ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການຫຼຸດລົງ ຂອງຕະຫຼາດ ຫຼັກຊັບ ຈີນ ສົ່ງຜົນກະທົບ ຕໍ່ຄວາມເຊື່ອຖື ໃນລັດຖະບານ


ທ່າທີຂອງນັກລົງທຶນ ຕໍ່ໜ້າຈໍຕະຫຼາດຫຼັກຊັບ ຢູ່ບໍລິສັດຫຼັກຊັບສ່ວນຕົວ ໃນຊຽງໄຮ ປະເທດ ຈີນ.
ທ່າທີຂອງນັກລົງທຶນ ຕໍ່ໜ້າຈໍຕະຫຼາດຫຼັກຊັບ ຢູ່ບໍລິສັດຫຼັກຊັບສ່ວນຕົວ ໃນຊຽງໄຮ ປະເທດ ຈີນ.

ຕະຫຼາດ​ຫຼັກ​ຊັບ ຈີນ​ ຜັນ​ຜວນ​ໄປມາ​ຢ່າງ​ຄຶກຄະ​ນອງ​ໃນ​ວັນພະ
ຫັດມື້​ນີ້ ​ແຕ່​ວ່າມຸ່ງ​ໜ້າ​ໄປ​ສູ່​ທິດ​ທາງ​ບວກ ຫຼັງ​ຈາກປັກ​ກິ່ງ​ໄດ້​ປະ
ກາດ​ຫຼາຍ​ມາດ​ຕະການ​ໃໝ່​ເພື່ອລະງັບ​ການຫຼຸດ​ຄ່າລົງ​ໃນສາມ​
ອາທິ​ດ.

ຕະຫຼາດ​ຫຼັກ​ຊັບຊຽງ​ໄຮ ຕົກລົງເກືອບ 3.5 ​ເປີ​ເຊັນ​ຫຼັງ​ຈາກ​ການ
​ຊື້​ຂາຍໄດ້​ເລີ່​ມຂຶ້ນ​, ​ແຕ່​ໃນ​ທີ່​ສຸດ​ກໍຟື້ນ​ຕົວ​ໃນ​ທາງ​ບວກໃນ​ຕອນ​
ບ່າຍຂອງ​ມື້​ນີ້. ຕະຫຼາດ​ຫຼັກ​ຊັບຮົງ​ກົງ ກໍ​ໄດ້​ຕົກລົງ ໃນ​ຕອນ​ເລີ່​ມ
ຕົ້ນເຊັ່ນ, ກ່ອນຈະ​ເພີ່ມ​ຂຶ້ນເກືອບ 3 ​ເປີ​ເຊັນ.

ບັນດານັກ​ລົງ​ທຶນ ​ຈີ​ນ​ແຜ່​ນ​ດິນ​ໃຫຍ່​ ໄດ້​ຂາຍ​ຮຸ້ນ​ສ່ວນໃນ​ລະດັບ​ທີ່​ວ່ອງ​ໄວ​ໃນ​ບໍ່​ເທົ່າ​ໃດ​ມື້ທີ່​ຜ່ານ​ມາ​ນີ້, ປະ​ກ​ອບສ່ວນ​ເຂົ້າ​ໃນ​ການ​ຕົກລາຄາລົງ​ເຊິ່ງ​ໄດ້​ກວາດ​ລ້າງ 30 ເປີ​ເຊັນ​ຂອງ​ມູນ​ຄ່າ​ຕະຫຼາດ​ຫຼັກ​ຊັບ​ຕັ້ງ​ແຕ່​ກາງ ​ເດືອນ​ມິຖຸນາທີ່​ຜ່ານ​ມາ.

ຄະນະ​ກຳ​ມະ​ທິການ ຄວບ​ຄຸມ​ຫຼັກ​ຊັບຂອງ ຈີນ ໃນ​ວັນ​ພະຫັດ​ມື້​ນີ້ ໄດ້​ເອົາ​ບາດ​ກ້າວ​ທີ່​ຈຳເປັນຂັ້ນ ສຸດທ້າຍ ​ໂດຍຫ້າມບໍ່ໃຫ້ບັນດາ​ຜູ້​ຖື​ຮຸ້ນ​ເປັນ ຈຳນວນຫຼວງຫຼາຍ ການ​ຂາຍ​ຮຸ້ນ​ສ່ວນ ໃນໄລຍະ ຫົກ​ເດືອນ​ຂ້້າງ​ໜ້າ.

ອົງການ​ຂ່າວ Xinhua ກ່າວ​ວ່າ ຕຳຫຼວດ​ຈະ​ເລີ່​ມສຳ​ຫຼວດ​ໃນ​ການ “​ຂາຍ​ຮຸ້ນໄລຍະ​ສັ້ນ​ທີ່​ດຸ​ເດືອດ,” ​ເຊິ່ງ​ເປັນ​ການ​ກະກຽ​ມທີ່​ຊັບຊ້ອນທີ່ອະ​ນຸຍາ​ດ​ໃຫ້​ບັນ​ດາ​ນັກ​ລົງທຶນ​ໄດ້​ຜົນກຳ​ໄລ​ ຈາ​ກການ​ຫຼຸດ​ລົງ​ໃນ​ມູນ​ຄ່າ​ຂອງ​ຕະຫຼາດ​ຮຸ້ນ.

ປະມານ 1400 ບໍລິສັດ​ທີ່​ໄດ້​ມີ​ລາຍ​ຊື່​ໃນ​ ຈີ​ນ​ແຜ່ນດິນ​ໃຫຍ່ ຫຼື​ປະມານ 40 ​ເປີ​ເຊັນ​ຂອງ​ຕະຫຼາດ​ຫຼັກ​ຊັບ, ​ໄດ້​ຢຸດການ​ຊື້ຂາຍ ​ໃນ​ຄວາ​ມພະຍ​າ ຍາມ​ທີ່​ຈະ​ປົກ​ປ້ອງພວກ​ເຂົາຈາກ​ການ​ຂາຍຮຸ້ນ​ອອກ​ຢ່າງ​ກວ້າງຂວາງ.

ການຕົກລາຄາຢ່າງໃຫຍ່ຂອງ​ຕະຫຼາດ​ຫຼັກ​ຊັບ ຈີ​ນ, ປະສົມ​ປະສານ​ກັບ ວິ​ກິດ​ການ​ດ້ານ​ການ​ເງິນ​ຂອງ ກຣິສ, ​ແມ່ນ​ກຳລັງ​ສັ່ນ​ຄອນ​ບັນດາ​ນັກ​ລົງ​ທຶນໃນ​ທົ່ວ​ໂລກ. ​ປະ​ມານ​ຕອນ​ທ່ຽ​ງມື້​ນີ້, ການ​ຊື້ຂາຍ​ຮຸ້ນໄດ້​ຕົກລາ ຄາລົງ​ໃນ​ຕະຫຼາດ​ຫຼັກ​ຊັບ ​ໂຕກ​ຽວ, ​ໂຊ​ລ ​ແລະ ຊິດ​ນີ.

China Stocks
please wait
Embed

No media source currently available

0:00 0:00:47 0:00

XS
SM
MD
LG