ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ນາຍທະຫານ ຊັ້ນສູງຂອງຈີນ ພວມຢ້ຽມຢາມ ສະຫະລັດ


ລັດຖະມົນຕ່າງປະເທດສະຫະລັດ ທ່ານ John Kerry (ຊ້າຍ) ຈັບມື ກັບຮອງປະທານກຳມາທິການກາງ ກອງທັບຈີນ ນາຍພົນ Fan Changlong (ຂວາ) ກ່ອນເຂົ້າປະຊຸມ ທີ່ ກະຊວງປ້ອງກັນປະເທດຈີນ ຢູ່ປັກກິ່ງ (16 ພຶດສະພາ 2015)
ລັດຖະມົນຕ່າງປະເທດສະຫະລັດ ທ່ານ John Kerry (ຊ້າຍ) ຈັບມື ກັບຮອງປະທານກຳມາທິການກາງ ກອງທັບຈີນ ນາຍພົນ Fan Changlong (ຂວາ) ກ່ອນເຂົ້າປະຊຸມ ທີ່ ກະຊວງປ້ອງກັນປະເທດຈີນ ຢູ່ປັກກິ່ງ (16 ພຶດສະພາ 2015)

ກະຊວງປ້ອງກັນປະເທດສະຫະລັດກ່າວວ່າ ທ່ານ Fan Chang-
long ຮອງຫົວໜ້າກຳມາທິການສູນກາງຂອງກອງທັບຈີນ ຈະມາ
ຢ້ຽມຢາມທຳນຽບຫ້າແຈ ໃນວັນພະຫັດນີ້ ແລະພົບປະກັບລັດຖະ
ມົນຕີກະຊວງປ້ອງກັນປະເທດສະຫະລັດທ່ານ Ashton Carter.

ໃນວັນຈັນວານນີ້ ທ່ານ Fan ເດີນທາງໄປນະຄອນ San Diego
ໃນລັດ California ເພື່ອຢ້ຽມຢາມສະໜາມບິນຂອງກອງທັບເຮືອ
ສະຫະລັດທີ່ North Island. ນອກນັ້ນທ່ານຍັງຈະໄປຢ້ຽມກຳປັ່ນ
ລົບ Ronald Reagan ແລະຢຸດແວ່ອີກຫຼາຍບ່ອນຂະນະທີ່ເດີນ ທາງມານະຄອນຫຼວງວໍຊິງຕັນ.

ໃນມື້ວັນສຸກທ່ານ Fan ຈະຢ້ຽມທັງທຳນຽບຂາວແລະກະຊວງການຕ່າງປະເທດ ກ່ອນຈະ ເດີນທາງຈາກສະຫະລັດໄປເມືອງ Cancun ໃນປະເທດ Mexico.

ເຈົ້າໜ້າທີ່ສະຫະລັດ ກ່າວເຖິງການຢ້ຽມຢາມ ດັ່ງກ່າວນີ້ວ່າ ເປັນການຢ້ຽມຢາມ ທີ່ມີຂຶ້ນ ຕາມປົກກະຕິແລະມີໝາຍກຳນົດມາດົນແລ້ວ. ແຕ່ພວກເຈົ້າໜ້າທີ່ເວົ້າວ່າທ່ານ Carter ຈະຍົກເອົາຄວາມວິຕົກກັງວົນກ່ຽວກັບທະເລຈີນໃຕ້ ຕະຫຼອດທັງເລື້ອງຕ່າງໆທີ່ທັງສອງ ຝ່າຍເປັນຫ່ວງຂຶ້ນມາຫາລືກັນ.

ການເດີນທາງມາຢ້ຽມຢາມສະຫະລັດ ຂອງທ່ານ Fan ມີຂຶ້ນນຶ່ງອາທິດ ຫຼັງຈາກສະຫະ
ລັດ ໃຫ້ການຢືນຢັນ ກ່ຽວກັບການໂຈມຕີເຈາະຂໍ້ມູນຄັ້ງໃຫຍ່ ທີ່ພົວພັນກັບການລັກຂະ ໂມຍເອົາເອກກະສານຫລາຍລ້ານສະບັບ ກ່ຽວກັບເຈົ້າໜ້າທີ່ລັດຖະບານສະຫະລັດ ຢູ່
ຫ້ອງການຄຸ້ມຄອງພະນັກງານຂອງລັດຖະບານກາງຫຼື OPM.

ໂຄສົກກະຊວງການຕ່າງປະເທດຈີນ ທ່ານ Hong Lei ເອີ້ນການກ່າວຫາຂອງສະຫະລັດ
ວ່າ ຂາດຄວາມຮັບຜິດຊອບແລະໃຫ້ຂໍ້ສັງເກດວ່າ ຈີນກໍເປັນຜູ້ເຄາະຮ້າຍຈາກການໂຈມ ຕີທາງອິນເຕີແນັດຄືກັນ.

ໃນວັນອາທິດຜ່ານມານີ້ ຫົວໜ້າຄະນະກຳມະການ ຮັກສາຄວາມປອດໄພພາຍໃນ ຂອງ ສະພາຕ່ຳສະຫະລັດ ທ່ານ Michael McCaul ກ່າວວ່າ ຮ່ອງຮອຍຂອງໄພຂົ່ມຂູ່ແມ່ນຊີ້ ໄປໃສ່ຈີນວ່າເປັນຜູ້ຮັບຜິດຊອບໃນການໂຈມຕີດັ່ງກ່າວ. ໃນການປາກົດໂຕຢູ່ລາຍການ
Face the Nation ຂອງໂທລະພາບ CBS ນັ້ນທ່ານເວົ້າວ່າການໂຈມຕີອົງການ OPM ແມ່ນການຮົ່ວໄຫລຂອງຂໍ້ມູນທີ່ຮ້າຍແຮງສຸດ ຂອງຕາໜ່າງລັດຖະບານກາງໃນປະຫວັດ ສາດຂອງສະຫະລັດ.

XS
SM
MD
LG