ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ນັກລົງທຶນຈີນໃນລາວ ຈະເລັ່ງພັດທະນາ ເຂດເສດຖະກິດພິເສດ ສາມຫຼ່ຽມທອງຄໍາ


ເຂດເສດຖະກິດພິເສດສາມຫຼ່ຽມທອງຄໍາຢູ່ເມືອງຕົ້ນເຜິ້ງ ໃນແຂວງບໍ່ແກ້ວ ຊຶ່ງລົງທຶນໂດຍກຸ່ມບໍລິສັດດອກງິ້ວ ຄໍາ ຈາກປະເທດຈີນ
ເຂດເສດຖະກິດພິເສດສາມຫຼ່ຽມທອງຄໍາຢູ່ເມືອງຕົ້ນເຜິ້ງ ໃນແຂວງບໍ່ແກ້ວ ຊຶ່ງລົງທຶນໂດຍກຸ່ມບໍລິສັດດອກງິ້ວ ຄໍາ ຈາກປະເທດຈີນ

ກຸ່ມທຸລະກິດການລົງທຶນຈາກຈີນ ຈະເລັ່ງພັດທະນາເຂດເສດຖະກິດພິເສດສາມຫຼ່ຽມທອງຄໍາ ໂດຍຢືນຢັນວ່າ ໃນໄລຍະນັບຈາກປີ 2007 ເປັນຕົ້ນມານັ້ນ ການດໍາເນີນງານເປັນໄປຕາມ ແຜນການທີ່ວາງເອົາໄວ້ໃນທຸກດ້ານ.

ກຸ່ມບໍລິສັດດອກງິ້ວຄໍາຈາກປະເທດຈີນ ຊຶ່ງໄດ້ຮັບອະນຸຍາດຈາກລັດຖະບານລາວ ໃນການລົງທຶນພັດທະນາເຂດເສດຖະກິດພິເສດສາມຫຼ່ຽມທອງຄໍາຢູ່ ເມືອງຕົ້ນເຜິ້ງ
ໃນແຂວງບໍ່ແກ້ວ ໄດ້ຖະແຫຼງການຢືນຢັນວ່າ ການດໍາເນີນງານນັບຕັ້ງແຕ່ປີ 2007
ເປັນຕົ້ນມາ ຈົນເຖິງປະຈຸບັນນີ້ໄດ້ມີຜົນຄືບໜ້າເປັນຢ່າງດີ ແລະເປັນໄປຕາມແຜນການ
ທີ່ວາງໄວ້ໃນທຸກໆດ້ານ.

ຊຶ່ງກໍຄືການລົງທຶນເພື່ອພັດທະນາລະບົບໂຄງລ່າງພຶ້ນຖານຕ່າງໆໃນເຂດເສດຖະກິດ
ພິເສດສາມຫຼ່ຽມທອງຄໍາທີ່ມີເນື້ອທີ່ສໍາປະທານທັງໝົດ 3,000 ເຮັກຕາ ທີ່ຕິດຈອດ ຢູ່ກັບເຂດປ່າສະຫງວນແຫ່ງຊາດ ສາຍພູກິ່ວລົມ ໂດຍມາຮອດປັດຈຸບັນນີ້ ກໍປະກົດວ່າ ທາງກຸ່ມບໍລິສັດໄດ້ດໍາເນີນການປັບໜ້າດິນໄດ້ແລ້ວ 670 ກວ່າເຮັກຕາທີ່ໃຊ້ຄືນຈາກ
ປະຊາຊົນລາວ.

