ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຈີນ ບໍ່ຮັບ ການຕິຕຽນ ຂອງ ສປຊ ກ່ຽວກັບ ຊາວເກົາຫຼີເໜືອ (ວີດີໂອ)


ຊາວເກົາຫລີໃຕ້ພາກັນໄປໂຮມຊຸມນຸມ ຢູ່ທາງໜ້າ ກະຊວງການຕ່າງປະເທດເກົາຫລີໃຕ້ ທີ່ນະຄອນຫລວງໂຊລ, ຖືປ້າຍຮຽກຮ້ອງຈີນ ບໍ່ໃຫ້ສົ່ງຊາວເກົາຫລີເໜືອ 9 ຄົນທີ່ໂຕນໜີ ກັບຄືນປະເທດ, ວັນທີ 29 ພຶດສະພາ 2013.
ຊາວເກົາຫລີໃຕ້ພາກັນໄປໂຮມຊຸມນຸມ ຢູ່ທາງໜ້າ ກະຊວງການຕ່າງປະເທດເກົາຫລີໃຕ້ ທີ່ນະຄອນຫລວງໂຊລ, ຖືປ້າຍຮຽກຮ້ອງຈີນ ບໍ່ໃຫ້ສົ່ງຊາວເກົາຫລີເໜືອ 9 ຄົນທີ່ໂຕນໜີ ກັບຄືນປະເທດ, ວັນທີ 29 ພຶດສະພາ 2013.
ຈີນໄດ້​ປະຕິ​ເສດ ບໍ່​ຮັບ​ເອົາການ​ຕິຕຽນ​ຂອງສະຫະ​ປະຊາ​ຊາດ ​
ໃນ​ການ​ຈັດການກັບຊາວ​ເກົາ ຫລີ​ເໜືອທີ່​ໂຕນ​ໜີກຸ່ມນຶ່ງ ຊຶ່ງໄດ້
ຖືກ​ເນລະ​ເທດ​ອອກ​ຈາກ​ລາວ​ໄປ​ຫາຈີນແລະ​ຖືກສົ່ງ​ຄືນ​ໄປຍັງ
ເກົາຫລີ​ເໜືອ​ ໃນ​ອາທິດ​ແລ້ວ​ນີ້.

​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ທ່ານ Hong Lei ກ່າວ​ໃນ​
ວັນ​ຈັນ​ວານ​ນີ້​ວ່າ ​ຂ້າ​ຫຼວງ ​ໃຫຍ່ດ້ານ​ສິດທິມະນຸດສະຫະ​ປະຊາ​
ຊາດ ບໍ່​ສົມຄວນ “ຖະ​ແຫລ​ງຢ່າງ​ບໍ່​ມີຄວາມ​ຮັບ​ຜິດ​ຊອບ ອີງ​ຕາມ​
ລາຍ​ງານ​ທີ່​ບໍ່​ໄດ້ຮັບ​ການ​ຢັ້ງຢືນ.”

ຫ້ອງການສິດທິມະນຸດສະຫະ​ປະຊາ​ຊາດ​ໄດ້​ສະ​ແດງ​ຄວາ​ມ​ເປັນ​ຫ່ວງ​ກ່ຽວ​ກັບຊະຕາ​ກໍາ​ຂອງ ​ໜຸ່ມ​ນ້ອຍ​ເກົາຫລີ​ເໜືອ 9 ຄົນ ​ໃນ​ວັນ​ສຸກ​ແລ້ວ​ນີ້ ​ໂດຍ​ກ່່າວ​ວ່າ ການ​ຖືກ​ສົ່ງ​ຄືນໄປ​ເກົາຫລີ​ເໜືອນັ້ນ ​ເຮັດ​ໃຫ້​ເຂົາ​ເຈົ້າຕົກ​ຢູ່​ໃນ​ຄວາມ​ສ່ຽງ​ຕໍ່​ການ​ຖືກ​ລົງ​ໂທດ​ຢ່າງ​ໜັກ ທີ່ໄດ້ພະຍາຍາມ​ໂຕນ​ໜີ. ລາ​ຍງານ​ກ່າວ​ວ່າ ​ເຈົ້າໜ້າ​ທີ່ສະຫະ​ປະຊາ​ຊາດ ຢາກ​ໄດ້​ຮັບ​ຄວາມ​ກະຈ່າງ​ແຈ້ງ​ຈາກ​ຈີນ​ກ່ຽວກັບ​ເລື່ອງ​ດັ່ງກ່າວ.

