ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກາະໄຫນັນຂອງຈີນ ກາຍເປັນ ບ່ອນທ່ອງທ່ຽວ ທີ່ມີຊື່ສຽງເນົ່າເໝັນ (ເບິ່ງສະໄລດ໌)


ຮູບພາບທາງອາກາດຂອງເມືອງ Sanya ເທິງເກາະ Hainan
ວັນທີ 27 ກຸມພາ 2012.
ຮູບພາບທາງອາກາດຂອງເມືອງ Sanya ເທິງເກາະ Hainan ວັນທີ 27 ກຸມພາ 2012.

ທາງ​ການ​ຈີນ​ໄດ້​ທໍາ​ຄວາມ​ພະຍາຍາມ​ເພື່ອ​ເຮັດ​ໃຫ້​ເກາະ​ Hainan ໃນ​ພາກ​ໃຕ້ ເປັນ​ສູນ
ກາງ​ທ່ອງ​ທ່ຽວ​ ​ສໍາລັບ​ພວກ​ທີ່​ມັກ​ໄປ​ທ່ຽວຊາຍ​ທະ​ເລ​ແລະ​ພວກ​ທີ່ມັກນອນ​ອາບ​ແດດ
ແຕ່​ວ່າຫລັງ​ຈາກທີ່ພວກ​ປະຊາຊົນ​ຈີນ​ໄດ້ພາກັນ​ລຸ​ຫລັ່ງ​ໄປ​ຍັງ​ເກາະ​ດັ່ງກ່າວ ​ເພື່ອ​ສະຫຼອງ​
ບຸນ​ລະດູບານ​ໃໝ່ ​ໃນ​ເດືອນ​ມັງກອນ​ຜ່ານ​ມາ​ນັ້ນ ​ເກາະ​ແຫ່ງ​ນີ້​ໄດ້​ກາຍ​ມາ​ເປັນ​ສະຖານ​ທີ່
ມີ​ຊື່​ສຽງ​ເນົ່າ​ເໝັນຍ້ອນ​ລາຄາ​ສິ່ງ​ຂອງ​ແພງ​ເກີນ​ໄປ​ແລະ​ເປັນ​ບ່ອນ​ຫລອກ​ຕົ້ມ​ເງິນ​ກັນ.

ສື່​ມວນ​ຊົນ​ລັດ​ລາຍ​ງານ​ວ່າ ຮ້ອນ​ອາຫານ​ທະ​ເລ​ແຫ່ງ​ນຶ່ງ​ໃນ​ເມືອງທ່ອງ​ທ່ຽວ​ Sanya ​ໄດ້​
ຖືກ​ເຈົ້າ​ໜ້າ​ທີ່​ສັ່ງ​ອັດ​ ຫລັງ​ຈາກ​ມີ​ຂ່າວ​ລົງ​ໃນ​ສື່​ສັງຄົມ​ຈີນ Weibo ທີ່​ເວົ້າ​ວ່າ ພວກ​ພະນັກ
ງານ​ໃນ​ຮ້ານອາຫານ​ແຫ່ງ​ນັ້ນ​ໄດ້​ຄິດ​ຄ່າ​ກິນ​ອາ​ຫານຄາບ​ນຶ່ງ ​ຈາກຄອບຄົວ​ນຶ່ງ ​ເປັນ​ເງິນ
ປະມານ 600 ​ໂດ​ລາ​ສະຫະລັດ.
ຜູ້​ຂຽນ​ຂ່າວສື່​ສັງຄົມ Weibo ຍັງ​ກ່າວ​ເຊ່ນ​ກັນ​ວ່າ ພະນັກງານ​ທີ່ຮ້ານ​ອາຫານ​ດັ່ງກ່າວຍັງ
ໄດ້ບັງຄັບ​ໃຫ້ແຂກ​ອີກ​ຄົນ​ນຶ່ງຈ່າຍ​ເງິນ​ຈໍານວນ​ເກືອບ 1000 ​ໂດ​ລາ​ສະຫະລັດ ​ສໍາລັບ​ອາ
ຫານ​ຈານ​ນຶ່ງ​ຊຶ່ງ​ຜູ້ກ່ຽວ​ບໍ່​ໄດ້ສັ່ງ​ກິນ.

ຂ່າວ​ທີ່​ວ່າ​ນີ້​ໄດ້​ກະ​ຕຸ້ນ​ໃຫ້​ເກີດ​ການ​ຈົ່ມ​ວ່າ​ໃນ​ທໍານອງ​ດຽວ​ກັນ​ຈາກ​ບັນດາ​ຜູ້​ຊົມ​ໃຊ້​ສື່ Wei
bo ທີ່​ຈົ່ມ​ວ່າ ພວກ​ເຂົາ​ເຈົ້າ​ໄດ້​ຖືກ​ຕົ້ມ​ຫລື​ຄິດ​ລາຄາ​ແພງ​ເກີນໄປ ພ້ອມ​ທັງ​ຖືກ​ເຮັດ​ໃຫ້​ເຂົ້າ​
ໃຈຜິດ ຫລື​ຖືກ​ສໍ້​ໂກງ​ໂດຍ​ພວກພໍ່ຄ້າ​ແລະ​ຄົນ​ຂັບ​ຕັກ​ຊີ​ໃນ​ເມືອງ Sanya ນັ້ນ.

ບັນດາ​ນັກ​ຊ່ຽວຊານ​ກ່າວ​ວ່າ ​ແນວ​ໂນ້ມທີ່​ວ່າ​ນີ້​ພາກສ່ວນ​ນຶ່ງ​ແມ່ນ​ເກີດມາ​ຈາກ​ການ​ເຕີບ​ໂຕ​
ໄວ​ໂພດ​ຂອງ​ວົງ​ການ​ທ່ອງ​ທ່ຽວ​ເທິງ​ເກາະ​ດັ່ງກ່າວ ຫລັງ​ຈາກ​ພວກ​ເຈົ້າ​ໜ້າ​ທີ່​ຈີນ​ຮັບຮອງ​
ເອົາ​ແຜນການ​ນຶ່ງ​ ໃນ​ຫວ່າງ 2 ປີ ຜ່ານມາ​ເພື່ອ​ສົ່ງ​ເສີມ​ການ​ພັດທະນາ​ດ້ານ​ການ​ຄ້າ ​
ແລະ​ເຮັດ​ໃຫ້​ເກາະ Hainan ​ເປັນ​ຈຸດໝາຍ​ປາຍທາ​ງຂອງ​ການທ່ອງທ່ຽວ​ລະຫວ່າງ​ຊາດ​.
ພວກ​ຊາວ​ເກາະ​ດັ່ງກ່າວ ​ເຄີຍ​ເຮັດໄຮ່​ເຮັດ​ນາ​ແລະ​ຫາ​ປາ​ເພື່ອ​ລ້ຽງ​ຊີບ​ມາ​ກ່ອນນັ້ນ ບັດ​ນີ້
ແມ່ນໄດ້​ມີ​ໂອກາດ​ຫາ​ເງິນ​ໄດ້​ຢ່າງ​ໄວ ​ແລະ​ໃນ​ບາງ​ກໍລະນີ ກໍ​ໄດ້​ເປັນ​ຜູ້​ຕັ້ງ​ລາຄາ​ດ້ວຍ​ຕົນ​
ເອງ.

XS
SM
MD
LG