ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາຍງານໃໝ່ ແຈ້ງວ່າ ການສູບຢາ ເປັນໄພ ຮ້າຍແຮງ ກວ່າຄາດຄິດໄວ້ (ວີດີໂອ ກ່ຽວຂ້ອງ)


ຮ້ານຂາຍຢາສູບ ທີ່ ນະຄອນນິວຢອກ
ຮ້ານຂາຍຢາສູບ ທີ່ ນະຄອນນິວຢອກ
ລາຍ​ງານ​ສະບັບໃໝ່​ ຂອງຫົວໜ້າຮັບຜິດຊອບ ດ້ານສາທາລະ
ນະສຸກຫຼື surgeon general ຂອງ​ສະຫະລັດ​ເຕືອນ​ວ່າ ການ​
ສູບຢາເຮັດ​ໃຫ້​ມີ​ບັນຫາ​ທາງ​ດ້ານ​ສຸຂະພາບ ຫລາຍ​ກວ່າ​ທີ່​ໄດ້​
ຄາດຄິດ​ໄວ້.

ການ​ສຶກສາ​ທີ່ນຳອອກ​ເຜີ​ຍ​ແຜ່ໃນ​ວັນ​ສຸກ​ມື້​ນີ້ໄດ້ມີຂຶ້ນຫຼັງຈາກ
​ວັນຄົບຮອບ 50 ປີ​ທີ​ເປັນ​ຂີດ​ໝາຍສຳຄັນໃນການ​ເຕືອນ​ຈາກ​
ຫົວໜ້າຮັບຜິດຊອບ ດ້ານສາທາລະນະສຸກ ສະຫະລັດ ທີ່ໃຫ້
ການຢືນຢັນເປັນເທື່ອທຳອິດວ່າການ​ສູບຢາ​ເຮັດ​ໃຫ້​ເປັນໂຣກ
ມະ​ເຮັງ​ໃນປອດ.

ລາຍ​ງານ​ສະບັບຫລ້າ​ສຸດກ່າວ​ວ່າ ການ​ສູບຢາ​ຍັງ​ສາມາດ​ເຮັດ​ໃຫ້ເກີດບັນຫາ​ຕ່າງໆ​ເຊັນ​ວ່າ ຕັບ ​ແລະເນື້ອງອກໃນ​ລໍາ​ໃສ້ ​ເບົາຫວານ ​ເຈັບ​ຂໍ້​ຕໍ່​ກະ​ດູກ ​ແມ່ນ​ກະທັ້ງ ເຮັດໃຫ້ອະ​ໄວ​ຍະ​ວະ ເພດ​ບໍ່​ແຂງ.

ນັບ​ແຕ່ໄດ້ມີການ​ປະກາດ​ໃນ​ປີ 1964 ກໍ​ພາໃຫ້ມີການເລີ້ມການ​ເຄື່ອນ​ໄຫວ​ຕໍ່ຕ້ານ​ການສູບ ຢາ ອັດຕາ​ການ​ສູບຢາ​ໃນສະຫະລັດ ​ໄດ້​ຫລຸດລົງຈາກ 42 ​ເປີ​ເຊັນມາເປັນ 18 ​ເປີ​ເຊັນ ໃນ
ເວລານີ້.

​ແຕ່​ຜູ້​ຮັກສາການ ຫົວໜ້າຮັບຜິດຊອບດ້ານສາທາລະນະສຸກ ຂອງສະຫະລັດ ທ່ານ Boris Lushniak ກ່າວ​ວ່າ ລັດຖະບານອາດ​ຈະ​ບໍ່ສາມາດບັນລຸຈຸດໝາຍ​ຂອງ​ການຫລຸດການສູບ
ຢາ ​ລົງ​ມາເປັນ 12 ​ເປີ​ເຊັນໄດ້ ​ໃ​ນປີ 2020 ​ແລະ​ເຕືອນ​ວ່າ ຍັງ​ມີ​ “ໄພພິບັດຢ່າງ​ໃຫຍ່​ພວມ
ເກີດ​ຂື້ນ​ຢູ່ຕໍ່ໄປ.”

ວີດີໂອ: ອົງການອະນາໄມໂລກ ຮຽກຮ້ອງໃຫ້ເຊົາ ໂຄສະນາຢາສູບ:

WHO Urges Countries to Ban Tobacco Advertising, Promotion and Sponsorship.
please wait

No media source currently available

0:00 0:02:40 0:00
ລິງໂດຍກົງ
XS
SM
MD
LG