ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສຫລ ຕິຕຽນ ກົດລະບຽບໃໝ່ ໃນການຫາປາ ຂອງຈີນ ຢູ່ທະເລຈີນໃຕ້


ການອ້າງກຳມະສິດ ໃນເຂດ ທະເລຈີນໃຕ້
ການອ້າງກຳມະສິດ ໃນເຂດ ທະເລຈີນໃຕ້
ສະຫະລັດພວມຕິຕຽນກົດ​ລະບຽບ​ໃໝ່ຂອງ​ແຂວງພາກ​ໃຕ້​ຈີນ
ທີ່​ແນ​ໃສ່​ເພື່ອຈຳ ກັດຮັດແຄບການຫາ​ປາ ​ໂດຍ​ເຮືອ​ຂອງ​ຕ່າງ​
ປະ​ເທດ ຢູ່​ເຂດທີ່​ມີ​ການ​ໂຕ້​ຖຽງ​ກັນ ​ໃນທະ​ເລ​ຈີນ​ໃຕ້. ​

ພາຍ​ໃຕ້​ກົດ​ລະບຽບ​ການ ທີ່ຮັບຮອງເອົາໂດຍ​ແຂວງ​ Hainan
ທີ່ຢູ່​ໃຕ້​ສຸດ​ຂອງ​ຈີນນັ້ນ ​ເຮືອ​ຫາ​ປາ​ ຂອງ​ຕ່າງປະ​ເທດທັງໝົດ
ຕ້ອງ​ໄດ້​ຂໍ​ອະນຸຍາດ​ເສຍກ່ອນ ​ກ່ອນທີ່ຈະ​ເຂົ້າ​ໄປໃນເຂດນ່ານ
​ນໍ້າ ທີ່​ອ້າງກຳມະສິດໂດຍຈີນ.

ກົດໝາຍ​ດັ່ງກ່າວ ​ຊຶ່ງໄດ້ເລີ້ມ​ມີຜົນບັງຄັບໃຊ້​ໃນ​ວັນ​ທີ 1 ​ເດືອນ​
ມັງກອນ ແມ່ນ ປົກ​ຄຸມ​ຫຼາຍ​ກວ່າ​ເຄິ່ງນຶ່ງຂອງເນື້ອທີ່ 3 ລ້ານ 5
ແສນກິ​ໂລແມັດມົນທົນຂອງ​ທະ​ເລ​ຈີນໃຕ້ ຮວມ​ທັງ​ພາກສ່ວນ​ທີອ້າງກຳມະສິດໂດຍຟິລິບປີນ
ແລະ​ຫວຽດນາມ.

​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດສະຫະລັດທ່ານ​ນາງ Jen Psaki ກ່າວ​ໃນ​ວັນ​ພະຫັດວານ
​ນີ້​ວ່າ ການ​ເຄຶ່ອນ​ໄຫວທີ່ວ່ານີ້ ​ຈະ​ເພີ້​ມຄວາມ​ເຄັ່ງ​ຕຶງ​ ໃນ​ທະ​ເລ ທີ່ໄດ້ເຫັນມີການ​ປະ​ທະກັນ ຂະໜາດນ້ອຍເພີ້ມ ໃນໄລຍະ​ບໍ່​ເທົ່າ​ໃດ​ປີຜ່ານ​ມານີ້.
XS
SM
MD
LG