ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກເຄື່ອນໄຫວຊຸມຊົນ ກ່າວວ່າ ASEAN ບໍ່ຫົວຊາກັບ ຄວາມເປັນຫ່ວງ ຂອງປະຊາຊົນ


ທ່ານ Jerald Joseph (ຊ້າຍ) ແລະ​ທ່ານ​ນາງ Sunsanee Suthisunsanee ຜູ້​ຕາງ​ໜ້າ​ໄທ (ຂວາສຸດ) ລາຍງານ ຢູ່ກອງ ປະຊຸມ ASEAN ທີ່ບາງກອກ.
ທ່ານ Jerald Joseph (ຊ້າຍ) ແລະ​ທ່ານ​ນາງ Sunsanee Suthisunsanee ຜູ້​ຕາງ​ໜ້າ​ໄທ (ຂວາສຸດ) ລາຍງານ ຢູ່ກອງ ປະຊຸມ ASEAN ທີ່ບາງກອກ.

ບັນດາ​ອົງການ​ຈັດ​ຕັ້ງ​ພົນລະ​ເມືອງ ​ໃນ​ເອ​ເຊຍ​ອາຄະ​ເນ ກຳລັງ
​ພາກັນ​ສ​ະ​ແດງ​ຄວາມ​ເປັນ​ຫ່ວງເພີ້ມຂຶ້ນ ກ່ຽວ​ກັບການຮຽກຮ້ອງ
ຂອງ​ເຂົາ​ເຈົ້າທີ່​ບໍ່ໄດ້ຮັບການເອົາຫົວຊາ ຈາກສະມາຄົມປະຊາ
ຊາດໃນເຂດເອເຊຍ ຕາເວັນອອກສຽງໃຕ້ ຫລື​ອາ​ຊຽນ​ ​ເຖິງ​
ແມ່ນ​ວ່າ ມາ​ເລ​ເຊຍ ຊຶ່ງເປັນປະທານວຽນ ​ໃນ​ປັດ​ຈຸ​ບັນ ​ໄດ້ໃຫ້
​ຄຳ​ໝັ້ນ​ສັນຍາໄວ້ ທີ່​ຈະ​ເຮັດ​ໃຫ້​ເປັນ​ຈິງ “ອາຊຽນ ທີ່ເປັນສູນ
​ກາງ​ຂອງພົນລະເມືອງ” ນັ້ນ. ນັກ​ຂ່າວ ວີ​ໂອ​ເອ Steve
Herman ມີລາຍ​ງານເລື້ອງນີ້​ຈາກ​ບາ​ງກອກ ຊຶ່ງ ​ກິ່ງ​ສະຫວັນ
ຈະ​ນຳ​ມາສະ​ເໜີ​ທ່ານ.

ເວລາ ASEAN ຈັດ​ກອງ​ປະຊຸມ​ສຸດ​ຍອດ ​ຄັ້ງ​ທີ 26 ​ໃນ​ທ້າ​ຍປີ​ນີ້ ຢູ່​ທີ່ນະຄອນ Kuala Lumper ກອງ​ປະຊຸມກຸ່ມສັງຄົມພົນລະເຮືອນ ​ແລະ​ກອງ​ປະຊຸມລະຫວ່າງ​ປະຊາຊົນ
ກັບປະຊາຊົນ ຂອງສະມາຄົມອາຊຽນ ຈະ​ຮ່ວມກັນອອກຖະ​ແຫລ​ງການ​ເພື່ອຕຳໜິຕິຊົມ.

ເຂົາ​ເຈົ້າ​ຈະ​ບອກໃຫ້ບັນດາ​ຜູ້ນຳວ່າ ຂໍ້​ສະ​ເໜີ​ຕ່າງໆ​ ທີ່ໄດ້ຍື່ນໄປໃນແຕ່ ລະປີນັບ​ຕັ້ງ​
ແຕ່ປີ 2005 ​ເປັນຕົ້ນມາໂດຍ​ກຸ່ມສັງຄົມ​ພົນລະ​ເຮືອນນັ້ນ “ຍັງ​ບໍ່​ທັນ​ໄດ້​ມີການຈັດຕັ້ງ
ປະຕິບັດ ​ຫລື ​ຮັບ​ຮອງເອົາໃນວິທີ​ທີ່​ມີ​ຄວາມ​ໝາຍ​ໃດໆ.”

ເຂົາ​ເຈົ້າ​ກ່າວ​ວ່າ ທັ້ງນີ້ກໍເພາະ​ວ່າ ASEAN “ໃຫ້​ບູລິມະສິດ ແກ່ຜົນປະໂຫຍດ ຂອງ
ບໍ​ລິ​ສັດ ແລະ​ບັນ​ດາ​ກຸ່ມທີ່ລ້ຳລວຍຕ່າງໆ ຮວມ​ທັງ​ບໍ​ລິ​ສັດ​ລັດ​ວິສາຫະກິດ ​ຫລາຍກວ່າ
​ຜົນ​ປະໂຫຍ​ດຂອງ​ປະ​ຊາ​ຊົນ.”

