ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນຊ່ວຍເຫລືອລາວ ກໍ່ສ້າງ ສູນກາງປະຊຸມນາໆຊາດ ເພື່ອກຽມໃສ່ກອງປະຊຸມ ASEM


ພາບຈໍາລອງສູນການຈັດກອງປະຊຸມ ASEM ຄັ້ງທີ 9 ທີ່ຈີນກໍາລັງ
ຊ່ວຍລາວກໍ່ສ້າງ ເພື່ອໃຫ້ສະດວກໃນການຈັດກອງປະຊຸມຂຶ້ນໃນ
ເດືອນພະຈິກ ປີ 2012 ນີ້
ພາບຈໍາລອງສູນການຈັດກອງປະຊຸມ ASEM ຄັ້ງທີ 9 ທີ່ຈີນກໍາລັງ ຊ່ວຍລາວກໍ່ສ້າງ ເພື່ອໃຫ້ສະດວກໃນການຈັດກອງປະຊຸມຂຶ້ນໃນ ເດືອນພະຈິກ ປີ 2012 ນີ້

ລັດຖະບານຈີນ ໃຫ້ການຊ່ວຍເຫລືອລັດຖະບານລາວ ໃນການກໍ່ສ້າງສູນການປະຊຸມນາໆ ຊາດຢູ່ໃນນະຄອນວຽງຈັນ ເພື່ອຮອງຮັບກອງປະຊຸມສຸດຍອດ ASEM ຄັ້ງທີ 9 ໃນທ້າຍປີ 2012 ນີ້.

ພິທີການວາງສີລາເລີກ ເພື່ອເລີ້ມການກໍ່ສ້າງສູນການປະຊຸມນາໆຊາດ ທີ່ຈະນໍາໃຊ້
ເຂົ້າໃນການຈັດກອງປະຊຸມສຸດຍອດ ຜູ້ນໍາລັດຖະບານລະຫວ່າງອາຊີກັບສະຫະພາບ
ຢູໂຣບຄັ້ງທີ 9 (9th ASEM SUMMIT) ໄດ້ມີຂຶ້ນ ຢ່າງເປັນທາງການໃນທ້າຍເດືອນ
ກຸມພານີ້ ຢູ່ນະຄອນວຽງຈັນ ໂດຍມີທ່ານ ນາຍົກລັດຖະມົນຕີ ວ່າການຕ່າງປະເທດ
ພ້ອມດ້ວຍທ່ານນາງປູ້ຈີ້ກົ໋ວ ເອກອັກຄະລັດຖະທູດຈີນປະຈໍາປະເທດລາວ ເປັນປະ
ທານໃນພິທີຮ່ວມກັນ.

ພິທີເລີ້ມຕົ້ນລົງມືກໍ່ສ້າງສູນການປະຊຸມນາໆ ຊາດ ສໍາລັບກອງປະ ຊຸມສຸດຍອດລັດຖະບານອາຊີ-ຢູໂຣບຄັ້ງທີ 9 ຊຶ່ງກໍານົດມີຂຶ້ນໃນ ເດືອນພະຈິກ ປີນີ້
ພິທີເລີ້ມຕົ້ນລົງມືກໍ່ສ້າງສູນການປະຊຸມນາໆ ຊາດ ສໍາລັບກອງປະ ຊຸມສຸດຍອດລັດຖະບານອາຊີ-ຢູໂຣບຄັ້ງທີ 9 ຊຶ່ງກໍານົດມີຂຶ້ນໃນ ເດືອນພະຈິກ ປີນີ້

ການກໍ່ສ້າງສູນການປະຊຸມ
ດັ່ງກ່າວນີ້ ລັດຖະບານລາວ
ໄດ້ຮັບການຊ່ວຍເຫຼືອຈາກ
ລັດຖະບານຈີນ ໃນມູນຄ່າ
ລວມເຖິງ 450 ລ້ານຢວນ
ຫຼືປະມານ 80 ລ້ານໂດລາ
ເຊິ່ງຕັ້ງຢູ່ບົນເນື້ອທີ່ກ້ວາງ
7 ເຮັກຕາ ຢູ່ຫຼັກ 6 ຖະໜົນ
ໄກສອນ ພົມວິຫານ. ການ
ດຳເນີນງານຈະແບ່ງອອກ
ເປັນ 2​ ໄລຍະ ກໍຄືໄລຍະ
ທີ່ 1 ເປັນການກໍ່ສ້າງສູນ
ການປະຊຸມນາໆຊາດ ທີ່ມີພື້ນທີ່ໃຊ້ສອຍ 20,109 ຕາລາງແມັດ ສຳລັບຮອງຮັບກອງປະຊຸມ
ອາຊຽນຄັ້ງທີ 9 ດັ່ງກ່າວ, ສ່ວນໄລຍະທີ 2 ນັ້ນ ຈະເປັນການກໍ່ສ້າງຫໍປະຊຸມຂະໜາດໃຫຍ່ ເພື່ອຮອງຮັບການຈັດງານ ຫຼື ກິດຈະກຳລະດັບນາໆຊາດຕ່າງໆເປັນການສະເພາະ ທີ່ກຳນົດ
ຈະກໍ່ສ້າງ ໃຫ້ແລ້ວເສັດພາຍໃນປີ 2013 ໂດຍການດຳເນີນງານທັງໝົດນີ້ ຢູ່ພາຍໃຕ້ການກຳ
ກັບດູແລຂອງສະຖາບັນວິໄຈ ແລະແຜນການກະຊວງອຸດສາຫະກຳເຄື່ອງຈັກຂອງລັດຖະ
ບານຈີນ.

