ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຊາວຄຣິສຕຽນທົ່ວໂລກ ສະຫລອງ ວັນສຸກສັກສິດ Good Friday (ສະໄລດ໌/ວີດີໂອ)


ໃນ​ວັນ​ສຸກ​ມື້​ນີ້ ຊາວ​ຄຣິສຕຽນ​ຢູ່​ທົ່ວ​ໂລກ ພາກັນ​ລະນຶກ​ເຖິງ
ວັນຂີດໝາຍແຫ່ງ ການ​ກຶງພະ​ເຍຊູ​ເຈົ້າ​ ໄສ່​ໄມ້​ກາງເຂນ ​ທີ່​
ເອີ້ນກັນ​ວ່າ Good Friday.

ຊາວ​ຄຣິນຕຽນ ຢູ່​ດິນ​ແດນ​ສັກສິດ ຫລື Holy Land ທີ່​ນະ
ຄອນ​ເຈຣູຊາ​ແລັມ ພາກັນລະນຶກ​ເຖິງ​ ວັນ​ກຶງ​ພະ​ເຍຊູ​ເຈົ້າ​ໃສ່
​ໄມ້​ກາງ​ເຂນ​ ໂດຍ​ການສູດ​ມົນ​ພາ​ວັນນາ ​ແລະ​ການ​ແຫ່ຂອງ
ຝູງ​ຊົນ ​ຜ່າ​ນ​ເຂດເມືອງ​ເກົ່າ​ຂອງ ເຈ​ລູຊາ​ແລັມ.

ຊາວ​ຄຣິສຕຽນ​ສະ​ແຫວ​ງບຸນ ພາກັນ​ຍ່າງ​ໄປຕາ​ມ​ເສັ້ນ​ທາງ
​ທີ່ເຊື່ອ​ວ່າ ​ພະ​ເຍຊູ​ເຈົ້າ ​ໄດ້​ຖືກ​ນຳພາ​ໄປ​ຍັງ ບ່ອນ​ຖືກກຶງໃສ່ໄມ້​ກາງ​ເຂນນັ້ນ.

​ພວກ​ເຂົາ​ເຈົ້າ​ພາກັນ ແກ່​ລາກໄມ້​ກາງເຂນ ໄປ​ຕາມ​ທາງ​ທີ່​ມີ ໄມ້​ກາງ​ເຂນຕັ້ງ​ໄວ້ 14
​ແຫ່ງ ​ຊຶ່ງ​ໄປສີ້​ນສຸດລົງ​ຢູ່​ໂບດ​ໂບຮານ Church of the Holy Sepulcher. ປະ​ເພນີ​
ກ່າວໄວ້​ວ່າ ​ໂບດ​ດັ່ງກ່າວ​ໄດ້​ກໍ່ສ້າງ​ຂື້ນ​ໃສ່​ບ່ອນ ທີ່ພະ​ເຍຊູ​ເຈົ້າ ​ໄດ້​ຖືກ​ກຶງໃສ່​ໄມ້​ກາງ
​ເຂນ​ໄວ້ ​ແລະ​ຖືກຝັງສົບ​ໄວ້ທີ່​ນັ້ນ ​ແລະ​ໄດ້ຟື້ນ​ຊີບ​ຄືນມາ.

​ຜູ້​ເຊື່ອ​ຖືຫລາຍໆ​ຄົນ ​ໃນພາກ​ເໜືອ​ຂອງປະ​ເທດຟິລິບ​ປີນ ​ພາກັນເອົາ​ຕະປູ​ ຕອກໂຕ
ເອງ ໃສ່​ໄມ້ກາງ​ເຂນ ​ເພື່ອ​ເປັນ​ການ​ສະ​ແດງເຫດ​ການ​ດັ່ງກ່າວ ໃນ​ຂະນະ​ທີ່ ຜູ້ມາຊົມ
ຫລາຍ​ພັນ​ຄົນພາກັນ​ເບິ່ງ ພິທີປະ​ຈຳປີ ທີ່ມີເລືອດ​ໄຫລດັ່ງ ກ່າວ. ບັນດາ​ຜູ້ນຳໂບດ
​ແລະ ​ເຈົ້າ​ໜ້າ​ທີ່​ສາທາລະນະ​ສຸກ ບໍ່​ໄດ້​ສະໜັບ​ສະ​ໜຸນ ​ໃຫ້​ມີການສະ​ແດງ​ດັ່ງກ່າວ.

​ໃນວັນ​ອາທິດຈະ​ມາ​ເຖິງ​ນີ້ ຊາວ​ຄຣິສຕຽນທົ່ວ​ໂລກ ຈະ​ພາກັນສະຫລອງ​ບຸນ​ອິສ​ເຕີ ຊຶ່ງ​
ເປັນ​ວັນ​ທີ່​ເຂົາ​ເຈົ້າ​ເຊຶ່ອຖື​ວ່າ ພະ​ເຍຊູ​ເຈົ້າ ​ໄດ້​ຟື້ນ​ຄືນມາ​ຈາກ​ການເສຍ​ຊີວິດ​ແລ້ວ.
GOOD FRIDAY VOSOTVO
please wait
Embed

No media source currently available

0:00 0:00:44 0:00
XS
SM
MD
LG