ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະທານປະເທດຈີນ ເປັນເຈົ້າພາບ ຈັດງານ ກ່ຽວກັບ ສິດທິແມ່ຍິງ


ປະທານປະເທດຈີນ ທ່ານ Xi Jinping ອອກຈາກກອງປະຊຸມ ຄວາມສະເໝີພາບຂອງຍິງຊາຍ ແລະ ຄວາມເຂັ້ມແຂງຂອງແມ່ຍິງ ຢູ່ທີ່ ສຳນັກງານໃຫຍ່ ອົງການສະຫະປະຊາຊາດ, ວັນອາທິດ ທີ 27 ກັນຍາ 2015.
ປະທານປະເທດຈີນ ທ່ານ Xi Jinping ອອກຈາກກອງປະຊຸມ ຄວາມສະເໝີພາບຂອງຍິງຊາຍ ແລະ ຄວາມເຂັ້ມແຂງຂອງແມ່ຍິງ ຢູ່ທີ່ ສຳນັກງານໃຫຍ່ ອົງການສະຫະປະຊາຊາດ, ວັນອາທິດ ທີ 27 ກັນຍາ 2015.

ປະທານ​ປະ​ເທດ​ຈີນ ທ່ານ Xi Jinping ​ໄດ້​ຮຽກຮ້ອງ ​ເຖິງ​ບັນ​ດາ​
ຜູ້ນຳ​ຂອງ​ໂລກ ​ໃນ​ວັນ​ອາທິດ​ວານ​ນີ້ ​ໃຫ້​ສົ່ງ​ເສີມຄວາມ​ພະຍາຍາມ
​ເພື່ອ​ເຮັດ​ໃຫ້​ສິດທິ​ ຂອງ​ພວກ​ແມ່ຍິງ​ດີ​ຂຶ້ນ. ​ໃນ​ການ​ກ່າວ​ຄຳ​ປາ​ໃສ
ຢູ່​ທີ່​ກອງ​ປະຊຸມ​ສຸດ​ຍອດ ອົງການ​ສະຫະ​ປະຊາ​ຊາດ ກ່ຽວ​ກັບ
​ຄວາມ​ສະ​ເໝີ​ພາບ ຂອງ​ຍິງ​ຊາຍ ຜູ້ນຳ​ຂອງ​ຈີນ ​ສັນຍາ​ວ່າ ຈະມອບ
​ເງິນ​ມູນ​ຄ່າ 10 ລ້ານ​ໂດ​ລາ ໃຫ້ອົງການສຳ​ຫລັບ​ແມ່ຍິງ ຂອງ UN
​ໃນ​ຂະນະ​ທີ່ ​ໄດ້ຖືກ​ຕຳ​ໜິຕິ​ຕຽນຢ່າງ​ໜັກ ຈາກ​ບັນດາ​ນັກ​ເຄື່ອນ​ໄຫວ
​ແລະ ກຸ່ມ​ສິດທິ​ມະນຸດ​ຕ່າງໆ ສຳ​ຫລັບ ການ​ຄຸມ​ຂັງ​ພວກ​ນັກ​ເຄື່ອນ
​ໄຫວ​ແມ່ຍິງ ຂອງ​ທາງ​ການຈີນ.

ທ່ານ Xi ຜູ້​ທີ່​ໄດ້​ຈັດ​ງານນັ້ນ ຍັງ​ໄດ້​ສັນຍາ​ວ່າ ຈະ​ສ້າງ​ສູນ​ສຸຂະພາບ
100 ​ແຫ່ງ ​ແລະ ​ໂຮງຮຽນ ​ເລີ້ມ​ຕົ້ນ ສຳ​ຫລັບ​ເດັກຍິງ 100 ​ແຫ່ງ ຢູ່​ໃນປະ​ເທດ​ ທີ່​ກຳລັງ​
ພັດທະນາ​ທົ່ວ​ໂລກ ​ໃນ​ຫ້າ​ປີ​ຂ້າງ​ໜ້າ.