ພາບຈໍາລອງເຮືອນຮັບແຂກທີ່ເປັນຜູ້ແທນເຂົ້າຮ່ວມກອງປະຊຸມ ASEM
ພາບຈໍາລອງເຮືອນຮັບແຂກທີ່ເປັນຜູ້ແທນເຂົ້າຮ່ວມກອງປະຊຸມ ASEM

ພ້ອມກັນນີ້ ລັດຖະບານຈີນ
ຍັງໄດ້ໃຫ້ການຊ່ວຍເຫຼືອແກ່
ລັດຖະບານລາວ ໃນການກໍ່
ສ້າງເຮືອນພັກຮັບຮອງຈຳ
ນວນ 52 ຫຼັງ ແລະສະໂມ
ສອນຢູ່ເທິງດອນຈັນສຳລັບ
ຜູ້ນຳລັດຖະບານ 50 ປະ
ເທດຂອງເອເຊຍ ແລະເອີຣົບ
ທີ່ຈະເຂົ້າຮ່ວມໃນກອງປະ
ຊຸມອີກດ້ວຍ ຊຶ່ງດ້ວຍການ
ຊ່ວຍເຫລືອດັ່ງກ່າວຈາກລັດຖະບານຈີນດັ່ງກ່າວ ບໍ່ພຽງແຕ່ຈະເຮັດໃຫ້ທາງການລາວ ມີ
ຄວາມເຊື່ອໝັ້ນວ່າ ຈະສາມາດຈັດກອງປະຊຸມຢ່າງໄດ້ມາດຕະຖານສາກົນເທົ່ານັ້ນ ຫາກ
ຍັງຖືເປັນການຕອກຢໍ້າ ເຖິງການເປັນຮຸ້ນສ່ວນຍຸດທະສາດ ລະຫວ່າງລາວກັບຈີນອີກດ້ວຍ
ດັ່ງທີ່ທ່ານສົມມາດ ພົນເສນາ ລັດຖະມົນຕີ ກະຊວງໂຍທາທິການ ໄດ້ເນັ້ນຢໍ້າວ່າ:

“ໂຄງການກໍ່ສ້າງ ສູນການປະຊຸມສາກົນແຫ່ງນີ້ ມີຄວາມໝາຍສໍາຄັນຍິ່ງຕໍ່ບົດບາດ
ທາງດ້ານການເມືອງ ແລະການພັດທະນາທາງເສດຖະກິດ-ສັງຄົມຂອງສປປລາວ ໂດຍສະເພາະແມ່ນຮັບໃຊ້ໃຫ້ແກ່ການເປັນເຈົ້າພາບ ກອງປະຊຸມສຸດຍອດອາຊີ-ເອີ
ໂຣບ ດັ່ງນັ້ນ ຈຶ່ງສາມາດເວົ້າໄດ້ວ່າ ໂຄງການດັ່ງກ່າວນີ້ ເປັນສັນຍາລັກແຫ່ງສາຍ
ພົວພັນມິດຕະພາບ ແລະການຮ່ວມມືອັນດີ ບົນພື້ນຖານແບບຄູ່ຮ່ວມມື ຍຸດທະ
ສາດຮອບດ້ານ ທີ່ໝັ້ນຄົງຍາວນານ ລະຫວ່າງສອງຊາດລາວ-ຈີນ.”

ການກໍ່ສ້າງເຮືອນພັກສໍາລັບຜູ້ແທນເຂົ້າຮ່ວມກອງປະຊຸມ ASEM ໄດ້ເລີ້ມຕົ້ນຂຶ້ນແລ້ວ
ການກໍ່ສ້າງເຮືອນພັກສໍາລັບຜູ້ແທນເຂົ້າຮ່ວມກອງປະຊຸມ ASEM ໄດ້ເລີ້ມຕົ້ນຂຶ້ນແລ້ວ