​ໂຄສົກ Hong Lei ກ່າວ​ວ່າ ລັດຖະບານ​ຈີນ ບໍ່​ໄດ້​ຮັບ​ການ​ຮ້ອງ​ຂໍໃດໆ ເພື່ອ​ຊ່ວຍໃນ​ການ ຈັດ​ສົ່ງ​ຊາວ​ເກົາຫລີ​ເໜືອ ກັບ​ຄືນ​ໄປ​ຍັງບ້ານ​ເກີດ​ເມືອງ​ນອນຂອງ​ພວກເຂົາ​ເຈົ້າ.

ທ່ານ​ກ່າວ​ວ່າ ໜຸ່ມນ້ອຍ​ 9 ຄົນ ​ພາກັນ​ເຂົ້າໄປ​ໃນ​ຈີນຈາກ​ລາວ ​ດ້ວຍ​ເອກ​ກະສາ​ນທີ່​ຖືກ
ຕ້ອງ ​ໃນ​ວັນ​ທີ 27 ​ເດືອນ​ພຶດສະພາ ​ແລະ​ໄດ້​ກັບ​ຄືນ​ສູ່​ເກົາຫລີ​ເໝືອໃນ​ວັນ​ຕໍ່​ມາ ຊຶ່ງ​ເປັນ​ການສະ​ແດງໃຫ້​ເຫັນ​ວ່າ ການ​ຜ່ານ​ດິນ​ແດນ​ຈີນຂອງ​ພວກ​ເຂົາ ແມ່ນ​ເປັນ​ໄປດ້ວຍຄວາມ​
ສະໝັກ​ໃຈ.

ທ່ານ Hong Lei ກ່າວ​ວ່າ “ວິທີ​ ທີ່​ພວກ​ເຮົາ​ຈັດການກ່ຽວ​ກັບເລື່ອງ​ດັ່ງກ່າວ​ນີ້ ​ແມ່ນຖື​ວ່າ​ອີງຕາມ​ກົດໝາຍ​ພາຍ​ໃນ​ປະ​ເທດ ກົດໝາຍ​ນາໆ​ຊາດ ພ້​ອມດ້ວຍ​ຫລັກການ​ມະນຸດ
ສະ​ທໍາ. ​ໃນ​ຂະນະ​ດຽວ​ກັນ ພວກ​ເຮົາ​ແມ່ນ​ບໍ່​ເຫັນ​ດີ​ໃນ​ການເຮັດ​ໃຫ້ເລື່ອງ​ນີ້ກາຍເປັນ​ບັນຫານາໆ​ຊາດ ​ເປັນ​ບັນ​ຫາ​ການ​ເມືອງ ຫລື​ບັນຫາ​ອົບ​ພະ​ຍົບ.”

ຊາວ​ເກົາຫລີ​ເໜືອ 9 ຄົນ​ໄດ້​ຫລົບໜີ​ຈາກ​ປະ​ເທດ​ຂອງ​ເຂົາ​ເຈົ້າ​ໃນ​ປີ 2011 ​ແລະ​ຜ່ານ​ຈີນ ​ໄປສູ່່​ລາວ ​ໂດຍ​ມີ​ຄວາມ​ຫວັງ​ທີ່​ຈະ​ໃຊ້ລາວເປັນ​ທາງ​ຜ່ານ​ເພື່ອ​ເຂົ້າໄປ​ຕັ້ງ​ຖິ່ນ​ຖານ​ໃໝ່​ຢູ່ເກົາ ຫລີ​ໃຕ້.

ກະ​ຊວງ​ການ​ຕ່າງປະ​ເທດ​ລາວ ກ່າວ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ພວກ​ເຈົ້າ​ໜ້າ​ທີ່​ໄດ້​ກັກ​ຂັງ
ຊາວ​ເກົາຫຼີ​ເໜືອ​ກຸ່ມ​ດັ່ງກ່າວ ​ໃນ​ວັນ​ທີ 10 ​ເດືອນ​ພຶດສະພາ ​ໃນ​ຂໍ້​ກ່າວ​ຫາ​ ເຂົ້າ​ເມຶ​ອງ
ຜິດ​ກົດ ໝາຍ. ລາຍ​ງານ​ກ່າວ​ວ່າ ຜູ້​ຕ້ອງ​ສົງໄສ​ເປັນ​ພວກ​ຄ້າ​ມະນຸດ​ເກົາຫລີ​ໃຕ້​ສອງ​ຄົນໄດ້ນໍາພາ​ພວກ​ຊາວ​ໜຸ່ມ​ເຫລົ່າ​ນີ້.

ກະຊວງການຕ່າງປະເທດເກົາຫລີໃຕ້ ຖະແຫຼງ ກ່ຽວກັບອົບພະຍົບເກົາຫຼີເໜືອ:

North Korea Defectors
please wait
Embed

No media source currently available

0:00 0:01:11 0:00

XS
SM
MD
LG