ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຈີນດັດແກ້ກົດໝາຍປະຫານຊີວິດ


ຈີນ​ກ່າວ​ວ່າ ສະພາ​ນິຕິບັນຍັດ​ສູງ​ສຸດ​ຂອງ​ຕົນ ​ກໍາລັງ​ພິຈາລະນາ​ລົບ​ລ້າງກົດໝາຍ​ລົງໂທດ​ ປະຫານ​ຊີວິດ​ ສໍາລັບ​ຄວາມ​ຜິດ​ທີ່​ພົວພັນ​ກັບການເສດ ຖະກິດແລະບໍ່ຮຸນ​ແຮງ 13 ກໍລະນີ.


ອົງການ​ຂ່າວ​ຊິນ​ຫົວ​ຂອງທາງ​ການ​ຈີນ​ລາຍ​ງານ​ຂ່າວໃນ​ວັນ​ຈັນ​ມື້​ນີ້​ວ່າ ຖ້າ​ຫາກໄດ້​ຮັບ​ການ ຮັບ​ຜ່ານ​ຈາກ​ສະພາ ຮ່າງ​ກົດໝາຍ​ດັດ​ແກ້ສະບັບຫລ້າ​ສຸດ​ ຕໍ່ກົດໝາຍ​ອາຍາ​ຂອງ​ຈີນ ກໍຈະ​ຕັດ​ຈໍານວນ​ຄວາມ​ຜິດທີ່​ມີໂທດ​ເຖິງປະຫານ​ຊີວິດນັ້ນ ​ຈາກ 68 ​ລົງ​ມາ​ເປັນ 55 ກໍລະນີ.


ອົງການ​ຂ່າວ​ຊິນ​ຫົວ​ເວົ້າ​ຕື່ມ​ວ່າ ໂທດ​ຈໍາ​ຄຸກ​ທີ່ດົນ​ທີ່​ສຸດ​ຂອງ​ປະ​ເທດ​ຈະ​ເພີ່ມ​ຂຶ້ນ​ຈາກ 20 ປີ​ເປັນ 25 ປີ ​ແລະຈະ​ມີ​ການ​ຄວບ​ຄຸມຢ່າງເຂັ້ມ​ງວດ​ຂຶ້ນ​ກວ່າ​ເກົ່າ ​ພວກທີ່​ຖືກ​ຝາກໂທດ ໂດຍ​ສະ​ເພາະ​ພວກ​ທີ່ກະທໍາ​ຜິດ​ຊໍ້າ​ແລ້ວ​ຊໍ້າ​ອີກ ພວກ​ຄົນ​ກະທໍາ​ຜິດທີ່​ມີ​ຊື່​ສຽງ ແລະ​ພວກ​ອາຊະຍາ​ກອນ​ຮຸນ​ແຮງ​.

ຕາມ​ທໍາ​ມະ​ດາ​ແລ້ວ ຮ່າງ​ກົດໝາຍ​ໃໝ່ ​ແມ່ນ​ຕ້ອງໄດ້​ຮັບ​ການ​ພິຈາລະນາ 3 ​ເທື່ອ​ ຢູ່​ໃນ ສະພາ​ນິຕິບັນຍັດ​ສູງ​ສຸດ ຫລື​ຄະນະກໍາມະການ​ຖາວອນ​ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດຈີນ​ນັ້ນ.

XS
SM
MD
LG