ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຈີນ ເຂົ້າຄວບຄຸມ ທ່າເຮືອນໍ້າເລິກ ໃນ ປາກິສຖານ


ພາບໂດຍລວມຂອງ ທ່າເຮືອ
ເດີນທະເລນໍ້າເລິກ Gwadar ຂອງປາກິສຖານ ຢູ່ທະເລອາຣາບຽນ ທີ່ຖ່າຍໃນເດືອນມີນາ 2007.
ພາບໂດຍລວມຂອງ ທ່າເຮືອ ເດີນທະເລນໍ້າເລິກ Gwadar ຂອງປາກິສຖານ ຢູ່ທະເລອາຣາບຽນ ທີ່ຖ່າຍໃນເດືອນມີນາ 2007.
ຈີນໄດ້ເຂົ້າຄວບຄຸມທ່າເຮືອທະເລນໍ້າເລິກ ທີ່ມີລັກສະນະຍຸດ
ທະສາດໃນປາກິສຖານ ຊຶ່ງໄດ້ເຮັດໃຫ້ຈີນ ມີຄວາມສາມາດທີ່
ຈະຕັ້ງຖານທັບເຮືອຢູ່ທະເລອາຣາບຽນ ແລະຂະຫຍາຍຂອບ ເຂດການຄຸ້ມຄອງຂອງຕົນໃນການຮັບປະກັນດ້ານພະລັງງານ
ແລະທາງເດີນທະເລ ໄດ້.

ລັດຖະບານປາກິສຖານ ໄດ້ໂອນສິດດໍາເນີນງານຂອງທ່າເຮືອ
ເດີນທະເລນໍ້າເລິກ Gwadar ຢ່າງເປັນທາງການ ໃຫ້ແກ່
ພວກເຈົ້າໜ້າທີ່ຈີນ ທີ່ໄປຢ້ຽມຢາມປະເທດດັ່ງກ່າວ ໃນພິທີ
ທີ່ຈັດຂຶ້ນທີ່ກຸງອິສລາມາບັດ ໃນວັນຈັນວານນີ້.

ປະທານາທິບໍດີປາກິສຖານ ທ່ານ Asif Ali Zardari ເວົ້າວ່າ
ການໂອນສິດດໍາເນີນ ງານດັ່ງກ່າວ ເປັນຂີດໝາຍການເລີ້ມ
ຕົ້ນຍຸກໃໝ່ແຫ່ງການເປີດໂອກາດໃຫ້ແກ່ປາກິສຖານ ແລະຈີນ.

ເຖິງແມ່ນວ່າຈີນ ໄດ້ຊ່ວຍໃນການໃຫ້ທຶນ ແລະສ້າງທ່າເຮືອທາງການຄ້າ Gwadar ໃນຫລາຍປີຜ່ານມາກໍຕາມ ແຕ່ມັນກໍຢູ່ພາຍໃຕ້ການດໍາເນີນງານຂອງອົງການທ່າເຮືອ ຂອງສິງກະໂປ. ບັດນີ້ ບໍລິສັດລັດວິສະ ຫະກິດຈີນ ທີ່ຊື່ວ່າ Chinese Overseas Port Holding ຈະເປັນຜູ້ ດໍາເນີນທຸລະກິດດັ່ງກ່າວ.

ທ່າເຮືອ Gwadar ຕັ້ງຢູ່ສົ້ນພາກເໜືອຂອງທະເລອາຣາບຽນ ໂດຍມີ ຊ່ອງທາງສໍາຄັນ ທີ່ສາມາດໃຫ້ການຄຸ້ມຄອງແກ່ເສັ້ນທາງເດີນເຮືອມຸ້ງໜ້າໄປທາງຕາເວັນຕົກສູ່ອ່າວເປີ ເຊຍໄດ້. ມັນຈະເຮັດໃຫ້ພາກຕາເວັນຕົກຂອງຈີນມີເສັ້ນທາງເດີນເຮືອທີ່ສັ້ນເຂົ້າ ແທນ
ທີ່ຈະໃຊ້ບັນດາທ່າເຮືອ ຢູ່ໃນພາກຕາເວັນອອກສຽງໃຕ້ຂອງຈີນ.
XS
SM
MD
LG