ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ໜັງສືພິມຈີນ ຮຽກຮ້ອງ ໃຫ້ລັດຖະບານ ປ່ອຍໂຕ ນັກຂ່າວ ຂອງຕົນ


ແຜນທີ່ຈີນ
ແຜນທີ່ຈີນ
ໜັງ​ສື​ພິມ​ຈີນ​ສະບັບ​ນຶ່ງ ​ໄດ້​ອອກ​ຂ່າວ​ໜ້າ​ປົກ​ເປັນ​ມື້ທີ​ສອງ ​ພາຍ
ໃນ​ໄລຍະ​ສອງ​ມື້ ຜ່ານ​ມານີ້ ຮຽກຮ້ອງ​ໃຫ້ປ່ອຍ ​ນັກ​ຂ່າວ​ຂອງ​ຕົນ​
ຄົນ​ນຶ່ງ ທີ່​ຖືກ​ຈັບ ​ໃນ​ຖານ​ເປີ​ດ​ເຜີຍ​ການ​ສໍ້ລາດ​ບັງ​ຫລວງ ຕາມ​ທີ່
​ໄດ້​ມີ​ການ​ກ່າວ​ຫາ ຢູ່​ທີ່ບໍລິສັດ​ລັດ​ວິ​ສາ​ຫະກິດ ແຫ່ງ​ນຶ່ງ​.

ທ່ານ Chen Youngzhou ກໍາລັງ​ຖືກ​ກັກ​ຂັງ​ໃນ​ຂໍ້​ຫາ “ທໍາລາຍ​
ຊື່​ສຽງ​ທຸລະ​ກິດ​ການ​ຄ້າ” ຫລັງ​ຈາກ ​ໄດ້​ຂຽນ​ລາຍ​ງານ ຫຼາຍໆ​ສະ
ບັບ ​ລົງໃນໜັງ​ສືພິມ New Express ທີ່​ອ້າງວ່າ ບໍລິສັດກໍ່​ສ້າງ
Zoomlion ເຮັດ​ບັນຊີປອມ​ແປງ​ກໍ​າ​ໄລ​ຂອງ​ຕົນສູງ​ຜິດ​ປົກກະຕິ.

ບໍລິສັດ Zoomlion ທີ່​ມີ​ລາຍ​ຊື່​ ຢູ່​ໃນຕະ​ຫລາດຊື້ຂາຍ​ຮຸ້ນ ຂອງ
Hong Kong ​ແລະ Shenzhen ​ໄດ້​ລາຍ​ງານວ່າ ຕົນ​ມີ​ກໍາ​ໄລ
​ເຖິງ 7 ພັນ 6 ຮ້ອຍລ້ານ​ໂດ​ລາໃນ​ປີ​ແລ້ວ​ນີ້. ນັບ​ແຕ່ການ​ຖື​ກຈັບ​
ຂອງທ່ານ Chen ​ເລີ້ມ​ພາດ​ຫົວ​ຂໍ້​ຂ່າວ ຢູ່ໃນທົ່ວ​ໂລກ ເມື່ອວັນ​
ພຸດ​ມື້ວານ​ນີ້ ຮຸ້ນ​ຂອງ ບໍລິສັດ Zoomlion ​ໄດ້​ຕົກລາຄາ ເກືອບ
6 ​ເປີ​ເຊັນ.

ຕໍາຫລວດ ​ໄດ້​ກ່າວ​ຕໍ່​ສື່ມວນຊົນຂອງທາງການຈີນ​ວ່າ ທ່ານ Chen ​ໄດ້ເສກ​ສັນ​ປັ້ນ​ແຕ່ງ
ຂໍ້​ມູນ ​ກ່ຽວ​ກັບການ​ເງິນ​ຂອງບໍລິ​ສັດ Zoomlion ຢູ່​ໃນ​ລາຍ​ງານ ທີ່​ໄດ້​ຂຽນ​ຂຶ້ນລະຫວ່າງ​ເດືອນ​ກັນຍາປີ​ກາຍຫາເດືອນ​ສິງຫາ 2013 ນີ້. ບໍ່​ມີການ​ແຈ້ງ ​ໃຫ້​ຊາບ​ກ່ຽວ​ກັບລາຍ​ລະ
ອຽດ​ອື່ນໆ​ໃນ​ຂໍ້​ຫາ​ເຫຼົ່ານີ້. ໜັງ​ສື​ພິມກ່າວ​ວ່າ ຕົນໄດ້​ທໍາ​ການ​ສືບສວນ​ເ​ບິ່ງລາຍ​ງາແລ້ວ
ແລະ​ພົບ​ເຫັນ​ວ່າ ມີ​ຂໍ້​ຜິດພາດ​ໄປ​ຈາກຄວາມ​ຈິງ​ ​ພຽງເລັກ​ນ້ອຍ​ເທົ່າ​ນັ້ນ.
XS
SM
MD
LG