ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຊາວຄຣິສຕຽນ ຢູ່ທົ່ວໂລກ ພາກັນສະເຫຼີມສະຫຼອງວັນ Easter ໃນວັນອາທິດມື້ນີ້


​​ພະສັນຕະປາປາ Francis ຜູ້ນຳ ສາສະໜາ Roman Catholics ຂອງໂລກ ຊົງນຳພາພິທີ ທາງສາສະໜາ
ສຳລັບ Easter Mass ໃນຈະຕຸລັດ ຂອງ St. Peter ຢູ່ທີ່ Vatican, ວັນທີ 27 ມີນາ 2016.
​​ພະສັນຕະປາປາ Francis ຜູ້ນຳ ສາສະໜາ Roman Catholics ຂອງໂລກ ຊົງນຳພາພິທີ ທາງສາສະໜາ ສຳລັບ Easter Mass ໃນຈະຕຸລັດ ຂອງ St. Peter ຢູ່ທີ່ Vatican, ວັນທີ 27 ມີນາ 2016.

ຊາວຄຣິສຕຽນ ຢູ່ທົ່ວໂລກ ພາກັນສະເຫຼີມສະຫຼອງວັນ Easter
ໃນວັນອາທິດມື້ນີ້. ວັນຢຸດພັກມື້ນີ້ ເປັນຂີດໝາຍ ຂອງອັນທີ່ຊາວ
ຄຣິສຕຽນ ເຊື່ອຖືກັນວ່າ ເປັນມື້ຂອງການຟື້ນຊີບ ຂອງພະເຍຊູ
ໃນມື້ທີສາມ ຫຼັງຈາກທີ່ພະອົງໄດ້ຖືກແຂວນໃສ່ໄມ້ກາງເຂນໄວ້.
ມື້ນີ້ເປັນ ວັນສັກສິດທີ່ສຸດໃນປະຕິທິນ ຄຣິສຕຽນ.

ຊາວຄຣິສຕຽນເຊື່ອກັນວ່າ ພະເຍຊູ ເປັນລູກຊາຍຂອງພະຜູ້ເປັນ
ເຈົ້າ ແລະ ວ່າ ພະອົງໄດ້ຟື້ນຄືນຊີບຈາກການມໍລະນະກຳ ເພື່ອ
ມອບໃຫ້ ຊີວິດນິລັນດອນ ແລະ ໃຫ້ການຍົກໂທດບາບກຳແກ່ ມວນມະນຸດທັງຫຼາຍ ໃນໂລກ
ທີ່ເປັນສາສະນິກະຊົນຂອງພະອົງ.

ພວກແມ່ຍິງ ຄຣິສຕຽນ ພາວະນາ ໃນລະຫວ່າງ ພິທີທາງສາສະໜາ ໃນວັນ Easter ຢູ່ທີ່ໂບດຂອງ St Anthony ໃນເມືອງ Lahore, ປະເທດປາກິສຖານ, ວັນທີ 27 ມີນາ 2016.
ພວກແມ່ຍິງ ຄຣິສຕຽນ ພາວະນາ ໃນລະຫວ່າງ ພິທີທາງສາສະໜາ ໃນວັນ Easter ຢູ່ທີ່ໂບດຂອງ St Anthony ໃນເມືອງ Lahore, ປະເທດປາກິສຖານ, ວັນທີ 27 ມີນາ 2016.

ພະສັນຕະປາປາ Francis ຜູ້ນຳ ສາສະໜາ Roman Catholics ຂອງໂລກ ຊົງນຳພາ
ພິທີ ທາງສາສະໜາ ສຳລັບ Easter Mass ພາຍໃຕ້ການຮັກສາຄວາມປອດໄພ ທີ່ເຄັ່ງ
ຂັດ ຢູ່ໃນຈະຕຸລັດຂອງ Saint Peter ໃນວັນອາທິດມື້ນີ້ ແລະ ພະອົງກໍໄດ້ຊົງໃຫ້ມົງຄົນ
ຄາລະວາດນຳດ້ວຍ.

Pope Easter
please wait
Embed

No media source currently available

0:00 0:00:42 0:00

XS
SM
MD
LG