ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລັດຖະມົນຕີ ປ້ອງກັນປະເທດ ສະຫະລັດ ຢ້ຽມຢາມ ປະເທດຈີນ (ວີດີໂອ)


ທ່ານ Chu​ck Hagel ຫົວໜ້າ ກະຊວງ​ປ້ອງ​ກັນ​ປະ​ເທດ
ສະຫະລັດ ​ໄດ້​ເດີນ ທາງ​ໄປຢ້ຽມຢາມຈີນ
ທ່ານ Chu​ck Hagel ຫົວໜ້າ ກະຊວງ​ປ້ອງ​ກັນ​ປະ​ເທດ ສະຫະລັດ ​ໄດ້​ເດີນ ທາງ​ໄປຢ້ຽມຢາມຈີນ
ທ່ານ Chu​ck Hagel ຫົວໜ້າ ກະຊວງ​ປ້ອງ​ກັນ​ປະ​ເທດ
ສະຫະລັດ ​ໄດ້​ເດີນ ທາງ​ໄປ​ເຖິງ ​ເມືອງ​ທ່າ​ Quingdao
​ຂອງ​ຈີນ ເພື່ອຊົມກຳ​ປັ່ນ​ບັນທຸກເຮືອບິນ​ຂອງຈີນ ​ທີ່​ມີ​ຢູ່່​
ລຳ​ດຽວນັ້ນ ​ແຕ່ເປັນຮ່ອງ​ຮອຍ​ຂອງອຳນາດ​ທາງ​ທະ​ຫານ
ທີ່​ກຳລັງ​ເພີ້​ມທະວີ​ຂື້ນນັບ​ມື້.

​ເຈົ້າ​ໜ້າ​ທີ່ສະຫລັດຄົນ​ນຶ່ງ​ ກ່າວໃນ​ວັນ​ຈັນ​ມື້​ນີ້​ວ່າ ທ່ານ Hagel
​ໄດ້ຂໍໄປ​ເບິ່ງ ​ກຳ​ປັ່ນບັນທຸກເຮືອບິນ​ໃນ​ວັນ​ຈັນ​ມື້​ນີ້ ນຶ່ງມື້ ຫລັງ​
ຈາກ ທ່ານໄດ້​ຮຽກຮ້ອງ​ໃຫ້ ປັກ​ກິ່​ງຈົ່ງ​ໃຊ້​ອຳນາດ​ຂອງ​ຕົນ ​ແບບ
​ມີ​ຄວາມຮັບຜິດຊອບ ​ຢູ່​ໃນສາຍ​ພົວພັນກັບ​ຂົງ​ເຂດ ​ແລະ​ການ​ຂັດ
​ແຍ້​ງກັນ​ເລື້ອງ​ເຂດ​ນຳ້ ແດນ​ດິນ.

ທ່ານ Hagel ​ໄດ້ກ່າວ​ຄຳ​ຮຽກຮ້ອງ​ນັ້ນ ໃນວັນ​ອາທິດ​ວານ​ນີ້ ທີ່ນະຄອນຫລວງໂຕ​ກຽວ
ບ່ອນ​ທີ່ ທ່ານ​ກ່າວ​ວ່າ ວໍຊິງ​ຕັນມີ​ແຜນ​ທີ່​ຈະ​ສົ່ງ ​ກຳ​ປັ່ນ​ປ້ອງ​ກັນລູກສອນ​ໄຟ ​ສອງ​ລຳ ​
ໄປ​ໃຫ້ ຍີ່ປຸ່ນ​ ພາຍໃນ​ປີ 2017 ​ເພື່ອຕ້ານ​ຢັນ​ໄພຂົ່ມຂູ່​ຈາກການພຶດຕິກຳ​ຕ່າງໆ ​ຂອງ​
ເກົາຫລີ​ເໜືອ.

ວີດີໂອ: ກຳປັ່ນບັນທຸກເຮືອບິນ ຂອງຈີນ:
China aircraft carrier video
please wait

No media source currently available

0:00 0:01:04 0:00

ລັດຖະມົນ​ຕີ​ປ້ອງ​ກັນ​ປະ​ເທດສະຫະລັດ ຈະ​ໃຊ້​ເວ​ລາຢູ່ໃນຈີນ ສາມ​ມື້ ຊຶ່ງ​ເປັນພາກ
ສ່ວນນຶ່ງ​ຂອງການ​ຢ້ຽມຢາມ 10 ມື້ ​ຫລາຍ​ປະ​ເທດ ​ໃນ​ເຂດ​ເອ​ເຊຍປາຊິ​ຟິກ ​ເພື່ອໃຫ້
ຄວາມ​ໝັ້ນ​ໃຈ​ຄືນ​ໃໝ່​ແກ່​ບັນດາ​ພັນທະ​ມິດ​ວ່າ ສະຫະລັດມີ​ຄວາມ​ໝາຍ​ໝັ້ນ ຕໍ່​ການ​
ປະຕິບັດ ສົນທິສັນຍາ​ຮ່ວມ​ປ້ອງ​ກັນ ຢູ່​ໃນຂົງ​ເຂດນັ້ນ.

ທ່ານ Hage ​ໄດ້​ເດີນທາງ​ໄປ​ເຖິງປະ​ເທດ​ຈີນ ຈາກ ຍີ່ປຸ່ນ ​ແລະ​ມີໝາຍກຳນົດຈະ​ພົບ
ປະ​ກັບ ບັນ​ດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ຈີນ ກ່ອນອອກ​ເດີນ​ທາງ​ໄປ​ມົງ​ໂກ​ເລຍ ແລ້ວຫລັງ ຈາກນັ້ນ ກໍ​ຈະເດີນທາງ​ກັບຄືນ​ສະຫະລັດ. ​
XS
SM
MD
LG