ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການສະຫຼອງ ບຸນຄຣິສຕ໌ມາສ ຂອງຄົນລາວຜູ້ນຶ່ງ ທີ່ລັດເວີຈີເນຍ


ຕົ້ນຄຣິສຕມາສແຫ່ງຊາດທີທໍານຽບຂາວ
ຕົ້ນຄຣິສຕມາສແຫ່ງຊາດທີທໍານຽບຂາວ

ໃນ​ລາຍການ​ຊາວ​ລາວ​​ໃນ​ຕ່າງ​ແດນ​​ແລງ​ມື້ນີ້ເຮົາ​ມີ​ລາຍການ​ສຳພາດກັບ​ທ່ານ​ຄຳ​​ໄຜ່ ປັນຍາ​ນຸວົງ ຈາກ​ລັດ​ເວີ​ຈີ​ເນຍ ກ່ຽວກັບການ​ສະຫຼອງ​ເທສະ​ການບຸນຄຣິສຕ໌ມາສ ຊຶ່ງ​ເປັນ​ບຸນ​ປະ​ເພ ນີ​ຂອງຊາວ​ອະ​ເມຣິກັນ.

ວັນ​ອາທິດ ທີ 25 ​ເດືອນ​ທັນວາ ທີ​ຈະ​ມາ​ເຖີງນີ້ ບັນດາ​ຊາວ​ໂລກ​ທີ​ນັບຖືສາສນາຄຣິສ
ຫລື​ຊາ​ວຄຣິສຕຽນ ຈະ​ພາກັນ​ສະ​ຫລ​ອງບຸນຄຣິສມາສຕ໌ຊຶ່ງ​ເປັນບຸນຄົບຮອບວັນ​ປະສູດ
ຂ​ອງພະ​ເຍຊູ. ​ຄຣິສມາສຕ໌ ແມ່ນການ​ສະຫລອງບຸນ​ໃຫ່ຍທີ່ສຸດ​ປະ​ຈໍາປີບຸນນຶ່ງ ​ນັບ​ແຕ່
ສະໄໝ​ດຶກ​ດໍາ​ບັນມາຈົນເຖິງສະ​ໄໝ​ປັດ​ຈຸ​ບັນນີ້ ການ​ສະຫລອງບຸນຄຣິສມາສຕ໌ ​ໄດ້​ມີວິ
ວັດທະນາ​ການມາ​ຕາມ​ຍຸກສະ​ໄໝ ​ໂດຍ​ສະ​ເພ​າະຢ່າງ​ຍິ່ງ ສະ​ໄໝ​ປັດ​ຈຸ​ບັນນີ້ ກ່ອນ​ວັນ
ຄຣິສມາສຈະມາ​ເຖິງຄົນ​ທັງຫລາຍ​ຈະ​ພາກັນເດີນທາງໄປ​ຢ້ຽມຢາມຖາມ​ຂ່າວ ສະມາຊິກ
ຄອບຄົວ ຍາດ​ຕິ​ພີ່​ນ້ອງ​ແລະໝູ່​ເພື່ອນທີບໍ່​ໄດ້ພົບ​ພໍ້ກັນ​ມາເປັນເວ​ລາດົນນານ. ຖ້າ​ຫາກ
ວ່າຜູ່ໃດຢູ່ໂດດ​ດ່ຽວ​ ​ເວລາ​ນີ້​ ມັນ​ອາດຈະ​ເຮັດໃຫ້​ບຸກຄົນ​ດັ່ງກ່າວ ເກີດມີຄວາມ​ໂສກ​ເສົ້າ
ເຫງົາໃຈແລະ​ຫາ​ທາງ​ອອກ ​ໄປ​ສັງ​ສັນ​ກັບໝູ່ເພື່ອນ​ແທນ.

