ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຢາສູບສ້າງ ບັນຫາ ດ້ານສຸຂະພາບ ຮ້າຍແຮງ ກ່ວາທີ່ຮູ້ກັນ (ວີດີໂອ ພາສາລາວ/ອັງກິດ / ວີດີໂອ ຮຽນພາສາອັງກິດ)


US Report Says Smoking is Even Worse Than Believed
please wait

No media source currently available

0:00 0:03:13 0:00
ລິງໂດຍກົງ

ວີດີໂອ ຮຽນພາສາອັງກິດ: ລາຍງານສະບັບໃໝ່ ຂອງສະຫະລັດ ເວົ້າວ່າ ການສູບຢາແມ່ນ ເປັນອັນຕະລາຍ ຮ້າຍແຮງຫລາຍກ່ວາ ທີ່ຮູ້ກັນ.

ລາຍ​ງານ​ສະບັບ​ໃໝ່ ຈາກຫົວໜ້າ​ກົມສາທາລະນະ​ສຸກ​ຂອງ
​ສະຫະລັດ ພົບ​ວ່າ ການ​ສູບຢາ​ແມ່ນເປັນ​ອັນຕະລາຍຮ້າຍ
​ແຮງ​ກ່ວາ​ເຄີຍ​ຄິດ​ກັນ​ໄວ້. ລາຍ​ງານ​ເວົ້າ​ວ່າ ການ​ສູບຢາພາ
​ໃຫ້ທາລົກ​ເກີດ​ມາ​ພິການ ​ແລະ​ເປັນ​ເທື່ອ​ທ ໍາ ອິດ ທີ່ລາຍ​ງານ
​ນີ້​ເອົາການ​ສູບຢາ​ໄປ​ພົວພັນກັບ​ໂຣ​ກ​ເບົາຫວານ ​ມະ​ເຮັງ​ຕັບ
​ແລະ​ມະ​ເຮັງ​ລ ໍາ ໄສ້ ​ແລະ​ພະຍາດ​ອື່ນໆ​ອີກ. Carol Pearson
ມີ​ລາຍ​ງານ​ກ່ຽວ​ກັບ​ເລື້ອງ​ນີ້ ຊຶ່ງ​ດາຣາຈະ​ນ ໍ າ ມາສະ​ເໜີ​ທ່ານ.


ເບິ່ງວີດີໂອພາສາລາວ ກ່ຽວກັບລາຍງານນີ້:


ລາຍ​ງານ​ສະບັບ​ທ ໍາ ອິດກ່ຽວ​ກັບ​ຢາສູບ​ແລະ​ສຸຂະພາບ ຂອງຫົວໜ້າ​ກົມສາທາລະນະສຸກ
​ຂອງ​ສະຫະລັດ ທີ່ເອີ້ນກັນວ່າ Surgeon General ​ນັ້ນ ແມ່ນ​ເຮັດ​ອອກ​ມາໃນ​ປີ 1964 ​
ໂດຍ​ທ່າ​ນ Luther Terry ທີ່​ເປັນ Surgeon General ​ໃນ​ເວລາ​ນັ້ນ. ມັນ​ແມ່ນ​ລາຍງານ
​ດ້ານ​ວິທະຍາ​ສາດ​ສະບັບ​ທໍາ​ອິດ ທີ່​ເອົາ​ການ​ສູບຢາ​ ໄປ​ພົວພັນ​ກັບ​ໂຣກມະ​ເຮັງປອດ ແລະ
​ໂຣກຫົວ​ໃຈ.

ມາ​ບັດ​ນີ້ 50 ​ປີ​ໃຫ້​ຫລັງ Dr. Boris Lushniak ຮັກສາ​ການ​ຕາງໜ້າຫົວໜ້າ​ກົມສາທາລະ
ນະ​ສຸກ​ຂອງ​ສະຫະລັດ ​ຫລື Acting Surgeon General ໄດ້​ເປີດ​ເຜີຍລາຍງານ​ໃໝ່
​ສະບັບ​ນຶ່ງ ທີ່​ສະ​ແດງ​ຫລັກ​ຖານ​ຫລາຍ​ຂຶ້ນ ກ່ຽວ​ກັບ​ການ​ສູບຢາແລະຜົນ​ຮ້າຍ​ຈາກການ​
ສູບຢາທີ່​ມີຕໍ່​ສຸຂະພາບ​ຂອງ​ຄົນ​ເຮົາ.

Dr. Lushniak ກ່າ​ວວ່າ “ຖ້າ​ຫາກ​ວ່າ ພວກ​ເຮົາ​ຈະ​ທໍາ​ງານ​ຮ່ວມ​ກັນ ​ເພື່ອ​ໃຫ້​ມີ
​ສັງຄົມ​ທີ່​ປາດ​ສະ​ຈາກ​ໂຣຄາ​ພະຍາດ​ທີ່​ເນື່ອງມາ​ຈາກ​ຢາສູບ​ແລ້ວ ພວກ​ເຮົາ​ກໍ​
ຈະ​ຕ້ອງ​ເຮັດໃຫ້ທຸກ​ຄົນ​ເຂົ້າ​ໃຈ​ໃນ​ເລື້ອງ​ນີ້.”


