ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Petraeus ລາອອກ ຈາກຫົວໜ້າ ຊີໄອເອ (ວີດີໂອ)


View of South America and portions of North America and Africa from the Mercury Dual Imaging System’s wide-angle camera aboard MESSENGER (Mercury Surface, Space Environment, Geochemistry, and Ranging). (Credit: NASA/Johns Hopkins University Applied Physics Laboratory/Carnegie Institution of Washington)
View of South America and portions of North America and Africa from the Mercury Dual Imaging System’s wide-angle camera aboard MESSENGER (Mercury Surface, Space Environment, Geochemistry, and Ranging). (Credit: NASA/Johns Hopkins University Applied Physics Laboratory/Carnegie Institution of Washington)
ນາຍພົນເບ້ຍບຳນານ David Petraeus ບຸກຄົນທີ່ໄດ້ຮັບຊື່ສຽງ
ວ່າເປັນຜູ້ຕ່າວປີ້ນສົງຄາມຢູ່ໃນອີຣັກ ໄດ້ລາອອກຈາກການເປັນ
ຫົວໜ້າອົງການສືບລັບຊີໄອເອຂອງສະຫະລັດ ຍ້ອນມີຄວາມສຳ
ພັນນອກສົມລົດ.

ທ່ານ Petraeus ໄດ້ຂຽນໃນຈົດໝາຍສະບັບນຶ່ງທີ່ສົ່ງໄປຫາພວກ
ພະນັກງານຂອງອົງການຊີໄອເອວ່າ ທ່ານໄດ້ຍື່ນໜັງສືຂໍລາອອກ
ດ້ວຍຕົນເອງ ຕໍ່ປະທານາທິບໍດີ ບາຣັກ ໂອບາມາ ໃນວັນພະຫັດ
ຜ່ານມາ. ທ່ານ Petraeus ຂຽນຕໍ່ໄປວ່າທ່ານໄດ້ສະແດງໃຫ້ເຫັນ ເຖິງຕັດສິນໃຈທີ່ຂີ້ຮ້າຍຫຼາຍແລະການກະທຳໃນທຳນອງນີ້ ແມ່ນ
ເປັນທີ່ຮັບເອົາບໍ່ໄດ້ ໃນການເປັນຜູ້ນຳ.

ອະດີດນາຍພົນທ່ານນີ້ກ່າວວ່າ ມັນເປັນກຽດອັນຍິ່ງໃຫຍ່ທີ່ໄດ້ມີ
ໂອກາດເຂົ້າຮັບໃຊ້ຢູ່ໃນອົງການຊີໄອເອ ແລະຂໍຂອບໃຈພະນັກງານທຸກຄົນຕໍ່ອັນທີ່ທ່ານ ເອີ້ນວ່າ ການຮັບໃຊ້ແບບພິເສດຂອງພວກເຂົາເຈົ້ານັ້ນ.

ປະທານາທິບໍດີໂອບາມາ ເວົ້າວ່າ ດ້ວຍການເຂົ້າຮັບໃຊ້ປະເທດຊາດຕະຫຼອດຊີວິດຂອງ ທ່ານ Petraeus ຢູ່ໃນກອງທັບແລະໃນຖານະຫົວໜ້າໜ່ວຍສືບລັບອາເມຣິກັນນັ້ນທ່ານ ໄດ້ເຮັດໃຫ້ປະເທດຊາດມີຄວາມປອດໄພແລະຄວາມເຂັ້ມແຂງຂຶ້ນກວ່າເກົ່າ.

ສື່ມວນຊົນຂອງສະຫະລັດລາຍງານວ່າ ຄວາມສຳພັນນອກສົມລົດດັ່ງກ່າວນີ້ໄດ້ຖືກຄົ້ນພົບ ເວລາອົງການສັນຕິບານກາງ FBI ເລີ້ມທຳການສືບສວນເບິ່ງນັກຂ່າວ Paula Broadwell
ທີ່ຂຽນຊີວະປະວັດຂອງທ່ານ Petraeus ທີ່ມີການກ່າວຫາວ່າ ພະຍາຍາມຊອກຫາຂໍ້ມູນ ລັບແລະເຂົ້າໄປກວດເບິ່ງອີແມລຂອງທ່ານນາຍພົນ.

ລາຍງານຂ່າວແຈ້ງວ່າ ນາງ Broadwell ສາມາດເຂົ້າຫານາຍພົນ Petraeus ຢູ່ອັຟກາ ນິສຖານ ເກືອບວ່າບໍ່ມີການຈຳກັດເລີຍ. ແຕ່ອົງການ FBI ບໍ່ໄດ້ລະບຸຊື່ນາງ Broadwell ວ່າເປັນແມ່ຍິງ ທີ່ທ່ານ Petraeus ມີຄວາມສຳພັນນອກສົມລົດນຳ. ນອກນັ້ນ ນາຍພົນ Petraeus ກໍບໍ່ໄດ້ເປີດເຜີຍຊື່ໃດໆໃຫ້ຊາບ.

XS
SM
MD
LG