ພ້ອມກັນນີ້ກໍໄດ້ທໍາການກໍ່ສ້າງຖະໜົນ ຈາກພາຍນອກເຂົ້າໄປໃນເຂດເສດຖະກິດພິເສດ
ສາມຫຼ່ຽມທອງຄໍາໄດ້ ແລ້ວ 40 ກວ່າກິໂລແມັດ, ສ່ວນຖະໜົນພາຍໃນເຂດເສດຖະກິດ
ພິເສດນັ້ນ ກໍກໍ່ສ້າງໄດ້ແລ້ວເກືອບເຖິງ 20 ກິໂລແມັດ, ສ້າງຄູກັນຕາຝັ່ງເຈື່ອນຢູ່ແຄມ
ນໍ້າຂອງໄດ້ຍາວກວ່າ 6 ກິໂລແມັດ ກໍ່ສ້າງໂຮງງານຜະລິດນໍ້າປະປາຂະໜາດ 4,800
ເມັດກ້ອນຕໍ່ວັນ ແລະ ວາງແນວສາຍສົ່ງກະແສໄຟຟ້າ 27 ກິໂລແມັດ.

ສ່ວນກ່ຽວກັບການພັດທະນາບ້ານຈັດສັນໃໝ່ເທິງພື້ນທີ່ເກືອບ 20 ເຮັກຕາ ຢູ່ໃນເຂດບ້ານ ຄວ້ານນັ້ນກໍໄດ້ມີການກໍ່ສ້າງເຮືອນ 114 ຫຼັງເພື່ອຮອງຮັບປະຊາຊົນທີ່ຖືກໃຊ້ຄືນທີ່ດິນແລະ ຖືກຍ້າຍອອກຈາກເຂດເສດຖະກິດພິເສດ ໂດຍພາຍໃນບ້ານຈັດສັນໃໝ່ດັ່ງກ່າວນີ້ ກໍມີທັງ
ໂຮງຮຽນ, ໂຮງໝໍ, ວັດ, ຕະຫຼາດ ແລະ ບໍລິການດ້ານສາທາລະນູປະໂພກເຊັ່ນ ໄຟຟ້າ,
ນໍ້າປະປາ, ແລະຖະໜົນຫົນທາງຢ່າງຄົບຊຸດ.

ຖະແຫຼງການຂອງກຸ່ມບໍລິສັດດອກງິ້ວຄໍາດັ່ງກ່າວນີ້ຍັງໄດ້ ຢືນຢັນດ້ວຍວ່າ ໃນໄລຍະຕໍ່ໄປນີ້ ຈະເນັ້ນໜັກໃນການພັດທະນາເຂດດອນຊາວ ໃຫ້ເປັນແຫຼ່ງທ່ອງທ່ຽວແບບອະນຸລັກທໍາ
ມະຊາດ ໂດຍຈະກໍ່ສ້າງສວນສາທາລະນະ, ສະໝາມບິນທີ່ໄດ້ມາດຕະຖານສາກົນ, ໂຮງ
ແຮມລະດັບ 5 ດາວ ແລະ ສະໝາມກັອບເປັນຕົ້ນ. ສ່ວນເຂດທີ່ຢູ່ເທິງຝັ່ງນັ້ນ ນອກຈາກ ຈະເນັ້ນໜັກໃນຂະແໜງການບັນເທິງ, ການຄ້າ ແລະການຂົນສົ່ງແລ້ວ ກໍຍັງແນໃສ່ການພັດ ທະນາອຸດສາຫະກໍາແປຮູບສິນຄ້າກະເສດເພື່ອຮັບຮອງການລົງທຶນຈາກ ທັງພາຍໃນລາວ
ແລະ ຈາກຕ່າງປະເທດ ໂດຍສະເພາະແມ່ນການລົງທຶນຈາກຈິນໃນລາວໃຫ້ຫຼາຍຂຶ້ນນັບມື້,
ຊຶ່ງທັງໝົດນີ້ ຄາດໝາຍວ່າ ຈະຕ້ອງໃຊ້ເງິນລົງທຶນເຖິງ $ 500 ລ້ານ ໂດຍມີໄລຍະສໍາປະ
ທານເປັນເວລາເຖິງ 99 ປີ.

ທ່ານສົມສະຫວາດ ເລ່ງສະວັດ ຮອງນາຍົກ ລມຕ ລາວ.
ທ່ານສົມສະຫວາດ ເລ່ງສະວັດ ຮອງນາຍົກ ລມຕ ລາວ.