ລາຍ​ງານຮຽກຮ້ອງ​ໃຫ້​ນໍາ​ໃຊ້ ​ມາດ​ຕະການ​ຄວບ​ຄຸມ​ຢາສູບເພີ້ມ​ຂຶ້ນ ​ໂຮມ​ທັງ​ການ​ຂຶ້ນ
ລາຄາຢາສູບ ​ແລະ​ຂະຫຍາຍ​ພຶ້ນທີ່​ຫ້າມ​ສູບຢາ​ ຢູ່​ທາງ​ໃນ​ຕຶກອາຄານ ອອກ​ໄປ​ອີກ.

ນອກນັ້ນ ລາຍ​ງານ​ສະບັບ​ປີ 2014 ນີ້ ຍັງ​ຊຸກຍູ້​ໃຫ້ທໍາ​ການ​ຄົ້ນ​ຄ້ວາເພື່ອ​ເບິ່ງ​ວ່າ ການ
ລຸດປະລິມານ​ສານທີ່​ພາ​ໃຫ້​ຕິດ​ຢາ ກໍ​ຄື​ສານ nicotine ຢູ່​ໃນ​ຢາສູບ ລົງ​ນັ້ນ ຈະຊ່ວຍ​ໃຫ້​
ຄົນເຊົາ​ສູບຢາ​ ຫລື​ບໍ່?

ເບິ່ງວີດີໂອພາສາອັງກິດ ກ່ຽວກັບລາຍງານນີ້:

Health: 32nd US Report on Tobacco
please wait

No media source currently available

0:00 0:02:14 0:00

ລາຍ​ງານສະບັບໃໝ່​ນີ້ ຍັງ​ມີ​ຜົນ​ການ​ຄົ້ນ​ຄ້ວາ​ແນວ​ໃໝ່​ອີກ. ​

Dr. Lushniak ເວົ້າ​ວ່າ “ດຽວ​ນີ້ ພວກ​ເຮົາ​ຮູ້​ແລ້ວ​ວ່າ ການ​ສູບຢາ​ນັ້ນ ​ພາ​ໃຫ້​ເປັນ​
ໂຣກ​ເບົາຫວານ ໂຣກ​ເຈັບ​ຂໍ້​ຕໍ່ ​ແລະ​ເຮັດ​ໃຫ້​ມີ​ອາການຕອບ​ຮັບ​ບໍ່​ດີຕໍ່ການ​ປິ່ນປົວ​
ໂຣກ​ເຈັບ​ຂໍ້​ຕໍ່ ​ເຮັດໃຫ້​ອະ​ໄວ​ຍະ​ວະ​ເພດ​ຊາຍ​ບໍ່​ທໍາ​ງານ ເພີ້​ມທະວີຄວາມ​ສ່ຽງ​ຕໍ່​
ການ​ເປັນ​ປອດ​ແຫ້ງ ​ໂຣຄາພະ​ຍາ​ດ​ແລະ​ຄວາມ​ຕາຍ. ​ແລະ​ບັດ​ນີ້ ກໍ​ມີ​ມະ​ເຮັງ​ຕັບ
ລໍາໃສ້​ໃຫຍ່ ແລະຊ່ອງ​ທະວານໜັກ ມາ​ຕື່ມ​ໃສ່​ອີກ ​ໃນ​ບັນດາ​ໂຣກທີ່​ມີ​ສາ​ເຫດ​ມາ​
ຈາກ​ການ​ສູບຢາ​ນັ້ນ.”


Dr. Lushniak ກ່າວ​ອີກ​ວ່າ ກາ​ນສູບຢາຍັງ​ທໍາລາຍ ​ລະບົບພູມ​ຕ້ານທານໃນ​ຮ່າງກາຍ
ເຮັດ​ໃຫ້​ພວກ​ຄົນ​ສູບຢາ​ເປັນ​ພະຍາດ​ ທີ່ມາ​ຈາກ​ການຕິດ​ເຊື້ອໂຮ​ກນັ້ນ ໄດ້​ງ່າຍ​ຂຶ້ນ.

ລາຍ​ງາ​ນສະບັບ​ໃໝ່​ພົບ​ວ່າ ສໍາລັບ​ພວກ​ຄົນ​ທີ່​ບໍ່​ສູບຢາ​ນັ້ນ ກໍ​ມີ​ຄວາ​ມສ່ຽງ​ເພີ້​ມຂຶ້ນ ​ໃນ​
ການ​ທີ່​ຈະ​ເປັນ stroke ຫລື​ລົມ​ສາລະ​ບາດ ຖ້າວ່າ ​ເຂົາ​ເຈົ້າ​ຢູ່​ໃກ້ຄວັນ​ຢາສູບ​ທີ່​ເຕັມ​ໄປ​
ດ້ວຍ​ສານທີ່​ເປັນພິດ.

