ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນັກຂ່າວຈີນ ຖືກສານຕັດສິນ ຕິດຄຸກ 7 ປີ ຖານເປີດເຜີຍ ຄວາມລັບຂອງລັດ


ທ່ານນາງ Gao Yu ນັກຂ່າວຈີນ ທີ່ສຳຄັນຄົນນຶ່ງ.
ທ່ານນາງ Gao Yu ນັກຂ່າວຈີນ ທີ່ສຳຄັນຄົນນຶ່ງ.

ສານ​ຈີນແຫ່ງນຶ່ງ ​ໄດ້​ຕັດສິນ​ລົງ​ໂທດນັກ​ຂ່າວ​ຄົນ​ນຶ່ງໃຫ້ຕິດ​ຄຸກ
ເປັນ​ເວລາ 7 ປີ​ຍ້ອນເປີດເຜີຍ​ເອກ​ກະສາ​ນລັບພາຍ​ໃນ ຂອງ​
ພັກຄອມ​ມິ​ວນິສໃຫ້ແກ່ເວັບ​ໄຊ​ທ໌ຕ່າງປະເທດທີ່​ທະນາຍຄວາມ​
ຂອງ​ທ່ານ​ນາງ​ໄດ້​ກ່າວ ​ໃນ​ວັນ​ສຸກ​ມື້​ນີ້.

ທ່ານ​ນາງ Gao Yu ອາຍຸ 71 ປີ ໄດ້ຖືກ​ດຳ​ເນີນ​ຄະດີ​ແບບປິດ
ລັບ ​ຢູ່ໃນ​ນະ ຄອນຫລວງ​ປັກ​ກິ່ງ ​ໃນ​ເດືອນພະ​ຈິກ​ປີກາຍ ​ແລະ​
ໄດ້​ຖືກ​ຕັດສິນ​ລົງ​ໂທດ​ຍ້ອນ ເປີດເຜີຍ​ຄວາມ​ລັບ​ຂອງປະ​ເທດ
​ໃຫ້​ແກ່​ຜູ້​ຕິດ​ຕໍ່ ​ຕ່າງປະ​ເທດ. ທ່ານ​ນາງ​ໄດ້​ປະຕິ​ເສດ ​ຕໍ່ຂໍ້ກ່າວ​
ຫານີ້.

ເອກກະສານດັ່ງກ່າວໄດ້ເຕືອນເຖິງການເຜີຍແຜ່ກ່ຽວກັບປະຊາທິປະໄຕແບບຕາ ເວັນຕົກ ຄ່ານິຍົມສາກົນ ສິດທິພົນລະເມືອງ ແລະສິດເສລີພາບໃນດ້ານຂ່າວສານ ຊຶ່ງພັກຄອມ
ມິວນິສ ຖືກວ່າເປັນໄພຂົ່ມຂູ່ຕໍ່ການປົກຄອງຂອງຕົນນັ້ນ.

ບັນດາ​ທະນາຍຄວາມຂອງທ່ານ​ນາງ Gao ​ສະແດງຮ່ອງຮອຍໃຫ້ເຫັນວ່າ ພວກຕົນ​ຈະ​ທຳ
​ການຂໍ​ອຸທອນ ຕໍ່ການຕັດສິນ​ລົງ​ໂທດດັ່ງກ່າວ.

ທ່ານ​ນາງ Gao ​ເຄີຍຖືກ​ຕິດ​ຄຸກ​ມາກ່ອນໂດຍ​ບັນດາ​ເຈົ້າ​ໜ້າທີ່
​ຈີນ. ​ເລີ້ມ​ມາແຕ່ ປີ 1989ອະດີດ​ຮອງ​ບັນນາທິການ ​ວາລະສານ
ເສດຖະກິດ ລາຍປະຈຳສັບປະດາ ຫົວກ້າວໜ້າ ທີ່​ບໍລິຫານ​ໂດຍ
ພວກຄັດຄ້ານລັດຖະບານ ໄດ້​ຖືກ​ປິດ​ລົງໂດຍພວກ​ເຈົ້າ​ໜ້າ​ທີ່
ລຸນຫລັງການ​ປະ​ທ້ວງ​ ຢູ່ທີ່ຈະ​ຕຸ​ລັດທຽນ​ອັນ​ເໝີ​ນ ​ໄດ້​ໃຊ້​ເວລາ
​ຕິດ​ຄຸກ ຢູ່ເປັນ​ເວລາ 14 ​ເດືອນ ​ໃນ​ຖານຂຽນບົດຄວາມ ສະໜັບ
ສະໜູນຂະບວນການ ເຄື່ອນໄຫວທີ່​ນຳພາໂດຍພວກ​ນັກ​ສຶກສາ.
​ໃນ​ປີ 1994 ທ່ານ​ນາງ​ໄດ້​ຖືກ​ຕັດສິນ​ລົງ​ໂທດໃຫ້ຕິດ​ຄຸກຫົກ​ປີ​
​ໃນ​ຖານ​ເປີດເຜີຍ​ຄວາມ​ລັບ​ຂອງລັດ ​ໃຫ້ແກ່​ສື່​ມວນ​ຊົນ​ຢູ່ຮົງ​ກົງ.

ອົງການນິລະໂທດກຳສາກົນ ໄດ້ປະນາມການດຳເນີນຄະດີເທື່ອຫລ້າສຸດດັ່ງກ່າວ ຕໍ່ທ່ານ
ນາງ Gao.

China Rights
please wait
Embed

No media source currently available

0:00 0:01:20 0:00

XS
SM
MD
LG