ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ນັກຮ້ອງ Rock ’n’ Roll ທີ່ມີຊື່ສຽງ ທ່ານ Chuck Berry ເຖິງແກ່ມໍລະນະກຳແລ້ວ


ນັກຮ້ອງເພງ Rock 'n' roll ອະມະຕະ ທ່ານ Chuck Berry ສະແດງເພງ "Johnny B. Goode" ຢູ່ຫໍສະໝຸດ ແລະ ຫໍພິພິທະພັນ ປະທານາທິບໍດີ John F. Kennedy ໃນນະຄອນ Boston, 26 ກຸມພາ, 2012.
ນັກຮ້ອງເພງ Rock 'n' roll ອະມະຕະ ທ່ານ Chuck Berry ສະແດງເພງ "Johnny B. Goode" ຢູ່ຫໍສະໝຸດ ແລະ ຫໍພິພິທະພັນ ປະທານາທິບໍດີ John F. Kennedy ໃນນະຄອນ Boston, 26 ກຸມພາ, 2012.

ໜຶ່ງໃນບັນດາລາຊາເພງ rock ‘n’ roll ອາເມຣິກັນ ທ່ານ Chuck Berry ໄດ້ເຖິງແກ່ມໍລະ ນະກຳແລ້ວ ອາຍຸ 90 ປີ.

ນັກດົນຕີ ອາເມຣິກັນ ຜິວດຳທີ່ໂດ່ງດັງຄົນນີ້, ມີຖິ່ນກຳເນີດຢູ່ນະຄອນ St. Louis ລັດ ມິສຊູຣີ, ໄດ້ທຳການສະແດງຄັ້ງທຳອິດຢູ່ໂຮງ

ຮຽນມັດທະຍົມແຫ່ງໜຶ່ງ. ນັບຕັ້ງແຕ່ນັ້ນມາ, ລາວໄດ້ຕໍ່ສູ້ຊີວິດເຊິ່ງລວມມີເຂົ້າໂຮງບຳບັດ,
ຕິດຄຸກ 20 ເດືອນ, ແລະ ເປັນຈຸດສົນໃຈຂອງຄົນຫຼາຍທົດສະວັດ, ຄົ້ນຄວ້າຮູບແບບຂອງ
ເພງທີ່ໄດ້ກາຍເປັນລັກສະນະທີ່ກົງກັບເພງ ອາເຣິກັນ.

ທ່ານ Charles Edward Anderson Berry, ຜູ້ທີ່ເລືອກໃຊ້ຊື່ວ່າ Chuck, ມີຊື່ສຽງສຳ
ລັບເພງຍອດນິຍົມຂອງຊຸມປີ 1950 ເຊັ່ນ Maybellene ແລະ Roll over Beethoven,
Sweet Little Sixteen ແລະ ເພງ Johnny B. Goode. ເປັນເພງດ່ຽວທີິ່ມີວິວັດທະນາ
ການປະສານກັບເພງ ປັອບ, ເພງລູກທົ່ງ ແລະ ເພງ Blues ເຊິ່ງເປັນເພງຊ້າ ແລະ ມີຈັງ
ຫວະໜັກ ໄດ້ເປັນເພງເຕັ້ນຍອດນິຍົມໃນໂຮງກິລາຂອງໂຮງຮຽນມັດທະຍົມ ແລະ ສະໂມ
ສອນເພງແຫ່ງຕ່າງໆໃນທົ່ວ ສະຫະລັດ. ລັກສະນະເພງຂອງທ່ານໄດ້ໃຫ້ກຳເນີດຍຸກຂອງ
ຄົນ ອາເມຣິກັນ ລຸ້ນໃໝ່, ມີແຮງກະຕຸ້ນ ແລະ ກະຕືລືລົນ ແລະ ເບີກບານໃຈ.

ເພງຍອດນິຍົມ Maybellene ຂອງທ່ານ Berry ແມ່ນເພງ rock ‘n’ roll ທີ່ໄດ້ຮັບແຮງ
ບັນດານໃຈຈາກເພງລູກທົ່ງ Ida Red. ທ່ານ Berry ໄດ້ຂຽນໃນບັນທຶກປະຈຳວັນວ່າ ປະ
ເພດເພງຂອງທ່ານ, ປະເພດ Chess “ບໍ່ໜ້າເຊື່ອວ່າ ເພງຄົນບ້ານນອກຈະສາມາດ
ຂຽນອອກມາ ແລະ ຮ້ອງໂດຍຄົນຜິວດຳໄດ້.”

ເພງຂອງທ່ານໄດ້ມີອິດທິພົນຕໍ່ນັກຮ້ອງທີ່ມີຊື່ສຽງໂດ່ງດັງຂຶ້ນມາຕາມຫຼັງທ່ານ, ລວມທັງ
ຕໍານານເພງທີ່ຮູ້ຈັກກັນດີວົງ Rolling Stone, the Beach Boys ແລະ ວົງ the
Grateful Dead. ທ່ານ Keith Richards ຈາກວົງ Rolling Stone ໄດ້ກ່າວຕະຫຼົກ ໂດຍອ້າງເຖິງທ່ານ Berry ໃນກາງຊຸມປີ 1980 ວ່າ, “ຂ້າພະເຈົ້າໄດ້ລັກເອົາຂອດກິຕ້າ ທຸກໆຂອດທີ່ ທ່ານໄດ້ຫຼິ້ນ."/

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG