ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຜູ້ອຳນວຍການ CIA ຢືນຢັນວ່າ ຈະບໍ່ໃຊ້ວີທີ ສອບສວນ 'waterboarding' ກັບຜູ້ຖືກຄຸມຂັງ


ຜູ້ອຳນວຍການ ອົງການສືບລັບ ສະຫະລັດ CIA ທ່ານ John Brennan ປາກົດໂຕຕໍ່ໜ້າ ຄະນະກຳມະການ ສືບລັບ ຂອງສະພາຕ່ຳ ໃນການຮັບຟັງ ລາຍງານ ຂອງການຂົ່ມ
ຂູ່ຕໍ່ໂລກ ຢູ່ທີ່ລັດຖະສະພາ ຫຼື Capitol Hill ໃນນະຄອນ
ຫຼວງວໍຊິງຕັນ, ວັນພະຫັດ ທີ 25 ກຸມພາ 2016.
ຜູ້ອຳນວຍການ ອົງການສືບລັບ ສະຫະລັດ CIA ທ່ານ John Brennan ປາກົດໂຕຕໍ່ໜ້າ ຄະນະກຳມະການ ສືບລັບ ຂອງສະພາຕ່ຳ ໃນການຮັບຟັງ ລາຍງານ ຂອງການຂົ່ມ ຂູ່ຕໍ່ໂລກ ຢູ່ທີ່ລັດຖະສະພາ ຫຼື Capitol Hill ໃນນະຄອນ ຫຼວງວໍຊິງຕັນ, ວັນພະຫັດ ທີ 25 ກຸມພາ 2016.

ຜູ້ອຳນວຍການ ອົງການສືບລັບ ສະຫະລັດ CIA ທ່ານ John Brennan ກ່າວວ່າ ອົງການຂອງທ່ານ ຈະບໍ່ໃຊ້ວິທີການ ເອົານ້ຳເທໃສ່ໜ້າໃຫ້ເໝືອນກັບວ່າ ກຳລັງຈົມ ນ້ຳຕາຍ ຫຼື waterboarding ກັບພວກທີ່ຖືກຄວບຄຸມຕົວຢູ່ ເຖິງແມ່ນວ່າ ປະທານາ ທິບໍດີຜູ້ທີ່ດຳລົງຕຳແໜ່ງຢູ່ ໃນອະນາຄົດ ຈະອອກຄຳສັ່ງ ໃຫ້ໃຊ້ເທັກນິກ ສອບສວນ ຕ່າງໆ ເຊັ່ນນັ້ນ ກໍຕາມ.

ທ່ານ Brennan ໄດ້ກ່າວໃນການໃຫ້ສຳພາດ ກັບຕາໜ່າງຂ່າວ NBC ວ່າ “ເດັດຂາດ ຂ້າພະເຈົ້າ ບໍ່ເຫັນດີນຳ ການໃຫ້ເຈົ້າໜ້າທີ່ CIA ຄົນໃດ ປະຕິບັດການໃຊ້ເທັກນິກ ດັ່ງກ່າວນີ້ອີກ,” ຊຶ່ງສ່ວນໜຶ່ງຂອງການສຳພາດໄດ້ຖືກຖ່າຍທອດອອກອາກາດ ໃນວັນ ອາທິດວານນີ້.

ຊາຍຄົນໜຶ່ງ ຍ່າງຂ້າມ ເຄື່ອງໝາຍ ສັນຍາລັກ ຂອງ ອົງການສືບລັບ (CIA) ຢູ່ໃນສຳນັກງານໃຫຍ່ ຂອງ CIA ໃນເມືອງ Langley, ລັດ Virginia.
ຊາຍຄົນໜຶ່ງ ຍ່າງຂ້າມ ເຄື່ອງໝາຍ ສັນຍາລັກ ຂອງ ອົງການສືບລັບ (CIA) ຢູ່ໃນສຳນັກງານໃຫຍ່ ຂອງ CIA ໃນເມືອງ Langley, ລັດ Virginia.

ທ່ານ Brennan ກ່າວວ່າ ທ່ານ ຈະບໍ່ໃຊ້ກົນລະຍຸດນັ້ນ “ເພາະວ່າ ສະຖາບັນນີ້ ຕ້ອງ ຄົງທົນຕໍ່ໄປ.”

ອົງການ CIA ໄດ້ໃຊ້ແຜນການສອບສວນທີ່ທໍລະຫົດ ທີ່ເປັນເປົ້າໝາຍແນໃສ່ ເພື່ອບັງຂັບ ໃຫ້ພວກຜູ້ຕ້ອງສົງໄສກໍ່ການຮ້າຍ ໃຫ້ບອກຂໍ້ມູນກ່ຽວກັບ ການໂຈມຕີ ທີ່ອາດເປັນໄປໄດ້ ຕໍ່ສະຫະລັດໃນປີຕໍ່ມາຫຼັງຈາກ ການໂຈມຕີກໍ່ການຮ້າຍເມື່ອປີ 2001 ທີ່ໄດ້ສັງຫານ ເກືອບ 3,000 ຄົນ ຢູ່ໃນສະຫະລັດ.

ປະທານາທິບໍດີ ບາຣັກ ໂອບາມາ ໄດ້ຫ້າມການໃຊ້ເທັກນິກດັ່ງກ່າວ ໃນເວລາ ທ່ານ ເຂົ້າຮັບຕຳແໜ່ງ ໃນປີ 2009 ໂດຍກ່າວວ່າ ການກະທຳເຊັ່ນນັ້ນ ເປັນການທໍລະມານ.

ຜູ້ສະໝັກແຂ່ງຂັນເປັນປະທານາທິບໍດີ ສັງກັດພັກຣີພັບບລີກັນ ທ່່ານ Donald Trump ໄດ້ກ່າວເມື່ອເດືອນແລ້ວນີ້ ວ່າ ທ່ານຈະ “ໃຊ້ອຳນາດພາຍໃຕ້ກົດໝາຍທຸກຢ່າງ” ເພື່ອ ຢຸດຢັ້ງພວກກໍ່ການຮ້າຍ ແຕ່ຈະບໍ່ສັ່ງໃຫ້ທະຫານ ຫຼື ບຸກຄົນໃດ ໃຫ້ລະເມີດກົດໝາຍ. ທ່ານໄດ້ສະໜັບສະໜູນ ການໃຊ້ວິທີ “ທີ່ໜັກກວ່າ waterboarding.” ຄູ່ແຂ່ງທີ່ມີີຄະ ແນນໃກ້ຄຽງທີ່ສຸດ ຂອງທ່ານ ຄືສະມາຊິກສະພາສູງ ທ່ານ Ted Cruz ໄດ້ກ່າວໃນ ເດືອນກຸມພາ ວ່າ ທ່ານຈະນຳຄືນມາໃຊ້ “ວິທີໃດກໍຕາມ ທີ່ເສີມຂະຫຍາຍ ການສອບ ສວນ” ຄັນມີຄວາມຈຳເປັນທີ່ຈະຮັກສາຄວາມປອດໄພຂອງປະເທດ.

ອ່ານຂ່າວ ເລື່ອງນີ້ ເປັນພາສາລາວ

XS
SM
MD
LG