​ກອງ​ປະ​ຊຸມ​ສຸດຍ​ອດເປັນເວລາ​ສີ່ມື້ ຈະ​ຈັດ​ຂື້ນ​ທີ່ນະ​ຄອນ​ຫລວງ​ມາ​ເລ​ເຊຍ ເລີ້ມ​ແຕ່​ວັນ​
ທີ 24 ເມສາເປັນຕົ້ນໄປ.

​ກ່ອນ​ໜ້າກອງປະຊຸ​ມ ຫລາຍກວ່າ 100 ຄົນ ຮວມ​ທັງ​ບັນ​ດາ​ນັກ​ຂ່າວ​ທີ່ມີຊື່ສຽງຈຳນວນ
ນຶ່ງ ໄດ້​ຖື​ກຈັບ​ ໃນ​ຂໍ້​ຫາຍຸຍົງໃຫ້ປະຊາຊົນ ​ຕໍ່ຕ້ານ​ລັດຖະບານ ນັບ​ຕັ້ງ​ແຕ່​ເດືອນ​ກຸ​ມ​ພາ
ເປັນຕົ້ນມາ.

​ນັກ​ເຄື່​ອນ​ໄຫວມາ​ເລເຊຍ ທ່ານ Jerald Joseph ແມ່ນ​ປະ​ທານ ​ຄະ​ນະ​ກຳ​ມະ​ການກຽມ
ກອງ​ປະ​ຊຸມ​ຫວ່າງປະຊາຊົນກັບປະ​ຊາ​ຊົນຂອງ ASEAN. ທ່ານ​ກ່າວ​ວ່າ ນາ​ຍົກ​ລັດ​ຖະ
​ມົນຕີ Najib Razak ຕ້ອງ​ໄດ້​ຕອບຄຳຖາມພື້ນ​ຖານຕ່າງໆ ໃນ​ນາມ​ທີ່​ເປັນ​ເຈົ້າ​ພາ​ບກອງ​
ປະ​ຊຸມ ASEAN.

ທ່ານ Joseph ກ່າວ​ວ່າ “ທ່ານ​ເປັນ​ປະ​ທານ​ຢ່າງ​ໃດ ແລະ​ທ່ານອະ​ນຸ​ຍາດ​ໃຫ້​ໂຄງ
ສ້າງຂອງສັງ​ຄົມຂອງ​ທ່ານ ຜັນຂະຫຍາຍລົງໄປເລື້ອຍໆ ໃນຮູບແບບດັ່ງທີ່ ເປັນ
ຢູ່ໃນເວລານີ້ໄດ້ແບບໃດ? ແລະ​ຂ້າ​ພ​ະ​ເຈົ້າ​ຄິດ​ວ່າ ​ນີ້ແມ່ນຂັດ​ຕໍ່ຫລັກ​ການພື້​ນ​

ຖານ ໃນການນັບຖືອິດສະຫຼະພາບ ແລະ​ສິດ​ທິພື້ນຖານຕ່າງໆ ຢູ່ໃນກົດບັດ
ຂອງ ASEAN ນັ້ນ."

ກອ​ງ​ປະ​ຊຸມ​ສຸດຍອດບັນດາຜູ້ນຳອາຊຽນແມ່ນ​ຮູ້​ກັນວ່າ​ເປັນກອງປະຊຸມທີ່ຈືດຊືດ ບໍ່ຕື່ນ
ເຕັ້ນ ​ໃນ​ຂະນະ​ທີ່​ສະມາຄົມດັ່ງກ່າວປະຕິບັດ​ຕາມ​ນະໂຍບາຍ ທີ່​ບໍ່​ມີ​ການ​ແຊກ​ແຊງ​ຕໍ່
​ບັນດາ​ປະ​ເທດສະມາຊິກ​.

​ແຕ່​ວ່າ ກອງ​ປະຊຸມ​ຂອງກຸ່ມສັງຄົມພົນລະເຮືອນຂອງ ASEAN ທີ່ຈັດຂຶ້ນຄຽງ ຄູ່ກັນໄປ
ນັ້ນ ບໍ່ໄດ້ມີຄວາມ​ລັງ​ເລໃຈ​ໃດໆ ​ທີ່​ຈະ​ຖະ​ແຫລ​ງ​ໂດຍ​ກົງ ​ກ່ຽວ​ກັບ​ບັນ​ຫາ​ທີ່ຟົດເດືອດ
ຕ່າງໆ ​ເຊັນ​ວ່າການ​ລະເມີດ​ສິດທິມະນຸດເປັນຕົ້ນ. ​

ໃນເດືອນ​ນີ້​ ເຂົາ​ເຈົ້າປະ​ເຊີນ​ໜ້າ​ຢ່າງເປັນການສະເພາະກັບປະ​ເທດ​ລາວ ກ່ຽວ ກັບ​ບັນ
​ຫາ​ບັງ​ຄັບ​ໃຫ້ຫາຍ​ສູນຂອງ​ນັກ​ເຄື່ອນ​ໄຫວ​ຄົນ​ສຳຄັນ ທ່ານ​ສົມ​ບັດ​ ສົມ​ພອນ.

