ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ການປະ​ທ້ວງ ຕໍ່ຕ້ານ ​ລັດຖະບານ ໃນຢູເຄຣນ ​​ຍັງ​ດໍາ​ເນີນ ​ຢູ່ຕໍ່​ມາ (ວີດີໂອ/ສະໄລດ໌)


ການປະທ້ວງ ຕໍ່ຕ້ານລັດຖະບານ ທີ່ກຸງ Kyiv 20 ມັງກອນ14.
ການປະທ້ວງ ຕໍ່ຕ້ານລັດຖະບານ ທີ່ກຸງ Kyiv 20 ມັງກອນ14.
ການ​ປະ​ທະ​ກັນ​ລະຫວ່າງ​ພວກ​ປະ​ທ້ວງຕໍ່ຕ້ານ​ລັດຖະບານແລະ
ຕໍາຫຼວດຍັງ​ດໍາ​ເນີນ​ຢູ່ຕໍ່​ມາເປັນ​ມື້​ທີ 3 ​ແລ້ວ​ ໃນ​ວັນ​ອັງຄານ​ມື້​ນີ້​
ທີ່ນະຄອນຫຼວງ Kyiv ​ຂອງ​ປະ​ເທດຢູເຄຣນ.

​ພວກ​ປະ​ທ້ວງໄດ້ແກວ່ງສິ່ງຂອງເຂົ້າ​ໃສ່​ຕໍາຫຼວດ ແລະຕຳຫຼວດ
ໄດ້ຕອບໂຕ້ ດ້ວຍການຍິງ ລູກປືນ​ຢາງເຂົ້າໃສ່. ລາຍງານຂ່າວ
ໂທລະພາບສະ​ແດງ​ໃຫ້​ເຫັນ​ວ່າ ທັງ​ສອງ​ຝ່າຍປະ​ເຊີນ​ໜ້າ​ກັນ
​ຢູ່​ຄົນລະຂ້າງ​ ຂອງລົດ​ທີ່ຖືກເຜົາໄໝ້ ທີ່ໃຊ້ເປັນເຄື່ອງກໍາບັງ
ຢູ່ນັ້ນ.


ໃນວັນຈັນວານນີ້ ພວກນັກເຄື່ອນໄຫວໄດ້ພາກັນໃສ່ໝວກກັນກະທົບ ແລະໜ້າກາກປ້ອງກັນ
ແກັສ ແລ້ວກໍແກ່ວງກ້ອນຫີນ ແລະລະ​ເບີດ​ນໍ້າມັນ​ ເຂົ້າໃສ່​ຕໍາຫຼວດ ​ຜູ້ຊຶ່ງ​ໄດ້​ຕອບ​ໂຕ້​ດ້ວຍ
​ລະ​ເບີດ​ທີ່​ພາ​ໃຫ້​ງົງງວຍ ​ແລະສີດນໍ້າໃສ່ ທ່າມກາງສະພາບອາກາດທີ່ຕໍ່າກວ່າສູນອົງສາ.

​ເຈົ້າ​ໜ້າ​ທີ່ Ukraine ​ໄດ້​ກ່າວ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ​ມີ​ຫຼາຍ​ກວ່າ 200 ຄົນ ​ແລະ​ປະມານ
ເຄິ່ງນຶ່ງແມ່ນພວກປະທ້ວງ ​ໄດ້​ຮັບ​ບາດ​ເຈັບ​ໃນ​ການ​ປະ​ທະ​ກັນ​ ຊຶ່ງ​ເລີ່​ມມາ​ ຕັ້ງ​ແຕ່​ວັນ​
ອາທິດ​ແລ້ວ​ນີ້ ຫຼັງ​ຈາກ​ພວກ​ປະ​ທ້ວງຕໍ່ຕ້ານ​ລັດຖະບານ ​ຫຼາຍ​ກວ່າ 1 ​ແສນ​ຄົນ ​
ໂຮມຊຸມນຸມ​ປະ​ທ້ວງ​ ທີ່ນະຄອນຫຼວງ Kyiv ຕໍ່​ຕ້ານ​ກົດໝາຍ​ໃໝ່ ທີ່​ກໍາຈັດ​ຮັດ​ແຄບ
​ການ​ໂຮ​ມຊຸມນຸມ​ປະ​ທ້ວງ​ນັ້ນ. ຍັງ​ບໍ່​ທັນ​ໄດ້​ມີ​ການ​ຄາດ​ຄະ​ເນ​ເທື່ອວ່າ ​ມີ​ຜູ້​ຄົນ​ບາດ​ເຈັບ
​ໜ້ອຍ​ຫຼາຍ​ປານ​ໃດ​ໃນ​ການປະທ້ວງ ວັນ​ອັງ​ຄານ​ມື້ນີ້​.

UKRAINE POLITICS
please wait
Embed

No media source currently available

0:00 0:01:19 0:00
XS
SM
MD
LG