່ອນ ໄຫວເຊັ່ນ ການຂີ່ລົດຖີບ ແລະ ຍ່າງ ເຈົ້າສາມາດ ຫຼຸດຜ່ອນການ ປ່ອຍ ທາດຄາບອນ ຈາກການເຄື່ອນ ໄຫວດັ່ງກ່າວ, ແຕ່ເຈົ້າກໍຍັງຈະຫຼຸດຜ່ອນອັດຕາ ຂອງໂຣກ ເບົາຫວານ ແລະ ໂຣກອ້ວນໄດ້ອີກ.”

ໃນບັນດາຂໍ້ແນະນຳທີ່ກ່າວມານັ້ນ, ຄະນະກຳມະການແມ່ນສົ່ງເສີມໃຫ້ ຢຸດຕິໂຮງໄຟຟ້າ ພະລັງງານຖ່ານຫີນ, ມາຂະຫຍາຍການຜະລິດພະລັງ ງານທົດແທນ, ລົງທຶນໃນລະບົບ ດ້ານສາທາລະນະສຸກ ແລະ ການໃຫ້ ຄຳໝັ້ນໝາຍຕໍ່ສົນທິສັນຍາວ່າດ້ວຍ ສະພາບອາກາດ ໂລກທີ່ເຂັ້ມແຂງ. ທ່ານ Watts ກ່າວວ່າ ດ້ານສາທາລະນະສຸກແມ່ນ ປັດໄຈທີ່ສຳຄັນທີ່ ສຸດຂອງຂໍ້ຕົກລົງອັນໃໝ່ຂອງໂລກ.

ທ່ານ Nicolas Watts ເວົ້າວ່າ “ສິ່ງທີ່ເຈົ້າຢາກເຮັດສ່ວນຫຼາຍເພື່ອ ຮັບມືກັບສະພາບ ອາກາດປ່ຽນແປງ ແມ່ນດີສຳລັບພາກສ່ວນສາທາລະນະສຸກ ແລະ ທີ່ແທ້ຈິງແລ້ວ ມັນແມ່ນ ອະນາຄົດທີ່ສົດໃສຫຼາຍ.”

ບັນດາຜູ້ຊ່ຽວຊານດ້ານການເບິ່ງແຍງສຸຂະພາບສາມາດເປັນຜູ້ສະໜັບສະໜູນການຕໍ່ສູ້ກັບ ສະພາບອາກາດປ່ຽນແປງ, ທ່ານ Watts ເວົ້າວ່າ “ແມ່ນຫຍັງທີ່ດີຕໍ່ໂລກ,” ຊຶ່ງທ່ານກ່າວ ເພີ່ມວ່າ, “ແມ່ນດີຕໍ່ການເບິ່ງແຍງຄົນໄຂ້.”

XS
SM
MD
LG