ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ວ່າ ອົງການ CIA ຈະບໍ່ໃຊ້ ໂຄງການ ສັກຢາວັກຊີນ ເພື່ອສືບລັບ


ການສັກຢາວັກຊີນ
ການສັກຢາວັກຊີນ
ທຳນຽບຂາວ​ປະຕິຍານ​ວ່າ ອົງການສືບລັບ CIA ຂອງສະຫະລັດ
ຈະບໍ່ນຳໃຊ້ໂຄງການສັກຢາວັກຊີນ ເປັນສາກບັງໜ້າ ເພື່ອປະຕິ
ບັດງານສືບລັບ 3 ປີຫຼັງຈາກທີ່ໜ່ວຍສືບລັບ ດັ່ງກ່າວ ໄດ້ໃຊ້
ອຸບາຍນີ້ຢູ່ໃນປາກີສຖານ ກ່ອນທີ່ທາງສະຫະລັດຈະບຸກໂຈມຕີ
ທີ່ໄດ້ສັງຫານທ້າວ Osama bin Laden.

ໂຄສົກທຳນຽບຂາວ ກ່າວວ່າ ທ່ານນາງ Lisa Monaco ທີ່ປຶກ
ສາສູງສຸດດ້ານຕໍ່ຕ້ານກໍ່ ການຮ້າຍຂອງປະທານາທິບໍດີສະຫະ
ລັດ ທ່ານ ບາຣັກ ໂອບາມາ ໄດ້ຕອບຈົດໝາຍຫົວ ໜ້າຄະນະ
ແພດສາດ ຂອງມະຫາວິທະຍາໄລທີ່ມີຊື່ສຽງສິບກວ່າແຫ່ງ
ໃນອາທິດແລ້ວນີ້ທີ່ເປັນຫ່ວງວ່າ ການໃຊ້ອຸບາຍດັ່ງກ່າວອາດ
ຈະສ້າງຄວາມເສຍຫາຍຮ້າຍແຮງຕໍ່ການດຳ ເນີນຄວາມພະຍາຍາມທາງດ້ານສາທາ
ລະນະສຸກ.

ທ່ານນາງ Monaco ໄດ້ບອກກັບຫົວໜ້າຄະນະແພດສາດວ່າ ອົງການ CIA ໄດ້ຕົກ
ລົງທີ່ຈະບໍ່ໃຊ້ໂຄງການສັກຢາວັກຊີນ ຫຼືພວກພະນັກງານຂອງອົງການເຫຼົ່ານີ້ເພື່ອການ
ສືບລັບ. ນອກນັ້ນ ອົງການ CIA ​ຍັງ​ໄດ້​ຕົກ​ລົງ ທີ່ຈະບໍ່ນຳໃຊ້ເຊື້ອພັນທຸສາດຕ່າງໆ
ທີ່ໄດ້ຮັບຈາກໂຄງການເຫຼົ່າ​ນີ້.

​ໃນ​ປີ 2011 ອົງການ CIA ​ໄດ້​ເກນໃຫ້ທ່ານໝໍ Sahakil Afridi ຊາວປາ​ກີ​ສຖານເປີດ ໂຄງການ​ສັກ​ຢາ​ວັກຊີນປ້ອງກັນໂຣກຕັບ​ໃນ​ເມືອງ Abbottabad ​ປະເທດປາ​ກີ​ສຖານ
ເພື່ອບັງ​ໜ້າ ໃນການ​ເກັບ​ກຳ​ເອົາ DNA ຈາກເຮືອນ​ຂອງທ້າວ bin Laden.

ສະຫະລັດ ຕ້ອງການ​ໃຫ້​ເປັນທີ່ແນ່ໃຈວ່າ ທ້າວ bin Laden ​ຢູ່​ທີ່​ນັ້ນ​ແທ້ ກ່ອນ​ທີ່​ຈະເລີ່​ມ
ປະຕິບັດ​ງານ​ບຸກເຂົ້າໄປສັງຫານຜູ້ກ່ຽວ ຢູ່ປາກິສຖານ.

ທ່ານໝໍ Afridi ໄດ້ຖືກພົບເຫັນວ່າ ມີຄວາມຜິດໃນຖານທໍລະຍົດຕໍ່ປະເທດຊາດແລະຖືກ
ຕັດ ສິນ​ຈຳ​ຄຸກ 33 ປີ ​ໃນປາ​ກີ​ສຖານ. ຄະດີ​ຂອງ​ທ່ານ​ໄດ້​ຖືກ​ຕ່າວ​ປີ້ນ​ໃນ​ປີ 2013 ​ແລະ​ໃນ​ປະຈຸ​ບັນ​ນີ້ ທ່ານໝໍ Afridi ​ກຳລັງປະ​ເຊີນ​ ກັບການ​ຖືກ​ດຳ​ເນີນ​ຄະດີ​ຄືນ​ໃໝ່. ​
XS
SM
MD
LG