ເຂົາ​ເຈົ້າ​ຕ້ອງ​ການ​ໃຫ້​ທຸກປະ​ເທດສະມາຊິກ ASEAN ​ປະ​ເຊີນ​ໜ້າ​ກັບຄວາມວິຕົກກັງ
ວົນໃນເລື້ອງ​ສິ່ງ​ແວດ​ລ້ອມ ກ່ຽວ​ກັບ​ການ​ສ້າງ​ເຂື່ອນ​ຕ່າງໆ​ຢູ່​ຕາມ​ແມ່​ນ້ຳ​ຂອງ ແລະ​ການ
ປະພຶດປະຕິບັດບໍ່ຖືກບໍ່ຕ້ອງຢ່າງກວ້າງຂວາງ ຕໍ່ແຮງງານ​ຕ່າງ​ດ້າວ ແລະ​ອົບ​ພະ​ຍົບຢູ່
​ໃນ​ຂົງ​ເຂດ ຮວມຢູ່ໃນບັນ​ຫາ​ອຶ່ນໆ.

​ປະ​ເທດ​ໄທ ທີ່ຢູ່​ພາຍ​ໃຕ້​ການ​ຄວບ​ຄຸມຂອງ​ທະ​ຫານ ນັບ​ແຕ່​ເດືອນ​ພຶດ​ສະ​ພາ​ປີ​ກາຍ​ນີ້
ມາກໍຈະ​ເປັນ​ອີກປະເທດນຶ່ງທີ່ມີການເວົ້າເຖິງຢ່າງຫຼວງຫຼາຍ.

​ເກືອ​ບ​ເປັນ​ລະ​ຍະເວ​ລາສິບ​ເດືອນ ທີ່ຢູ່ພາຍ​ໃຕ້​ກົດ​ໄອ​ຍະ​ການ​ເສິກ ຊຶ່ງໄດ້​ສີ້ນ​ສຸດລົງ
ໃນວັນ​ພຸດອາ​ທິດ​ແລ້ວ​ນີ້ ແຕ່​ວ່າ​ນາ​ຍົກ​ລັດ​ຖະ​ມົນ​ຕີ ແລະ​ຜູ້ນຳທະ​ຫານ ທ່ານ​ປ​ຣະ​ຍຸດ
ຈັນ​ໂອ​ຊາ ໃນ​ທັນ​ທີ​ກໍໄດ້ມອບອຳນາດຢ່າງກວ້າງຂວາງໃຫ້​ແກ່​ຕົນ​ເອງແລະບັນ​ດາ​ເຈົ້າ
​ໜ້າ​ທີ່​ທະ​ຫານ ​ໂດຍຜ່ານ​ຄຳ​ສັ່ງວ່າດ້ວຍ​ຄວາມ​ປອດ​ໄພ​ສະບັບໃໝ່​.

ສິດ​ທິໃນ​ການ​ປາກ​ເວົ້າ ແລະ​ການເຕົ້າ​ໂຮມ​ກັນ​ໄດ້​ຖືກຕັດຮອນພາຍ​ໃຕ້​ກົດ​ໄອ​ຍະ​ການ
​ເສິກ. ບັນ​ດາ​ນັກ​ເຄຶ່ອນ​ໄຫວ​ໄທ ພົບວ່າ ເຂົາເຈົ້າຍັງມີຄວາມສົງໄສຢູ່ວ່າ ບັດ​ນີ້​ເຂົາເຈົ້າ
ເຮັດ​ຫ​ຍັງ ແລະ​ເວົ້າ​ຫຍັງ​ໄດ້ແດ່?

