ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ການປະທະກັນ ລະຫວ່າງ ອິສຣາແອລ ແລະ ປາແລສໄຕນ໌ ຂະຫຍາຍ ກວ້າງອອກ (ວີດີໂອ)


ກຸ່ມຫົວຮຸນແຮງປາແລສໄຕນ໌ ກອງພັນ al-Nasser Salah al-Deen ຊຶ່ງເປັນກຳລັງປະກອບອາວຸດ ກຳມະການປະຊາຊົນລຸກຂຶ້ນຕໍ່ຕ້ານ ຫຼື PRC ຖະແຫຼງຂ່າວ ຢູ່ເມືອງ ກາຊາ (5 ກໍລະກົດ 2014)
ກຸ່ມຫົວຮຸນແຮງປາແລສໄຕນ໌ ກອງພັນ al-Nasser Salah al-Deen ຊຶ່ງເປັນກຳລັງປະກອບອາວຸດ ກຳມະການປະຊາຊົນລຸກຂຶ້ນຕໍ່ຕ້ານ ຫຼື PRC ຖະແຫຼງຂ່າວ ຢູ່ເມືອງ ກາຊາ (5 ກໍລະກົດ 2014)

ການປະທະກັນລະຫວ່າງຕຳຫຼວດອິສຣາແອລແລະພວກປະທ້ວງ
ປາແລສໄຕນ໌ຍັງດຳເນີນຕໍ່ມາໃນວັນເສົາມື້ນີ້ ໃນເຂດກ້ຳຕາເວັນ ອອກຂອງນະຄອນເຈຣູຊາແລັມແລະຫົວເມືອງອື່ນໆລຸນຫລັງພິທີ
ສົ່ງສະການ ໃຫ້ແກ່ໜຸ່ມນ້ອຍປາແລສໄຕນ໌ຄົນນຶ່ງ ທີ່ຖືກຂ້າຕາຍ
ຊຶ່ງສົງໄສວ່າເປັນການແກ້ແຄ້ນນັ້ນ.

ພວກປະທ້ວງຊາວປາແລສໄຕນ໌ ໄດ້ແກວ່ງກ້ອນຫີນໃສ່ຕຳຫຼວດ
ອິສຣາແອລແລະກໍຖືກຕອບໂຕ້ດ້ວຍລະເບີດນ້ຳຕາແລະລະເບີດ
ຄວັນ ໃນວັນເສົາມື້ນີ້ ຊຶ່ງເປັນມື້ທີ 4 ໃນການປະທ້ວງດ້ວຍຄວາມ
ໂກດແຄ້ນ.

ຕຳຫຼວດອິສຣາແອລໄດ້ເພີ້ມການຮັກສາຄວາມປອດໄພລ່ວງໜ້າໂດຍຄາດວ່າຈະມີການ ປະທ້ວງເພີ້ມຕື່ມ ລຸນຫລັງພິທີສົ່ງສະການ ໃຫ້ທ້າວ Mohammed Abu Khudair.

ບັນດາຍາດມິດເພື່ອນຝູງແລະຄອບຄົວໄດ້ນຳເອົາສົບຂອງທ້າວ Khudair ໄປຝັງທີ່ປ່າຊ້າ ແຫ່ງນຶ່ງໃນຄຸ້ມ Shuafat ຂອງຊາວອາຣັບໃນມື້ວັນສຸກວານນີ້. ສົບຂອງທ້າວ Khudair ໄດ້

ພົບເຫັນທີ່ປ່າແຫ່ງນຶ່ງ ໃນນະຄອນເຈຣູຊາແລັມເມື່ອວັນພຸດຜ່ານມານີ້ ປະມານນຶ່ງຊົ່ວໂມງ ຫຼັງຈາກຜູ້ກ່ຽວໄດ້ຖືກບັງຄັບ ໃຫ້ຂຶ້ນລົດໄປ ໂດຍພວກທີ່ລັກພາໂຕ ຍັງບໍ່ທັນຊາບວ່າແມ່ນ ກຸ່ມໃດ. ພໍ່ຂອງລາວເວົ້າວ່າ ສົບຂອງລູກຊາຍລາວ ໄດ້ຖືກໄຟໄໝ້ຈົນຈື່ບໍ່ໄດ້.

ເຈົ້າໜ້າທີ່ກ່າວວ່າ ຕົນກຳລັງທຳການສືບສວນເບິ່ງຢູ່ວ່າ ການສັງຫານດັ່ງກ່າວນີ້ເປັນການ ແກ້ແຄ້ນຕໍ່ການລັກພາໂຕແລະສັງຫານໜຸ່ມໜ້ອຍອິສຣາແອລ 3 ຄົນທີ່ໄດ້ຝັງສົບໄປແລ້ວ ໃນຕົ້ນອາທິດນີ້.

ISRAEL PALESTINIANS CNPK
please wait

No media source currently available

0:00 0:01:33 0:00

XS
SM
MD
LG