​ແຕ່​ການ​ລິ​ເລີ້ມ​ຂອງ​ທ່ານ ​ໄດ້​ຖືກ​ທົບ​ທວນຄືນ ​ໃນທາງ​ລົບ​ ​ແລະ ຖືກ​ຕຳ​ໜິ ຜ່ານ​ທາງ Twitter ຈາກ​ທ່ານ​ນາງ Hillary Clinton ຜູ້​ສະໝັກ​ເປັນ​ປະທານາທິບໍດີ​ສະຫະລັດ. ທ່ານ​ນາງ Clinton ​ເວົ້າວ່າ "ທ່ານ Xi ຜູ້​ເປັນ​ເຈົ້າພາບ ຈັດ​ກອງ​ປະຊຸມ ກ່ຽວ​ກັບ ສິດທິ​ແມ່​ຍິ່ງ ຢູ່​ທີ່ U.N. ​ໃນ​ຂະນະດຽວ​ກັນນັ້ນ​ ທຳ​ການປາມ​ປາມ ຄວາມ​ເປັນ​ສະຕີ​ນິຍົມຢູ່ບໍ່? ບໍ່​ມີ​ຄວາມ​ລະອາຍ​ເ​ລີ​ຍ," ທ່ານ​ນາງ​ໄດ້​ຂຽນ ຂໍ້ຄວາມ​ທີ່ ​ອ້າງ​ອີງ​ເຖິງ​ ການ​ກັກ​ຂັງ ພວກ​ແມ່ຍິງຈີນ​ ສະຕີ​ນິຍົມ ຈຳນວນ 5 ຄົນ ກ່ອນ​ໜ້າຂອງ​ວັນແມ່ຍິງ​ສາກົນ.

ພວກ​ແມ່ຍິງ​ທີ່​ໄດ້​ຖືກ​ຈັບ​ກຸມ ຢູ່​ໃນ​ເມືອງ​ຕ່າງໆ ຂະນະ​ທີ່​ພວກ​ເຂົາ​ເຈົ້າ ກຽມພ້ອມ​ທີ່​ຈະ ຢາຍ​ໃບ​ປິວ ກ່ຽວ​ກັບ ການ​ລ່ວງ​ລະ​ເມີດ​ທາງ​ເພດ ຢູ່​ທີ່​ສະຖານີ​ຂົນ​ສົ່ງ​ສາທາລະນະ. ພວກ​ເຂົາ ​ໄດ້​ຖືກ​ປ່ອຍ​ຕົວ ​ໃນ​ເວລາ​ຕໍ່​ມາ ພາຍ​ໃຕ້​ການ​ເບິ່ງ​ແຍງໂດຍ​ພະ​ແນກ​ຍຸດຕິ​ທຳ.

ຢ່າງ​ໃດ​ກໍ​ຕາມ ມີ​ແມ່ຍິງ​ຈຳນວນ​ນຶ່ງ ທີ່​ເປັນ​ຜູ້ນຳ ​ໃນ​ທົ່ວ​ໂລກ ​ໄດ້​ກ່າວ​ຄຳ​ປາ​ໃສ ຢູ່​ທີ່​ງານ​ຂອງ​ທ່ານ Xi ລວມທັງ ນາຍົກລັດຖະມົນຕີ ​ເຢຍຣະມັນ ທ່ານ​ນາງ Angela Merkel, ປະທານາທິບໍດີ ​ໄລ​ບີ​ເຣຍ ທ່ານ​ນາງ Ellen Johnson Sirleaf ​ແລະ ນາຍົກລັດຖະມົນຕີ ບັງ​ກລາ​ແດັສ ທ່ານ​ນາງ Sheikh Hasina.

ທ່ານ​ນາງ Merkel ​ໄດ້​ໃຊ້​ການ​ກ່າວ​ຄຳ​ປາໃສ ຂອງ​ຕົນ ​ເພື່ອ​ເນັ້ນຢ້ຳ​ເຖິງ​ຄວາມ​ສຳຄັນ ຂອງ​ການ​ປົກ​ປ້ອງ​ພວກ​ແມ່ຍິງ​ທີ່​ປະ​ເຊີນ​ໜ້າ​ກັບ​ການຖືກ​ຂົ່ມຂືນ, ການ​ບັງ​ຂັບ​ໃຫ້​ເປັນ​ຂ້າ​ທາດ ​ແລະ ການ​ລ່ວງ​ລະ​ເມີດຕ່າງ​ໃນ​ຊີ​ເຣຍ ອີຣັກ ໄນ​ຈີ​ເຣຍ ແລະ ໃນ​ເຂດ​ແຫ່ງ​ອື່ນ​ໆ ​ທີ່​ມີ​ບັນຫາ​ຂັດ​ແຍ້​ງ ​ໃນ​ທົ່ວ​ໂລກ.

XS
SM
MD
LG