​ໃນການຖະແຫລງຕໍ່​ສື່ມວນ​ຊົນຢູ່​ທີ່​ບາງກອກ ໃນ​ວັນ​ພະ​ຫັດອາ​ທິດ​ແລ້ວ​ນີ້ ທ່ານ​ນາງ Sunsanee Suthisunsanee ຜູ້​ຕາງ​ໜ້າ​ໄທ ຢູ່ກອງ​ປະ​ຊຸມ​ປະ​ຊາ​ຊົນ ກັບປະຊາຊົນ
ຂອງ ASEAN ກ່າວ​ວ່າ ບັນ​ດາ​ນັກ​ເຄຶ່ອນ​ໄຫວດ້ານ​ສິດ​ທິ​ມະ​ນຸດ​ຂອງ​ໄທ ຈະ​ຖື​ເອົາ​ຄຳ
ເວົ້າ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ປ​ຣະ​ຍຸດ ທີ່ວ່າ​ທ່ານ​ບໍ່​ຕັ້ງ​ໃຈ​ທີ່​ຈະໃຊ້​ອຳ​ນາດ​ແບບບໍ່ມີ
ການກວດສອບຂອງ​ທ່ານ ໄປໃນທາງທີ່ບໍ່ຖືກຕ້ອງ.

​ທ່ານ​ນາງ Sunsanee ກ່າວ​ວ່າ “ນາ​ຍົກ​ລັດຖະ​ມົນ​ຕີ ຂອງ​ພວກ​ເຮົາ​ກ່າ​ວວ່າ ຖ້າ
​ຫາກ​ທ່ານ​ບໍ່ເຮັດສິ່ງໃດສິ່ງນຶ່ງຜິດ ເປັນ​ຫຍັງຈຶ່ງ​ຕ້ອ​ງ​ເປັນ​ຫ່ວງ? ​ເຮົາ​ບໍ່​ໄດ້​ເຮັດ​
ຫຍັງ​ຜິດ ເປັນ​ຫຍັງ​ຕ້ອງເຮັດໃຫ້​ມັນ​ຖືກ. ​ເພາະ​ສະ​ນັ້ນ ຂ້າ​ພະ​ເຈົ້າ​ຄິດ​ວ່າ
ພວກເຮົາ​ຈະສືບຕໍ່ ຍົກ​ເອົາບັນຫາຄວາມ​ເປັນ​ຫ່ວງ​ດ້ານ​ສິດທິມະ​ນຸດ​ຂຶ້ນມາເວົ້າ.”

​ສ່ວນກຸ່ມປົກປ້ອງສິດ​ທິ​ມະ​ນຸດ​ສາ​ກົນ Human Rights Watch ຮ້ອງ​ການຕັດ​ສິນ​ໃຈ​ ຂອງພວກຜູ້ນຳທະ​ຫານ ທີ່ຈະອ້າງອີງໃສ່ມາດ​ຕາ 44 ຂອງລັດຖະທຳ ມະນູນ​ຊົ່ວຄາວ
​ເປັນ​ການ​ປະ​ຕິ​ບັດ ​ທີ່​ເປັນ​ຂີດ​ໝາຍວ່າ “ປະ​ເທດ​ໄທແມ່ນລົງ​ເລິກຕື່ມຂຶ້​ນໄປ​ສູ່ການ​ຜະ
​ເດັດ​ການ.”

ນອກນັ້ນ ກຸ່ມສັງຄົມພົນ​ລະເຮືອນຂອງ ASEAN ຍັງ​ປະສົງ​ຢາກ​ໃຫ້​ມຽນ​ມາສືບ ຕໍ່​ຢູ່​
ພາຍໃຕ້​ການກວດສອບຢ່າງລະອຽດ ທ່າ​ມກາງການ​ປາບປາມຢ່າງຮຸນ​ແຮງ​ຕໍ່ພວກ
ນັກ​ສຶກ​ສາ ແລະ​ການເປັນປໍລະປັກເພີ້ມຂຶ້ນຕໍ່​ບັນ​ດາ​ຊົນ​ກຸ່ມນ້ອຍຕ່າ​ງໆ.

ບັນ​ດາ​ຜູ້​ຕາງ​ໜ້າ​ທີ່ໄປຮ່ວມກອງ​ປະ​ຊຸ​ມ​ລະຫວ່າງປະ​ຊາ​ຊົນກັບປະຊາຊົນ ກ່າວ​ວ່າ
ໃນຂະ​ນະ​ທີ່ ASEAN ກ້າວ​ໄປ​ສູ່​ເປົ້າ​ໝາຍ​ຂອງ​ຕົນ ​ໃນການຮວມ​ຕົວ​ເປັນ​ປະຊາຄົມ
ດ້ານເສດ​ຖະ​ກິດ​ຢູ່​ໃນ​ຂົງ​ເຂດ​ນັ້ນ ຍັງມີ​ບັນ​ດາ​ສະ​ມາ​ຊິກ​ຫຼາຍ​ປະເທດ ສືບຕໍ່ກົດຂີ່ໃນ
ດ້ານ​ສິດ​ທິ​ມະ​ນຸດ ແລະພົວ​ພັນ​ການ​ເມືອງທີ່​ບໍ່​ກ້າວ​ໜ້າ.

.

XS
SM
MD
LG