ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລະເບີດແຕກຢູ່ໂບດໃນປະເທດ ອີຈິບ ມີຄົນຕາຍ 21 ຄົນ


ປະຊາຊົນເຕົ້າໂຮມກັນຢູ່ນອກໂບດ ຫຼັງຈາກການໂຈມຕີ
ດ້ວຍລະເບີດໃນສາມຫຼ່ຽມປາກແມ່ນໍ້າ Nile, ເມືອງ Tanta, ປະເທດ ອີຈິບ. 9 ເມສາ, 2017.
ປະຊາຊົນເຕົ້າໂຮມກັນຢູ່ນອກໂບດ ຫຼັງຈາກການໂຈມຕີ ດ້ວຍລະເບີດໃນສາມຫຼ່ຽມປາກແມ່ນໍ້າ Nile, ເມືອງ Tanta, ປະເທດ ອີຈິບ. 9 ເມສາ, 2017.

ບັນດາເຈົ້າໜ້າທີ່ໃນພື້ນທີ່ສາມຫຼ່ຽມປາກແມ່ນໍ້າ Nile ຂອງປະເທດ ອີຈິບ ກ່າວວ່າ ລະເບີດ ແຕກຢູ່ໂບດແຫ່ງໜຶ່ງ ໄດ້ສັງຫານປະຊາຊົນຢ່າງໜ້ອຍ 21 ຄົນ ແລະ ເຮັດໃຫ້ບາດເຈັບອີກ ຫຼາຍສິບຄົນ.

ລະເບີດແຕກຢູ່ໂບດແຫ່ງໜຶ່ງທີ່ເຕັມໄປດ້ວຍຜູ້ຄົນ ໃນວັນອາທິດມື້ນີ້ ຢູ່່ເມືອງ Tanta ໄດ້
ເກີດ ຂຶ້ນໃນຂະນະທີ່ຊາວຄຣິສຕຽນ ອິຈິບ ບູຮານ ໄດ້ສະເຫຼີມສະຫຼອງວັນ Palm
Sunday. ເມືອງ Tanta ຕັ້ງຢູ່ພາກເໜືອຫ່າງຈາກນະຄອນຫຼວງ ໄຄໂຣ 120 ກິໂລແມັດ.

ບໍ່ມີກຸ່ມໃດອອກມາອ້າງເອົາຄວາມຮັບຜິດຊອບ ສຳລັບການໂຈມຕີໃນວັນອາທິດມື້ນີ້, ເຊິ່ງ
ເປັນການໂຈມຕີຢ່າງຕໍ່ເນື່ອງ ຕໍ່ຊາວ ຄຣິສຕຽນ ຄັ້ງຫຼ້າສຸດ.

ພະສັນຕະປາປາ Francis ຜູ້ນຳສາສະໜາ ໂຣມັນ ກາໂຄລິກ ຂອງໂລກ, ທີ່ມີກຳນົດຈະ
ເດີນທາງໄປຢ້ຽມຢາມນະຄອນຫຼວງ ໄຄໂຣ ໃນເດືອນນີ້ ໄດ້ສະແດງຄວາມເປັນນໍ້າໜຶ່ງໃຈ
ດຽວກັນ ກັບປະຊາຄົມຊາວ ຄຣິສຕຽນ ຂອງ ອີຈິບ.

ຊາວ ຄຣິສຕຽນ ປະກອບມີຢູ່ ປະມານ 10 ເປີເຊັນຂອງປະຊາກອນທັງໝົດຂອງ ອີຈິບ. ພວກເຂົາເຈົ້າ ໄດ້ຖືກຮາວີຢ່າງຊໍ້າແລ້ວຊໍ້າອີກໂດຍພວກຫົວຮຸນແຮງອິສລາມ.

ວັນ Palm Sunday ເປັນວັນລະນຶກເຖິງໄຊຊະນະຂອງການເຂົ້າໄປໃນນະຄອນ
Jerusalem ຂອງພະເຍຊູ ໃນເວລາທີ່ກ້ານຕົ້ນຕານໄດ້ຖືກປູຢາຍເດຍລະດາດຢູ່ຕໍ່ໜ້າ
ພະອົງ. ໃນບໍ່ເທົ່າໃດມື້ຕໍ່ມາ, ພະອົງກໍໄດ້ຖືກຈັບກຸມ ແລ້ວ ນຳໂຕໄປແຂວນໄວ້ ຢູ່ໄມ້ກາງ
ເຂນ.

Officials in Egypt's Nile Delta say a bomb blast at a church has killed at least 21 people and wounded dozens of others.

The explosion Sunday in a packed church in the town of Tanta comes as Coptic Christians celebrate Palm Sunday.Tanta is 120 kilometers north of Cairo.

There has been no immediate claim of responsibility for Sunday's blast, the latest in a recent string of attacks on Christians.

Pope Francis, the leader of the world's Roman Catholics, is scheduled to visit Cairo this month to express solidarity with Egypt's Christian community.

Christians make up about 10 percent of Egypt's population.They have been repeatedly harassed by Islamic extremists.

Palm Sunday commemorates Jesus' triumphant entry into Jerusalem when palm branches were strewn in front of him.Days later, he would be arrested and crucified.

XS
SM
MD
LG