ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະທານ​ປະ​ເທດຈີນ ຢ້ຽມຢາມ ແທນຊາເນຍ (ວີດິໂອ)


ປະທານປະເທດຈີນ ທ່ານ Xi Jinping (ຊ້າຍ) ກັບ ປະທານາທິບໍດີແທນຊາເນຍ ທ່ານ Jakaya Kikwete (ຂວາ) ເຂົ້າຮ່ວມກອງປະຊຸມປຶກສາຫາລືກ່ຽວກັບບັນຫາສອງຝ່າຍ ຢູ່ ນະຄອນຫລວງ Dar es Salaam, ວັນທີ 24 ມີນາ 2013.
ປະທານປະເທດຈີນ ທ່ານ Xi Jinping (ຊ້າຍ) ກັບ ປະທານາທິບໍດີແທນຊາເນຍ ທ່ານ Jakaya Kikwete (ຂວາ) ເຂົ້າຮ່ວມກອງປະຊຸມປຶກສາຫາລືກ່ຽວກັບບັນຫາສອງຝ່າຍ ຢູ່ ນະຄອນຫລວງ Dar es Salaam, ວັນທີ 24 ມີນາ 2013.
ປະທານ​ປະ​ເທດຈີນ ທ່ານ Xi Jinping ​ໄດ້​ສະ​ແດງ​ຄວາມ​ຊົມ​
ເຊີຍ​ແລະຍິນ​ດີ​ນໍາ ຄວາມສໍາພັນ​ອັນ​ດີ​ຂອງ​ຈີນ ​ກັບບັນດາ​ປະ​
ເທດອາ​ຟຣິກາ ​ໃນ​ການ​ຢ້ຽມຢາມທະວີບດັ່ງ​ກ່າວ​ເປັນ​ເທື່ອ​
ທໍາ​ອິດ ​ແລະໃນການ​ເດີນທາງອອກ​ນອກ​ປະ​ເທດ​ຄັ້ງ​ທໍາ​ອິດ
ຂອງ​ທ່ານ ນັບ​ແຕ່​ໄດ້​ເຂົ້າຮັບ​ຕໍາ​ແໜ່​ງ​ໃນ​ຕົ້ນ​ປີ​ນີ້.

ຂະນະ​ນີ້ ທ່ານ Xi ກໍາລັງ​ຢ້ຽມຢາມ ​ແທນ​ຊາ​ເນຍ ບ່ອນ​ທີ່​ທ່ານ​
ໄດ້​ພົບ​ກັບປະທານາທິບໍດີ Jakaya Kikwete ຄູ່​ຄໍາ​ແໜ່​ງຂອງ
​ທ່ານ ​ໃນ​ວັນ​ອາທິດ​ວານ​ນີ້. ຫລັງ​ຈາກ​ການ​ສົນທະນາກັນ ຜູ້​ນໍາ
​ທັງ​ສອງ​ໄດ້ເປັນສັກຂີພິຍານ ​ໃນການ​ເຊັນສັນຍາ​ຫຼາຍສະບັບ
ທາງການ​ຄ້າ​ ວັດທະນາ​ທໍາ ​ແລະການ​ພັດທະນາ.

​ການ​ເນັ້ນ​ໜັກທີ່​ສໍາຄັນ​ຂອງ​ການ​ເດີນທາງຢປຢ້ຽມຢາມ​ອາ​ຟຣິ
ກາ​ຂອງ​ທ່ານ Xi ກໍ​ແມ່ນເພື່ອ​ບອກ​ໃຫ້ບັນດາ​ຜູ້​ນໍາອາ​ຟຣິກາ
ຊາບ​ວ່າ ຈີນ “ຈະເສີມ​ຂະຫຍາຍ​ແລະ​ຮັດ​ແໜ້ນ ບໍ່ແມ່ນປ່ອຍ​
ໃຫ້​ອ່ອນ​ແອລົງ” ຄວາມສໍາພັນ​ຂອງ​ຕົນ ກັບ​ທະວີ​ບອາ​ຟຮິ​ກາ
​ນັ້ນ. ທ່ານ Xi ເດີນທາງ​ໄປ​ເຖິງ ​ແທນ​ຊາ​ເນຍ ຈາກກຸງ​ມົສກູ
ບ່ອນ​ທີ່​ທ່ານ​ໄດ້​ພົບ​ປະ​ກັບ ປະທານ​າທິບໍດີຣັດ​ເຊຍ ທ່ານ Vladimir Putin.

ທ່ານ ພູ​ຕິນ ​ເວົ້າ​ວ່າ ທ່ານ​ປື້​ມ​ໃຈຫຼາຍ ທີ່​ຜູ້​ນໍາ​ຈີນ​ໄດ້​ເລືອກ​ເອົາຣັດ​ເຊຍ ເປັນ​ບ່ອນຢ້ຽມ
ຢາມຕ່າງປະ​ເທດ​ຄັ້ງ​ທໍາ​ອິດ​ຂອງ​ທ່ານ​ ໃນ​ຖານະ​ປະທານ​ປະ​ເທດຈີນ ​ແລະ​ເອີ້ນ​ຄວາມ​ສໍາພັນ​ລະຫວ່າງຣັດ​ເຊຍ-ຈີນ ວ່າ ເປັນປັດ​ໃຈ​ທີ່​ມີ​ຄວາມ​ສໍາຄັນສູງ​ສຸດ ຂອງ​ການ​ເມືອງ​ໂລກ.

ຫຼັງຈາກ​ແທນ​ຊາ​ເນຍ ຜູ້​ນໍາ​ຈີນຈະໄດ້​ບິນ​ໄປ​ຍັງ Durban ປະ​ເທດອາ​ຟຣິກາ​ໃຕ້ ​ເພື່ອ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດຄັ້ງ​ທີ 5 ຂອງ​ກຸ່ມ BRICS ຊຶ່ງ​ເປັນ​ກຸ່ມ​ຈັດ​ຕັ້ງ​ຂອງ 5 ເສດຖະກິດ​ທີ່​ໂຜ່​ໂຕ​ຂຶ້ນ​ມາ​ໃໝ່ ​ຂື້ນໃໝ່ ໃນ​ວັນ​ທີ່ 26 ຫາ 27 ເດືອນມີນານີ້. ກຸ່ມ​ປະ​ເທດ​ດັ່ງກ່າວ​ປະກອບ​ດ້ວຍ ບຣາຊີ​ລ ຣັດ​ເຊຍ ອິນ​ເດຍ ຈີນ ​ແລະ​ອາ​ຟຣິກາ​ໃຕ້. ນອກ​ນັ້ນ ທ່ານ​ຊີ ຍັງ​ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ພັກຜ່ອນໄປ​ພ້ອມ ​ກັບບັນດາ​ຜູ້​ນໍາຂົງ​ເຂດອາ​ຟຣິກາ ທີ່ຄາດ​ວ່າ​ຈະ​ເນັ້ນ​ໜັກໃສ່ ບັນຫາເສດຖະກິດ ​ແລະການ​ຄ້າ ກັບບັນດາ​ຜູ້​ນໍາ​ຂອງ​ທະວິບ
ທີ່​ອຸດົມ​ຮັ່ງມີດ້ວຍ​ຊັບພະຍາກອນ​ນັ້ນ.

ທ່ານ ຊີ ຈິນຜິງ ກັບສະຕີໝາຍເລກນຶ່ງຂອງຈີນ ເດີນທາງໄປເຖິງແທນຊາເນຍ:

China-Africa
please wait
Embed

No media source currently available

0:00 0:00:56 0:00
XS
SM
MD
LG