ກ່ອນໜ້ານີ້ ທ່ານ ສົມສະຫວາດ
ເລັ່ງສະຫວັດ ຮອງນາຍົກລັດຖະ
ມົນຕີຜູ້ຊີ້ນໍາວຽກງານ ໃນດ້ານ
ເສດຖະກິດຂອງລັດຖະບານລາວ
ໄດ້ຖະແຫຼງຢືນຢັນວ່າ ເຂດເສດ
ຖະກິດພິເສດສາມຫລ່ຽມທອງຄໍາ
ປະກອບສ່ວນຢ່າງສໍາຄັນເຂົ້າໃນ
ການພັດທະນາທາງເສດຖະກິດ
ແລະການສ້າງວຽກງານເຮັດງານ
ທໍາໃຫ້ກັບປະຊາຊົນລາວໄດ້ເປັນ
ຢ່າງດີ. ສ່ວນເຂດເສດຖະກິດພິ
ເສດໃນເຂດອື່ນໆນັ້ນ ກໍຍັງຄົງ
ຖືວ່າມີການພັດທະນາໄປຢ່າງຊັກ
ຊ້າ ແລະບໍ່ສາມາດ ທີ່ຈະດຶງດູດ
ເອົາການລົງທຶນຈາກຕ່າງປະເທດໄດ້ຕາມແຜນການເປົ້າໝາຍ ທີ່ວາງໄວ້ດັ່ງທີ່ທ່ານ ສົມສະຫວາດ ໄດ້ຖະແຫຼງຊີ້ແຈງວ່າ:

“ເຂດເສດຖະກິດພິເສດສາມຫຼ່ຽມທອງຄໍາໄດ້ມີຄວາມພັດທະນາຢ່າງເດັ່ນຊັດ
ອັນໄດ້ປະ
ກອບສ່ວນເຂົ້າໃນການພັດທະນາພຶ້ນຖານໂຄງລ່າງ ແລະການສ້າງ
ວຽກເຮັດງານ
ທໍາໃຫ້ປະຊາຊົນທ້ອງຖິ່ນ ເຖິງຢ່າງນັ້ນກໍຕາມ ຄວາມຄືບໜ້າ
ຂອງວຽກງານດັ່ງ
ກ່າວເວົ້າລວມຍັງຊັກຊ້າ ຍັງບໍ່ທັນສາມາດເສີມຂະຫຍາຍ
ກໍາລັງແຮງຈາກບັນດາພາກສ່ວນເສດຖະກິດຕ່າງປະເທດໄດ້ເທົ່າທີ່ຄວນ.

ໃນປັດຈຸບັນນີ້ ໃນລາວມີເຂດເສດຖະກິດພິເສດມີ່ໄດ້ຮັບການພັດທະນາ ແລະສາມາດຮອງ
ຮັບການລົງທຶນ ຂອງເອກະຊົນລາວ ແລະຕ່າງຊາດໄດ້ແລ້ວ 3 ແຫ່ງກໍຄືເຂດເສດຖະກິດ ພີເສດສະຫວັນ-ເຊໂນໃນແຂວງ ສະຫວັນນະເຂດ, ເຂດເສດຖະກິດພິເສດບໍ່ເຕັນແດນຄໍາທີ່
ແຂວງຫຼວງນໍ້າທາ ແລະ ເຂດເສດຖະກິດພິເສດສາມຫຼ່ຽມທອງຄໍາຢູ່ແຂວງບໍ່ແກ້ວດັ່ງກ່າວ. ສ່ວນແຜນການໃນໄລຍະຕໍ່ໄປນັ້ນລັດຖະບານລາວກໍໄດ້ຕັ້ງເປົ້າໝາຍທີ່ຈະສ້າງຕັ້ງເຂດເສດຖະກິດພິເສດໃຫ້ໄດ້ເຖິງ 10 ແຫ່ງພາຍໃນປີ 2015.

XS
SM
MD
LG