ນອກ​ນັ້ນ ການ​ຄົ້ນຄວ້າ​ບັ້ນ​ຫລ້າ​ສຸດ​ນີ້ ຍັງ​ສະ​ແດງ​ໃຫ້​ເຫັນຜົນ​ກະທົບ​ທີ່​ເສຍ​ຫາຍ​ຕໍ່​ເດັກ​
ຢູ່​ໃນ​ທ້ອງ​ແມ່​ນໍາ. ​ໂດຍ​ສະ​ເພາະ​ແລ້ວ ຖ້າ​ຫາກ​ວ່າ​ຜູ້​ເປັນ​ແມ່​ສູບຢາ ​ເດັກ​ກໍ​ຈະ​ເກີດ​ມາ​ມີ
ປາກ​ແວ່ງ ​ແລະ​ສານພິດ​ຢູ່​ໃນ​ຄວັນ​ຢາ ​ກໍ​ສາມາດ​ມີ​ຜົນ​ກະທົບ​ທີ່​ຍາວ​ນານ ຕໍ່ພັດທະນາ
ການຂອງສະໝອງ​ເດັກ ​ຢູ່​ໃນ​ຄັນ​ໄດ້.

Dr. Boris Lushniak ຫົວໜ້າ​ພະ​ແນ​ກສາທາລະນະ​ສຸກ​ຂອງສະຫະລັດ ຢາກ​ໃຫ້​ມີ
ການ​ຂຶ້ນ​ລາຄາ​ຢາສູບ ມີ​ການ​ປຸກລະດົມ​ຕໍ່ຕ້ານ​ການ​ສູບຢາທາງ​ສື່ຫລາຍ​ຂຶ້ນ ​ໃຫ້ການ​ຊ່ວຍເຫລືອເພີ້​ມຂຶ້ນ​ແກ່​ພວກ​ຄົນ​ທີ່​ຢາກ​ເຊົາ​ສູບຢາ ​ແລະ​ມີ​ການ​ເນ້ນ​ໜັກ​ສຸມ​ຄວາມ
ພະຍາຍາມຫລາຍຂຶ້ນ ​ໃສ່​ການ​ປ້ອງ​ກັນ ບໍ່​ໃຫ້​ພວກ​ໄວ​ລຸ້ນຕິດ​ຢາສູບ.

ເບິ່ງວີດີໂອອີກເລື້ອງນຶ່ງ ກ່ຽວກັບຜົນກະທົບຂອງການສູບຢາ:

Tobacco Report From 50 Years Ago Has Changed the World
please wait

No media source currently available

0:00 0:03:06 0:00
ລິງໂດຍກົງ

32nd Report on Tobacco: Smoking Deadlier than Previously Thought

A new report from the U.S. Surgeon General finds that smoking tobacco is even deadlier than previously thought. The report says smoking causes birth defects, and - for the first time - the report links smoking to diabetes, liver and colon cancers and other diseases. More from VOA's Carol Pearson.

In 1964, the first surgeon general's report on tobacco and health was issued by Surgeon General Luther Terry. It was the first scientific report to link smoking with lung cancer and heart disease.

Now, 50 years later, Acting Surgeon General Dr. Boris Lushniak, released a new report with more evidence about smoking tobacco and the harm it does to a person's health.

((DR. BORIS LUSHNIAK, ACTING SURGEON GENERAL))
"If we're going to work together to achieve a society free of tobacco-related disease, this must be understood."

The report urges increased use of tobacco-control measures, including price hikes for cigarettes and expanding indoor smoking bans.

The 2014 report also encourages research to see if lowering the amount of addictive nicotine in cigarettes could help people quit.

It also contains new findings.

((DR. BORIS LUSHNIAK, ACTING SURGEON GENERAL))
"Today we know that smoking is a cause of diabetes, rheumatoid arthritis, and poor response to treatment of arthritis, erectile dysfunction, an increased risk of tuberculosis, disease and death. We're adding colon, rectal and liver cancer to the long list of cancers caused by smoking."

Dr. Lushniak also said smoking suppresses the immune system so it's easier for smokers to get infectious diseases.

As for those who do not smoke, the new report finds they are at higher risk of stroke if they are exposed to someone else's toxin-filled tobacco smoke.

The latest research also shows damaging effects to unborn children. Especially if the mother smokes, babies are more likely to be born with cleft palates. The toxins in tobacco smoke can have lasting effects on a fetus's brain development.

The surgeon general would like to see higher prices on cigarettes, more anti-smoking media campaigns, more help for people who want to quit, and more emphasis on keeping teenagers from developing the habit.
XS
SM
MD
LG