ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຊາວຈີນ ປະທ້ວງ ການກວດກາ ສື່ມວນຊົນ


ພວກປະທ້ວງ ພາກັນເຕົ້າໂຮມກັນ ຢູ່ນອກ ໂຮງການໜັງສືພິມ Southern Weekly ທີ່ເມືອງກວາງໂຈ ແຂວງກວາງຕຸ້ງ, ວັນທີ 7 ມັງກອນ 2013.
ພວກປະທ້ວງ ພາກັນເຕົ້າໂຮມກັນ ຢູ່ນອກ ໂຮງການໜັງສືພິມ Southern Weekly ທີ່ເມືອງກວາງໂຈ ແຂວງກວາງຕຸ້ງ, ວັນທີ 7 ມັງກອນ 2013.
ຊາວ​ຈີນຫລາຍສິບ​ຄົນ ​ໄດ້ພາກັນ​ປະ​ທ້ວງ​ຢູ່​ນອກ ​ໂຮງການ​ໜັງ
ສື​ພີ​ມ​ແຫ່ງ​ນຶ່ງ​ ທີ່ຮວມຢູ່ໃນບັນດາ​ໜັງ​ສື​ພິມຂອງ​ປະ​ເທດ ທີ່​ກ້າ​
ເວົ້າ​ກ້າເວົ້າ​ ​ທີ່​ສຸດ ຕ້າ​ນການ​ກວດກາ​ຂອງ​ລັດຖະບານນັ້ນ.

ບັນ​ດາ​ຜູ້​ປະ​ທ້ວງ ​ຢູ່​ໃນ​ Guangzhou ເມືອງ​ຫລວງຂອງ​ແຂວງ​
ພາກ ໃຕ້​ Guangdon ຮຽກຮ້ອງ​ໃນ​ວັນ​ຈັນມື້​ນີ້ ​ໃຫ້​ຫົວໜ້າ​ພະ​
ແນ​ກໂຄສະ ນາຊວນ​ເຊື່ອ​ຂອງ​ແຂວງ ລາ​ອອກ ຫລັງ​ຈາກ​ທີ່​ມີ​
ການ​ກວດກາ​ໃນ​ວັນ​ພະຫັດຜ່ານ​ມາ ທີ່​ຫ້າມລົງ​ບົດ​ຂຽນ​ເນື່ອງ​
ໃນ​ວັນ​ປີ​ໃໝ່ບົດ​ນຶ່ງ ​ຢູ່​ໃນ ໜັງສືພິມ Southern Weekly ທີ່​
ມີ​ອິດ​ທິພົນ​ນັ້ນ.

ໜັງສື​ພິມ​ສະບັບ​ນີ້ ໄດ້​ສັບ​ປ່ຽນບົດ​ຂຽນ​ດັ່ງກ່າວ ທີ່​ຮຽກຮ້ອງ​ໃຫ້ມີ
ລັດຖະບານພາຍ​ໃຕ້ລັດຖະທໍາ​ມະນູນນັ້ນ ​ແລ້ວ​ເອົາ​ບົດ​ຂຽນ​ອີກ​ບົດ​ນຶ່ງ​ລົງ​ພິມ​ແທນ ​ທີ່​ມີ​ເນື້ອ​ໃນ​ຍ້ອງຍໍຜົນ​ສໍາ​ເລັດ​ຕ່າງໆ​ຂອງ​ພັກຄອມ​ມິ​ວນີສ ທີ່ປົກຄອງ​ປະ​ເທດ.​

ຕໍາຫລວດໄດ້​ປ່ອຍໃຫ້​ມີ​ການ​ປະ​ທ້ວງ ຊຶ່ງ​ຜູ້​ສັງ​ເກດ​ການ​ຈີນ ຫລາຍ​ຄົນ​ເຫັນ​ວ່າ ​ເປັນ​ການ​ທົດ​ສອບ ຄວາມ​ໝາຍ​ໝັ້ນໃນ​ການປະຕິ​ຮູບຂອງ ຫົວໜ້າ​ພັກ​ຄອມ​ມິ​ວນີສ ທ່ານ Xi Jingping.
XS
SM
MD
LG