ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ການປະທະກັນ ໃນ ອັຟການິສຖານ ເຮັດໃຫ້ ຕຳຫຼວດ ເສຍຊີວິດ 22 ຄົນ


ແຜນທີ່ແຂວງ Helmand, ອັ​ຟກາ​ນິສຖານ
ແຜນທີ່ແຂວງ Helmand, ອັ​ຟກາ​ນິສຖານ

ບັນດາເຈົ້າ​ໜ້າ​ທີ່ ອັ​ຟກາ​ນິສຖານ ກ່າວ​ວ່າ ຕຳຫຼວ​ດ​ຊາຍ​ແດນ 22 ຄົນ ​ແລະ ພວກ​ກະບົດ ຕາ​ລີ​ບານ 35 ຄົນ​ໄດ້​ຖືກ​ຂ້າ​ຕາຍ​ໃນ​ການ​ຕໍ່​ສູ້​ທີ່​ດຸ​ເດືອດ ​ທີ່​ໄດ້ລະເບີດ​ຂຶ້ນ​ໃນ​ແຂວງ Helmand ຢູ່​ທາງ​ພາກ​ໃຕ້​ຂອງ​ປະ​ເທ​ດ.

ບັນ​ດາ​ເຈົ້າ​ໜ້າ​ທີ່ກ່າວ​ວ່າ​ ນອກນັ້ນ ຍັງມີເຈົ້າ​ໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພ​ຂອງ ອັຟກາ​ນິສຖານ ຫຼາຍ​ສິບ​ຄົນ​ໄດ້​ຮັບ​ບາດ​ເຈັບ ຈາກ​ການ​ປະ​ທະ​ກັນ​ໃນ​ເມືອງ Nawzad.

ພວກ ຕາ​ລີ​ບານ ​ໄດ້​ຄວບ​ຄຸມ​ເມືອງ Nawzad ປະມານ 2 ​ເດືອນ​ທີ່​ຜ່ານ​ມາ.

ພວກ​ຫົວ​ຮຸນ​ແຮງ​ຍັງ​ໄດ້​ຍຶ​ດ​ເອົາ​ຫຼາຍ​ພວກ​ສ່ວນຂອງ ​ເມືອງຍຸດ​ທະ​ສາດ Musa Qala ໃນ​ແຂວງ Helmand ​ໃນ​ເວລາ​ນັ້ນ, ​ແຕ່​ບັນດາ​ເຈົ້າ​ໜ້າ​ທີ່​ອ້າງ​ວ່າ ​ຕົນໄດ້​ຂັບໄລ່​ພວກ ຕາ​ລີ​ບານ ອອກ​ຈາກ​ເຂດ​ດັ່ງກ່າວແລ້ວ.

ພວກ​ກະບົດຫົວຮຸນແຮງອິສລາມ​ໄດ້້​ຮັບໄຊຊະນະໃນການສູ້ຮົບ ຢູ່​ໃນ ອັ​ຟກາ​ນິສຖານ ​ແລະ ໄດ້ສ້າງຄວາມເສຍຫາຍຢ່າງໜັກໃຫ້ແກ່ທະຫານ ກອງທັບແຫ່ງຊາດ ​ນັບຕັ້ງ​ແຕ່​ພາລະກິດ​ການ​ຕໍ່ສູ້​ ພາຍໃຕ້ການນຳພາ​ຂອງອົງການ NATO ​ໄດ້​ສິ້ນ​ສຸດ​ລົງ​ໃນ​ເດືອນ​ທັນວາ ປີ 2014. ພວກ ຕາ​ລີ​ບານ ​ແນວໃດ​ກໍຕາມ, ບໍ່ສາມາດ​ທີ່​ຈະ​ຮັກສາ​ເຂດ​ແດນ​ທີ່​ພວກຕົນ​ຍຶດ​ໄດ້​ດົນ​ເທົ່າ​ທີ່​ຄວນ.

​ໃນ​ວັນ​ອັງຄານ​ທີ່​ຜ່ານ​ມາ, ພວກ​ເຂົາ​ໄດ້​ປະກາດ​ວ່າ​ພວກ​ນັກ​ຮົບ​ຂອງ​ຕົນ ​ໄດ້​ຖອນ​ຕົວ​ອອກ​ຈາກ​ເມືອງ Kunduz ຢູ່​ທາງ​ພາກ​ເໜືອ​ຂອງ​ປະ​ເທດ, ​ເຊິ່ງພວກ​ກະບົດ​ໄດ້​ຍຶດ​ເອົາ​ເປັນ​ເວລາ​ຫຼາຍ​ມື້​ໃນ​ເດືອນ​ແລ້ວນີ້.

​ໃນ​ເວລາ​ດຽວ​ກັນ, ບັນດາ​ເຈົ້າ​ໜ້າ​ທີ່ໃນ​ແຂວງ Uruzgan ທາງພາກກາງຂອງປະເທດ ກໍຍັງ​ໄດ້​ລາຍ​ງານ​ ການ​ປະ​ທະ​ກັນ​ທີ່​ຮ້າຍ​ແຮງ ລະຫວ່າງ​ກຳລັງຮັກສາ​ຄວາມ​ປອດໄພ ​ແລະ ພວກ​ນັກຮົບ ຕາ​ລີ​ບານ ​ໃນ​ເມືອງ Charchinu.

XS
SM
MD
LG