ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

CIA ບໍ່ພົບເຫັນ ຫຼັກຖານ ວ່າ ປະເທດ ຊາອູດີ ອາເຣເບຍ ຢູ່ເບື້ອງຫຼັງ ຂອງການໂຈມຕີ ສຫລ 9/11


ເດັກຊາຍຄົນໜຶ່ງ ຫຼິ້ນໝາກບານເທັນນິສ ຢູ່ຕໍ່ໜ້າ ບໍລິເວນທີ່ຢູ່ຂອງ ນາຍ Osama bin Laden ໃນເມືອງ Abbottabad, ປະເທດ ປາກິສຖານ, ພຶດສະພາ 2011.
ເດັກຊາຍຄົນໜຶ່ງ ຫຼິ້ນໝາກບານເທັນນິສ ຢູ່ຕໍ່ໜ້າ ບໍລິເວນທີ່ຢູ່ຂອງ ນາຍ Osama bin Laden ໃນເມືອງ Abbottabad, ປະເທດ ປາກິສຖານ, ພຶດສະພາ 2011.

ຫົວໜ້າ ອົງການສືບລັບສະຫະລັດ ທ່ານ John Brennan ກ່າວວ່າ “ບໍ່ມີຫຼັກຖານ” ໃດໆ ຊີ້ໃຫ້ເຫັນວ່າ ຊາອຸດີ ອາເຣເບຍ ໃຫ້ການສະໜັບສະໜູນ ຕໍ່ກຸ່ມ al-Qaida ໃນ ການໂຈມ ຕີກໍ່ການຮ້າຍ ເມື່ອວັນທີ 11 ກັນຍາ 2001 ຕໍ່ນະຄອນ New York ແລະ ນະຄອນຫຼວງ ວໍຊິງຕັນ.

ການສັນນິຖານວ່າ ຊາອຸດີ ໄດ້ມີສ່ວນກ່ຽວພັນໃນບາງສ່ວນ ຊຶ່ງ ລັດຖະສະພາຮຽກຮ້ອງ ໃຫ້ ເປີດເຜີຍ ບົດການສືບສວນ ການໂຈມຕີ ເມື່ອວັນທີ 11 ກັນຍາ ຂອງລັດຖະສະພາຈຳ ນວນ 28 ໜ້າ. ທັງໝົດ 28 ໜ້ານັ້ນ ແມ່ນເປັນການສືບສວນ ທີ່ເພັ່ງເລັງໃສ່ ປະເທດຊາອຸດີ ອາເຣເບຍ ແລະ ຂໍ້ກ່າວຫາທີ່ວ່າ ປະເທດດັ່ງກ່າວມີສ່ວນພົວພັນດ້ວຍ.

ທ່ານ Brennan ຜູ້ອຳນວຍການ ຂອງ ອົງການສືບລັບ ຫຼື CIA ໄດ້ກ່າວຕໍ່ລາຍການໂທລະ ພາບ Meet the Press ຂອງຕາໜ່າງຂ່າວ NBC ໃນວັນອາທິດວານນີ້ວ່າ ຂໍ້ມູນຢູ່ໃນ ໜ້າບົດສືບສວນ “ແມ່ນບໍ່ມີການຢືນຢັນໄດ້, ບໍ່ສາມາດກວດໄດ້ ແລະ ເຫັນວ່າບໍ່ຄັກ ແນ່.”

ທ່ານໄດ້ກ່າວອີກວ່າ ຄະນະກຳມະການລັດຖະສະພາ “ໄດ້ມາຊຶ່ງການປະເມີນຄ່າຢ່າງ ຈະແຈ້ງທີ່ສຸດວ່າ ບໍ່ມີຫຼັກຖານທີ່ຊີ້ໃຫ້ເຫັນວ່າ ບໍ່ວ່າຈະແມ່ນສະຖາບັນ ລັດຖະບານ ຊາ ອຸດີ ອາເຣເບຍ ຫຼື ບັນດາເຈົ້າໜ້າທີ່ສ່ວນຕົວໄດ້ໃຫ້ການສະໜັບສະໜູນດ້ານການເງິນ ແກ່ກຸ່ມ al-Qaida ແຕ່ຢ່າງໃດ.”

ທ່ານ Brennan ເວົ້າຕໍ່ໄປວ່າ ໜ້າເຈ້ຍ 28 ໜ້າດັ່ງກ່າວ ບໍ່ໄດ້ເປີດເຜີຍໃຫ້ສາທາລະນະ ຊົນຮູ້ ກໍຍ້ອນຄວາມລະອຽດອ່ອນ ຂອງແຫຼ່ງຂໍ້ມູນ ຊຶ່ງໃຊ້ໃນການສືບສວນສອບສວນ.

ທ່ານໄດ້ກ່າວຖະແຫຼ່ງໄປໜຶ່ງມື້ ກ່ອນວັນຄົບຮອບປີ ຂອງການປະຕິບັດງານຂອງກຳລັງ ໜ່ວຍພິເສດ ສະຫະລັດ ຢູ່ໃນ ປາກິສຖານ ທີ່ໄດ້ຕາມລ່າຫາ ແລະ ສັງຫານ ຜູ້ນຳກຸ່ມ al-Qaida ນາຍ Osama bin Laden.

ຢູ່ໃນການໃຫ້ສຳພາດ ທີ່ໄດ້ຖືກບັນທຶກ ສຳລັບການອອກອາກາດ ໃນວັນຈັນມື້ນີ້ປະທານາ ທິບໍດີ ບາຣັກ ໂອບາມາ ໄດ້ກ່າວຕໍ່ ຕາໜ່າງຂ່າວ CNN ວ່າ ທ່ານໄດ້ອອກຄຳສັ່ງ ໃຫ້ບຸກຈູ່ ໂຈມ ໃນເວລານັ້ນ ກໍເພາະວ່າ “ຖ້າພວກເຮົາ ບໍ່ໄດ້ປະຕິບັດການທີ່ວ່ານັ້ນ ນາຍ bin Laden ກໍອາດຫລົບໜີໄປ ແລະ ອາດຈະໃຊ້ເວລາຫຼາຍປີ ກ່ອນທີ່ຜູ້ກ່ຽວຈະປາກົດໂຕ ອອກມາອີກ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG