ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປະທານປະເທດຈີນ ປະຕິຍານ ທີ່ຈະກ້າວໜ້າໄປສູ່ ຄວາມແໜ້ນແຟ້ນ ກັບເກົາຫລີເໜືອ.


ປະທານປະເທດຈີນທ່ານ Hu Jintao ປະຕິຍານໃນວັນຈັນວານນີ້ຈະເສີມຂະຫຍາຍ
ສາຍພົວພັນກັບເກົາຫລີເໜືອໂດຍກ່າວວ່າປະເທດທັງສອງຄວນຈະດຳເນີນງານໄປສູ່
ການເສີມສ້າງສັນຕິພາບແລະຄວາມໝັ້ນຄົງໃນແຫລມເກົາຫລີ. ການໃຫ້ຄວາມເຫັນ
ຂອງທ່ານ Hu ຊຶ່ງໄດ້ມີການກ່າວອ້າງໂດຍອົງການຂ່າວຊິນຫົວຂອງທາງການຈີນນີ້ ແມ່ນແນໃສ່ການຢ້ຽມຢາມຂອງຜູ້ຕາງ ໜ້າເກົາຫລີເໜືອ ຊຶ່ງໄດ້ມີຂຶ້ນ 10 ມື້ຫລັງ
ຈາກການຍິງຈະຫລວດຂອງ ເກົາຫລີເໜືອທີ່ພາໃຫ້ມີການປະທ້ວງຢ່າງເປັນທາງການ
ຈາກສະຫະລັດ ສະຫະພາບຢູໂຣບ ແລະລັດຖະບານຂອງຫຼາຍໆປະເທດໃນເອເຊຍຕາ
ເວັນອອກ. ເລຂາທິການໃຫ່ຍຂອງສະຫະປະຊາຊາດ ທ່ານ Ban Ki-Moon ກໍໄດ້ປະ
ນາມການຍິງຈະຫຼວດດັ່ງກ່າວ ຊຶ່ງເຈົ້າໜ້າທີ່ເວົ້າວ່າ ເປັນການຝ່າຝືນຕໍ່ກົດລະບຽບຂອງ
ນາໆຊາດ ທີ່ຫ້າມບໍ່ໃຫ້ເກົາຫຼີເໜືອ ຍິງທົດລອງຈະຫລວດນັ້ນ.

ເກົາຫລີເໜືອໄດ້ກ່າວວ່າ ການຍິງຈະຫລວດທີ່ບໍ່ສໍາເລັດນັ້ນ ໄດ້ແນໃສ່ເພື່ອສົ່ງດາວທຽມ
ຂຶ້ນສູ່ວົງໂຄຈອນ ແຕ່ພວກຕິຕຽນກ່າວວ່າ ການອະທິ ບາຍວ່າເປັນການສົ່ງດາວທຽມ ແມ່ນເພື່ອປິດບັງການທົດລອງລູກສອນໄຟຂີປະນາວຸດຂອງເກົາຫລີເໜືອທີ່ຖືກຫ້າມພາຍ
ໃຕ້ການລົງໂທດຂອງສະຫະປະຊາຊາດ.ລາຍງານຂ່າວຂອງຊິນຫົວ ໃນວັນຈັນວານນີ້ບໍ່
ໄດ້ກ່າວເຖິງການຍິງຈະຫລວດໃນວັນທີ 13 ເດືອນເມສາຜ່ານມາ ແລະກໍບໍ່ໄດ້ກ່າວເຖິງ
ລາຍງານຂອງເກົາຫລີໃຕ້ ທີ່ວ່າພຽງຢາງອາດຈະຕຽມການທົດລອງອາວຸດນີວເຄລຍ
ອີກຄັ້ງນຶ່ງ.

ປັກກິ່ງ ໄດ້ສະແດງຄວາມບໍ່ພໍໃຈໃນອາທິດແລ້ວນີ້ກ່ຽວກັບການຍິງຈະຫລວດ ທີ່ມີ
ຂື້ນໃນຂະນະທີ່ຈີນພວມດຳເນີນງານໃຫ້ມີການລິເລີ້ມການເຈລະຈາຫລາຍຝ່າຍ ທີ່ແນ
ໃສ່ເພື່ອຍຸຕິໂຄງການສ້າງອາວຸດນີວເຄລຍ ທີ່ເປັນບັນຫາຂັດແຍ້ງຂອງເກົາຫຼີເໜືອ.


XS
SM
MD
LG