ທາງດ້ານທ່ານ ອະພິໄຊຍະເດດ
ອິນສີຊຽງໃໝ່, ຫົວໜ້າຝ່າຍຄຸ້ມ
ຄອງໂຄງການກໍ່ສ້າງສູນການ
ປະຊຸມນາໆຊາດແຫ່ງໃໝ່ ເພື່ອ
ຮອງຮັບກອງປະຊຸມສຸດຍອດຜູ້
ນໍາລັດຖະບານວ່າດ້ວຍ ການ
ຮ່ວມມືທາງເສດຖະກິດ ລະ
ຫວ່າງອາຊ່ຽນກັບສະຫະພາບ
ເອີຣົບ ຄັ້ງທີ 9 (9th ASEM
Summit) ກໍໄດ້ຖະແຫລງຢືນ
ຢັນວ່າ ການດໍາເນີນງານຈະ
ສຳເລັດສົມບູນໃນເດືອນຕຸລາ
ປີນີ້ຢ່າງແນ່ນອນ. ໃນໄລຍະທີ່ຜ່ານກໍໄດ້ຄືບໜ້າໄປແລ້ວກວ່າ 20% ຊຶ່ງເປັນການດຳເນີນ
ງານໃນພາກສ່ວນຂອງໂຄງສ້າງຮາກຖານເພື່ອຮອງຮັບໂຄງສ້າງຂອງຊັ້ນເທິງ ທີ່ມີທັງໝົດ
7 ຊັ້ນ ແລະໂຄງຫຼັງຄາທີ່ກຳນົດຈະກໍ່ສ້າງໃຫ້ແລ້ວພາຍໃນເດືອນພຶດສະພາ ແລະມິຖຸນາ
ຕາມລຳດັບ ສ່ວນຕໍ່ຈາກນັ້ນກໍເປັນການຕົກແຕ່ງພາຍໃນອາຄານ ພ້ອມກັບການຕິດຕັ້ງ
ສິ່ງອຳນວຍຄວາມສະດວກຕ່າງໆ ຢ່າງຄົບຊຸດໃຫ້ແລ້ວເສັດທັງໝົດ ພາຍໃນເດືອນຕຸລາ
ເປັນຢ່າງຊ້າ.

ນອກຈາກນີ້ ທາງການລາວ ຍັງເຊື່ອອີກດ້ວຍວ່າ ການເປັນເຈົ້າພາບຈັດກອງປະຊຸມສຸດ
ຍອດ ASEM ຈະເຮັດໃຫ້ລາວໄດ້ຮັບການຍອມຮັບ ໃນລະດັບສາກົນເພີ່ມຂຶ້ນ ອັນຈະ
ເປັນປັດໃຈທີ່ຊຸກຍູ້ໃຫ້ລາວໄດ້ຮັບການຮັບຮອງໃຫ້ເຂົ້າໄປເປັນສະມາຊິກຂອງອົງການ
ການຄ້າໂລກໄວຂຶ້ນອີກດ້ວຍ.

ຜ່ານມາ ຄະນະຜູ້ແທນຂອງທາງການລາວພາຍໃຕ້ການນໍາຂອງທ່ານນາມວິຍະເກດ
ລັດຖະມົນຕີວ່າການກະຊວງອຸດສະຫະກໍາ ແລະການຄ້າ ໄດ້ສິ້ນສຸດການເຈລະຈາຄັ້ງ
ຫລ້າສຸດ ຮ່ວມກັບຄະນະຜູ້ຕາງໜ້າຖາວອນປະຈໍາອົງການການຄ້າໂລກ (WTO) ຢູ່
ກຸງເຈນີວາປະເທດສະວິດເຊີແລນ ເມື່ອທ້າຍເດືອນທັນວາທີ່ຜ່ານມານີ້ ຊຶ່ງກໍຖືໄດ້ວ່າ
ມີຄວາມຄືບໜ້າເປັນຢ່າງດີ.

ທັງນີ້ ຄະນະຜູ້ແທນຂອງທາງການລາວ ໄດ້ມີການລົງນາມໃນສັນຍາແບບທະວີພາຄີຮ່ວມ
ກັບຜູ້ແທນຂອງສະຫະພາບຢູໂຣບ ແລະຜູ້ແທນຂອງໄຕ້ຫວັນ ຫຼັງຈາກການເຈລະຈາຄັ້ງ
ຫລ້າສຸດນີ້ ໄດ້ສິ້ນສຸດລົງ ແລະໃນໂອກາດດຽວກັນນີ້ ຄະນະຜູ້ແທນຂອງລາວຍັງໄດ້ເຈລະ
ຈາຮ່ວມກັບຜູ້ແທນຂອງທາງການສະຫະລັດອາເມຣິກາ ແລະສາມາດບັນລຸຂໍ້ຕົກລົງໃນຫຼັກ
ການຮ່ວມກັນ ກ່ຽວກັບການທີ່ທາງການສະຫະລັດຈະໃຫ້ການສະໜັບສະໜູນລາວ ເພື່ອ
ໃຫ້ໄດ້ເຂົ້າເປັນປະເທດສະມາຊິກຂອງ WTO ໃຫ້ໄວທີ່ສຸດອີກດ້ວຍ.

XS
SM
MD
LG