ໃນເວລາດຽວ​ກັນນີ້ ບັນດາຮ້າ​ນຄ້າຕ່າງໆ​ ຈະ​ໜາ​ແໜ້ນເຕັມໄປ​ດ້ວຍ​ຝູງ​ຊົນ ທີພາກັນ
ໄປຈັບ​ຈ່າ​ຍຊື້ເຄຶ່ອງ​ໃຊ້ຂ​ອງສອຍຕ່າ​ງໆ ພ້ອມ​ດຽວ​ກັນ​ນີ້ມັນເປັນວາຣະ​ໂອກາດສົ່ງຄຳ
ອວຍ​ພອນ​ໃຫ້​ກັນ​ແລະ​ກັນ ​ເຮັດ​ບຸນ​ເຮັດທານຊ່ອຍ​ເຫຼືອຜູ່​ທີ່ທຸກ​ຍາກຂາດ​ເຂີນ. ນອກ
ນັ້ນ ​ກໍຊື້ຂອງຂວັນ​ໃຫ້ແກ່​ຕົນ​ເອງ ແລກປ່ຽນ​ຊຶ່ງ​ກັນ​ແລະ​ກັນ ສິ່ງສໍາ​ຄັນ​ທີ​ສຸດ​ກໍ​ຄືແມ່ນ
ໂອກາດໃຫ້​ຂອງ​ຂວັນ​ແກ່​ລູກ​ຫລານແລະ​ເດັກນ້ອຍ​ທັງຫລາຍ ທີ​ເຂົາ​ເຈົ້າໄດ້ພາກັນ​ລໍຖ້າ
ໃຫ້ວັນ​ນີ້​ມາ​ເຖີງ​ໂດຍ​ບໍ່​ກ່ຽວ​ເລີຍວ່າ ພໍ່​ແມ່​ຂອງເດັກນ້ອຍ​ເຫລົ່າ​ນີ້ຈະພາກັນ​ນັບຖື​ສາສະ
ໜາຫຍັງ​ກໍ​ຕາມ. ຊາວ​ອາ​ເມຣິກັນເຊື້ອສາຍ​ລາວທີ່​ໄດ້​ເຂົ້າ​ມາ​ຢູ່ໃນສະຫະຣັດອາ​ເມຣິກາ
ໄດ້ກາຍ​ມາ​ເປັນ​ພົນ​ລະ​ເມືອງ​ຂອງ​ປະ​ເທດ​ນີ້​ໄປ​ແລ້ວປະ​ເທດ​ທີ່ເຮົາ​ອາ​ໄສ​ຢູ່ຢ່າງຖືກຕ້ອງ
ຕາ​ມກົດໝາຍແລະ​ເຖິງແມ່ນ​ວ່າ​ພວກ​ເຂົາເຈົ້າມີ​ສິດທິ​ເສຣິີພາບໃນ​ການ​ນັບຖືສາສະໜາ
ສະໜາ​ພຸດ ແຕ່​ໃດໆ​ມາກໍ​ຕາມ ​ເຂົາເຈົ້າຍັງ​ໄດ້​ຮັບ​ຄວາ​ມມ່ວນ​ຊຶ່ນ ​ແລະ​ມີຄວາມ​ເຊຶ່ອຖື​
ໃນສາສະໜາຄຣິສຕ໌ ດັ່ງ​ທ່ານ​ຄໍ​າ​ໄຜ່ ປັນຍາ​ນຸວົງ ​ໄດ້ໃຫ້ຄວາມ​ເຫັນ​ ໃນ​ການ​ສຳພາດ​
ກັບວີ​ໂອເອ ກ່ຽວກັບ​ການສຫລອງ​ບຸນຄຣິສຕ໌ມາສດັ່ງ​ນີ້:

ສຽງ

ທ່ານ​ຄໍາ​ໄຜ່ ປັນຍາ​ນຸວົງ ​ແມ່ນ​ສະມາຊິກ​ອາວຸ​ໂສ​ຂອງ​ປະຊາ​ຄົມລາວ​-ອາ​ເມຣິກັນຜູ່​ນຶ່ງ
ທີ​ໄດ້ເຂົ້າ​ມາ​ຕັ້ງ​ຖິ່ນ​ຖານ ​ຢູ່​ໃນສະຫະຣັດອາ​ເມຣິກາ ​ເປັນ​ເວລາ​ກ່ວາ 30 ປີ​ປັດ​ຈຸ​ບັນ​ນີ້
ລູກຫລານແລະ​ເຫລນຂອງ​ທ່ານ ​ໄດ້​ກາຍ​ມາ​ເປັນພົລ​ເມືອງ​ທີ​ດີ​ຂອງ​ສັງ​ຄົ​ມ ​ແລະຂອງ​
ຊາດ. ສາສະໜາ​ຄຣິສເປັນ​ສາສະໜາທີ​ມີ​ປະ​ຊາກ​ອນ​ໂລກນັບຖື​ເປັນ​ສ່ວນໃຫ່ຍ, ​ສະຫະ
ຣັດອາ​ເມຣິກາກໍ​ເປັນ​ປ​ະ​ເທດ​ນຶ່ງ​ທີ​ມີ​ປະ​ຊາກ​ອນນັບຖືສາສະໜາ​ຄຣິ​ສຕ໌ຫຼາຍ​ທີ່​ສຸດ. ​ເພາະ
ສະ​ນັ້ນ​ທຸກໆ​ຊົນ​ຊາດ​ຊົນເຜົ່າ​ ຢູ່​ໃນ​ສະຫະລັດ ຈຶ່ງ​ໄດ້​ຮັບ​ອິດທິພົນ​ ບໍ່​ໃນ​ຮູບ​ໃດ​ກໍ​ຮູບ​ນຶ່ງ
ຈາກ​ສາສະໜາ​ຄຣິສຕ໌ ​ແມ່ນແຕ່​ປະຊາຄົມລາວ​ກໍ​ຫຼີກລ້ຽງ​ບໍ່​ໄດ້ ​ໂດຍ​ສະ​ເພາະບັນດາ​ເດັກ
ນ້ອຍລູກຫລານທີເກີດ​ໃໝ່​ໃຫ່ຍ​ລຸນຢູ່​ໃນສະຫະຣັດອາ​ເມຣິກາ.

XS
SM
MD
LG