ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ພັກເດໂມແຄຣັດ ຊະນະຕຳແໜ່ງ ຜູ້ປົກຄອງລັດ Virginia (ວີດີໂອ/ສະໄລດ໌)


Tuesday's US Election Results Set the Stage for 2014 and Maybe 2016
please wait

No media source currently available

0:00 0:03:58 0:00
ລິງໂດຍກົງ
ທ່ານ Terry McAuliffe ທີ່​ສັງກັດພັກ Democrats ​ໄດ້​ຊະນະ
​ການ​ເລືອກ​ຕັ້ງຜູ້ປົກຄອງລັດ Virginia ຊຶ່ງເປັນໄຊຊະນະທີ່ມີ
ຄະແນນສຽງໃກ້ຄຽງກັນຫຼາຍ ລື່ນຜູ້ສະມັກທີ່ນິຍົມແນວທາງເດີມ
ຂອງກຸ່ມ Tea Party ທ່ານ Ken Cuccinelli.

ຈາກບັດຄະແນນທີ່​ນັບ​ໄປ​ແລ້ວປະມານ 97 ​ເປີ​ເຊັ​ນ ໃນຕອນ
​ແລງວັນ​ອັງຄານ​ວານ​ນີ້ ທ່ານ McAuliffe ​ໄດ້​ຮັບ​ຄະ​ແນນລື່ນ
ທ່ານ Cuccinelli ພຽງ​ເລັກນ້ອຍ ຄື 47 ຕໍ່ 46 ​ເປີ​ເຊັນ.

ອີກນຶ່ງລັດ ທີ່ມີການເລືອກຕັ້ງຜູ້ປົກຄອງລັດ ໃນວັນອັງຄານວານນີ້
ກໍ​ຄືລັດ New Jersey ທາງ ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ສະຫະລັດ ຊຶ່ງ​ໄດ້​ເລືອກ​ເອົາ
​ຜູ້​ສະມັກ​ຈາກ​ພັກ Republican ແລະອາດເປັນໄປໄດ້ທີ່ຈະລົງ​ສະມັກແຂ່ງຂັນເອົາຕຳ​ແໜ່​ງ
ປະທານາທິບໍດີ ຄື​ທ່ານ Christ Christie ຊຶ່ງໄດ້​ຊະນະ​ຢ່າງ​ຂາດ​ຮອຍ ສະມາຊິກ​ສະພາ​ສູງ
ປະຈຳ​ລັດ ທ່ານນາງ BarbaraBuono.

​ໃນ​ການ​ກ່າວ​ຄໍາ​ປາ​ໄສ​ຂອງ​ທ່ານນັ້ນ ທ່ານ Christie ກ່າວ​ວ່າ ທ່ານແມ່ນ​ເປັນ​ຜູ້​ທີ່​ໂຊກ​ດີ
​ທີ່​ສຸດ​ໃນ​ໂລກ.



ທ່ານ Christie ຊຶ່ງ​ເປັນ​ທີ່​ນິຍົມຂອງ​ປະຊາຊົນ ​ແລະກາຍ​ມາ​ເປັນ​ບຸກຄົນ​ທີ່​ມີ​ຊື່​ສຽງໂດ່ງດັງ
ຂອງໃນ​ປະ​ເທດ​ນັ້ນ ຍ້ອນ​ລົມພາຍຸຂະໜາດ​ແຮງ Sandy ໄດ້ສ້າງ​ຄວາມ​ຫາຍຍະນະ​ຢ່າງ
ຮ້າຍ​ແຮງ ​ໃຫ້​ແກ່​ລັດຂອງ​ທ່ານ​ ໃນ​ປີ​ກາຍ​ນີ້. ທ່ານ​ໄດ້​ສ້າງ​ຄວາມ​ເພິ​ງພໍ​ໃຈ​ໃຫ້​ແກ່​ພວກ​ຫົວ
​ເສລີ​ແຕ່​ກັບ​ສ້າງ ຄວາມ​ໂກດ​ແຄ້ນ​ໃຫ້​ແກ່​ພວກ​ນິຍົມ​ແນວທາງ​ເດີມ​ນັ້ນ ​ເວລາ​ທ່ານ​ໄດ້​ກາຍ
ເປັນ​ບຸກຄົນ​ທີ່​ມີ​ຄວາມ​ໃກ້ຊິດ​ສະ​ນິດ​ສະໜົມ​ກັບ​ປະທານາທິບໍດີ​ສະຫະລັດ ທ່ານ Barack
Obama ​ໃນ​ການ​ເຮັດວຽກ ເພື່ອ​ມ້ຽນ​ມັດ​ຄວາມ​ເສຍ​ຫາຍຈາກພາຍຸ Sandy ນັ້ນ.

​ໃນ​ຂະນະ​ດຽວ​ກັນ​ ນະຄອນ​ນິວຢ໊ອກ ກໍ​ມີ​ເຈົ້າ​ຄອງ​ນະຄອນຜູ້​ທໍາ​ອິດ​ທີ່ມາຈາກ​ສັງກັດ​ພັກ
Democrats ​ໃນ​ຮອບ​ 20 ກວ່າ​ປີ. ທ່ານ Bill de Blasio ທະນາຍຄວາມ​ສາທາລະນະ
ໄດ້​ຊະນະ​ດ້ວຍ​ຄະ​ແນນ​ສຽງ​ຖ້ວມ​ລົ້ນ​ ລື່ນ​ທ່ານ Joe Lhota ຜູ້​ສະມັກ​ຂອງ​ພັກ Republican
​ຊຶ່ງເປັນ​ອະດີດ​ປະທານ​ຂອງພະ​ແນ​ກຂົນ​ສົ່ງ​ນະຄອນ New York. ທ່ານ Michael
Bloomberg ​ເຈົ້າ​ຄອງ​ນະຄອນ 3 ສະ​ໄໝ ທີ່​ບໍ່​ສັງກັດ​ພັກ​ນັ້ນ ​ໄດ້​ຖືກ​ຫ້າມ​ບໍ່​ໃຫ້​ສະມັກ​
ເຂົ້າຮັບ​ຕຳ​ແໜ່​ງ​ເປັນ ສະ​ໄໝ​ທີ 4.

Democrat Bill de Blasio Wins New York Mayoral Race
please wait

No media source currently available

0:00 0:02:15 0:00
ລິງໂດຍກົງ
XS
SM
MD
LG