ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການ​​ນຳ​ເຂົ້າ ສິນຄ້າຂອງຈີນ ​​ເພີ້​ມຂຶ້ນ ເປັນເທື່ອ​ທຳ​ອິດ ​ໃນ​ຮອບ​ເກືອ​ບ 2 ປີ


ຕູ້ບັນທຸກສິນຄ້າ ທີ່ທ່າກຳປັ່ນ Tianjin ຂອງຈີນ.
ຕູ້ບັນທຸກສິນຄ້າ ທີ່ທ່າກຳປັ່ນ Tianjin ຂອງຈີນ.

ການນຳ​ເຂົ້າສິນຄ້າຂອງຈີນ ​ແມ່ນ​ເພີ້​ມຂຶ້ນ 1.5 ​ເປີ​ເຊັນ ​ໃນ​ເດືອນ​ສິງຫາ​ຜ່ານ​ມາ​ນີ້ ຊຶ່ງເປັນ​ຂີດ​ໝາຍການ​ເພີ້​ມຂຶ້ນ​ເທື່ອ​ທຳ​ອິດ​ໃນ​ຮອບ​ເກືອ​ບ 2 ປີ ​ໃນ​ຂະນະ​ທີ່ ການສົ່ງ​ອອກ​ສິນຄ້າ ​ໄດ້​ຫຼຸດ​ຕ່ຳ​ລົງ 2.8 ​ເປີ​ເຊັນ ຊຶ່ງ​ສະ​ແດງ​ໃຫ້​ເຫັນ​ວ່າ ​ເສດຖະກິດ​ທີ່​ໃຫຍ່ເປັນອັນ​ດັບ 2 ຂອງ​ໂລກ ​ແມ່ນກຳລັງ​ກ້າວ​ໄປ​ສູ່ເສັ້ນທາງໃນ​ການ​ປັບປຸງ​ໃຫ້​ດີ​ຂຶ້ນ.

ການ​ເພີ້​ມຂຶ້ນຂອງການ​ນຳ​ເຂົ້າສິນຄ້າ ​ແມ່ນ​ມີ​ມູນ​ຄ່າ 138 ພັນ 5 ຮ້ອຍ​ລ້ານ​ໂດ​ລາ ​ເຮັດ​ໃຫ້ການ​ຫລຸດ​ລົງ​ທີ່ມີ​ມາ​ເປັນ​ເວລາ 21 ​ເດືອນ ສິ້ນສຸດ​ລົງ. ຮ່ວມ​ກັນ​ກັບ​ການ​ຫຼຸດ​ລົງ​ຂອງ ການສົ່ງ​ອອກ ​ເປັນ 190 ພັນ 6 ຮ້ອຍ​ລ້ານ​ໂດ​ລາ​ແລ້ວ ຕົວ​ເລກ​ດັ່ງກ່າວ ສະແດງໃຫ້​ເຫັນ​ເຖິງການ​ເພີ້ມຂຶ້ນ​ໃນຄວາມ​ຮຽກຮ້ອງຕ້ອງການສິນຄ້າ​ພາຍ​ໃນ​ຈີນ.

​ຖ້າແນວ​ໂນ້ມທີ່​ວ່າ​ນີ້ ຍັງ​ຈະ​ດຳ​ເນີນສືບ​ຕໍ່​ໄປ​ໃນ​ອະນາ​ຄົດ​ ການ​ເພີ້​ມຂຶ້ນ​ຂອງຄວາມ​ຮຽກ ຮ້ອງຕ້ອງການສິນຄ້າຂອງ​ພວກ​ບໍລິ​ໂພ​ກພາຍ​ໃນປະ​ເທດ ອາດ​ຈະ​ເປັນ​ຮ່ອງຮອຍ​ທີ່​ດີ​ສຳລັບການ​ເຕີບ​ໂຕ​ຂອງ​ເສດຖະກິດ​ໂລກ ຊຶ່ງ​ກອງ​ທຶນ​ສາກົນ​ເອີ້ນ​ວ່າຍັງ “ອ່ອນ​ແອຢູ່” ​ໃນ​ການ​ມອງ​ການ​ໄກ​ຂອງເສດຖະກິດ​ເທື່ອຫຼ້າ​ສຸດ ​ແລະ​ພວກ​ນັກ​ລົງທຶນ​ຢ້ານ​ກົວ​ວ່າ ​ເສດຖະກິດ​ຂອງ​ຈີນ ຈະ​ກາງ​ຕໍ່ການ​ສົ່ງອອກ​ສິນຄ້າຢ່າງ​ໃຫຍ່​ຫຼວງ​ນັ້ນ.

ບັນດາ​ນັກວິເຄາະ ​ໄດ້​ແນະນຳ​ວ່າ ອັດຕາການ​ແລກປ່ຽນ ​ທີ່​ອ່ອນ​ແອ ຂອງ​ເງິນຢວນ ອາດ​ຢູ່​ເບື້ອງຫຼັງ​ໃນ​ການ​ສົ່ງ​ອອກສິນຄ້າ​ທີ່​ຫລຸດ​ຕ່ຳລົງ. ເງິນຢວນໄດ້​ຫຼຸດຄ່າລົງປະມານ 5 ​ເປີ​ເຊັນ ​ໃນ​ຮອບ​ປີ​ຜ່ານ​ມາ​ນີ້.

​ໃນ​ເດືອນ​ສິງຫາ​ຜ່ານ​ມາ​ນີ້ ການ​ຄ້າ​ຈີນ​ແມ່ນ​ໄດ້​ກຳ​ໄລ​ເກືອບ 14 ​ເປີ​ເຊັນ​ ໃນ​ຊ່ວງ​ໄລຍະ​ດຽວ​ກັນ ​ຂອງ​ປີ​ກາຍ​ນີ້ ​ຕົກ​ເປັນ​ມູນ​ຄ່າ 52 ພັນ​ລ້າ​ນ​ໂ​ດລາ ​ເຮັດ​ໃຫ້​ດີກ​ວ່າ ຈຳນວນ​ຂອງ​ເດືອນ​ກໍລະກົດ ທີ່​ສະ​ແດງ​ໃຫ້​ເຫັນວ່າ ການ​ນຳ​ເຂົ້າ​ສິນຄ້າໄດ້​ຫຼຸດ​ລົງ 12.5 ​ເປີ​ເຊັນ ຕໍ່​ປີ.

ຂໍ້​ມູນຈາກທະນາຄານ​ກາງຂອງ​ຈີນ ສະ​ແດງ​ໃຫ້​ເຫັນ​ວ່າ ​ເງິນຕາ​ຕ່າງປະ​ເທດສຳຮອງ​ຂອງ​ຈີນ​ທີ່​ສິ້ນສຸດ​ລົງ ​ໃນ​ທ້າ​ຍ​ເດືອນ​ສິງຫາ ​ແມ່ນ 3 ພັນ 1 ຮ້ອຍ 9 ສິບພັນຕື້​ໂດ​ລາ ຊຶ່ງ​ເປັນ​ຈຳນວນ​ທີ່​ຕ່ຳ​ສຸດ ນັບ​ຕັ້ງ​ແຕ່​ທ້າຍປີ 2011 ​ເປັນ​ຕົ້ນ​ມາ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG