ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຜູ້​ນໍາ​ປາ​ແລສ​ໄຕນ໌ ຢ້ຽມຢາມ ປະເທດຈີນ (ວິດີໂອ)


ປະທານ​ປະ​ເທດ​ຈີນ​ ທ່ານ Xi Jinping ​(ຂວາ) ຈັບມືກັບທ່ານ
Mahmoud Abbas ​ຜູ້​ນໍາ​ຂອງ​ປາ​ແລສ​ໄຕນ໌ ທີ່ໄປຢ້ຽມຢາມຈີນ, ຫລັງຈາກພິທີເຊັນຂໍ້ຕົກລົງສະບັບນຶ່ງ ທີ່ສາລາປະຊາຊົນຈີນ, ນະຄອນຫລງປັກກິ່ງ, ວັນທີ 6 ພຶດສະພາ 2013.
ປະທານ​ປະ​ເທດ​ຈີນ​ ທ່ານ Xi Jinping ​(ຂວາ) ຈັບມືກັບທ່ານ Mahmoud Abbas ​ຜູ້​ນໍາ​ຂອງ​ປາ​ແລສ​ໄຕນ໌ ທີ່ໄປຢ້ຽມຢາມຈີນ, ຫລັງຈາກພິທີເຊັນຂໍ້ຕົກລົງສະບັບນຶ່ງ ທີ່ສາລາປະຊາຊົນຈີນ, ນະຄອນຫລງປັກກິ່ງ, ວັນທີ 6 ພຶດສະພາ 2013.
ປະທານ​ປະ​ເທດ​ຈີນ​ ທ່ານ Xi Jinping ​ໄດ້​ເອົາ​ບາດກ້າວ
ໄປສູ່​ການເຮັດ​ໃຫ້ປະ​ເທດຂອ​ງທ່ານ ​ມີ​ບົດບາດ​ສໍ​າຄັນ​ຢູ່
ໃນພາກຕາ​ເວັນ​ອອກ​ກາງ ​ໂດຍ​ການຕ້ອນຮັບຜູ້​ນໍາ​ຂອງ​ປາ​
ແລສ​ໄຕນ໌ ທ່ານ Mahmoud Abbas ​ໃນ​ການ​ຢ້ຽມຢາມ
​ຄັ້ງ​ທໍາ​ອິດ​ຂ​ອງ​ຜູ້​ນໍາພາກຕາເວັນ​ອອກ​ກາງຄົນ​ນຶ່ງ ນັບ​ຕັ້ງ​
ແຕ່ທ່ານ Xi ​ໄດ້​ເຂົ້າ​ກໍາ​ຕໍາ​ແໜ່​ງ​ໃນ​ເດືອນ​ມີນາ.

ຫຼັງ​ຈາກ​ພິທີ​ຕ້ອນຮັບຢ່າ​ງເປັນ​ທາງ​ການ​ໃນ​ການ​ແລ້ວ ຜູ້​ນໍາ​
ທັງ 2 ທ່ານ ​ກໍໄດ້​ຍ່າງ​ເຂົ້າ​ໄປໃນຫ້ອງ​ປະຊຸມ​ ຂອງ​ສາລາປະ
ຊາຊົນ ກໍ​ຄື​ຕຶກ​ສະພາ​ແຫ່ງ​ຊາດ​ຈີນ.

ເຈົ້າ​ໜ້າ​ທີ່ກ່າວ​ວ່າ ທັງ​ສອງທ່ານໄດ້​ໂອ້​ລົມ​ສົນທະນາກັນ ກ່ຽວກັບສາຍ​ພົວພັນສອງ​ຝ່າຍ
ຕະຫລອດທັງ​ບັນຫານາໆ​ຊາດ ​ແລະບັນຫາຂົງ​ເຂດ ທີ່​ທັງ​ສອງ​ຝ່າຍ​ມີ​ຄວາມ​ເປັນ​ຫ່ວງ​
ນໍາ​ກັນ.

ທ່ານ Abbas ຈະ​ອອກ​ຈາກ​ຈີນ​ໄປໃນ​ວັນ​ອັງຄານ​ມື້ອື່ນ ຊຶ່ງຫຼັງ​ຈາກນັ້ນ ປະທານ​ Xi ກໍ​ມີ​
ກໍານົດ ຈະຕ້ອນຮັບ​ນາຍົກລັດຖະມົນຕີອິສຣາ​ແອ​ລ ທ່ານ Benjamin Netanyahu
ໃນ​ທ້າຍ​ອາທິດ​ນີ້.

ການຢ້ຽມຢາມຈີນຂອງຜູ້ນໍາຕາເວັນອອກກາງ
please wait

No media source currently available

0:00 0:00:56 0:00
XS
SM
MD
LG