ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ວິສາຫະກິດຈີນ ໄດ້ສົ່ງດາວທຽມ ດວງທຳອິດຂອງລາວ ຂຶ້ນສູ່ ວົງໂຄຈອນແລ້ວ


ຈະຫຼວດຂອງປະເທດຈີນ ທີ່ບັນຈຸດາວທຽມດວງທຳອິດຂອງລາວ Lao-Sat-1 ກຳລັງທະຍານຂຶ້ນສູ່ວົງໂຄຈອນ ເມື່ອວັນທີ 21 ພະຈິກ 2015 ຢູ່ທີ່ແຂວງເສສວນຂອງຈີນ.
ຈະຫຼວດຂອງປະເທດຈີນ ທີ່ບັນຈຸດາວທຽມດວງທຳອິດຂອງລາວ Lao-Sat-1 ກຳລັງທະຍານຂຶ້ນສູ່ວົງໂຄຈອນ ເມື່ອວັນທີ 21 ພະຈິກ 2015 ຢູ່ທີ່ແຂວງເສສວນຂອງຈີນ.

ວິສາຫະກິດຈີນໄດ້ສົ່ງດາວທຽມດວງທຳອິດຂອງລາວຂຶ້ນສູ່ວົງ
ໂຄຈອນແລ້ວ ເມື່ອວັນທີ 21 ພະຈິກ 2015 ທີ່ຜ່ານມາ ໂດຍດາວ
ທຽມດວງທຳອິດຂອງລາວດັ່ງກ່າວນີ້ ຈະມີອາຍຸການໃຊ້ງານເປັນ
ເວລາ 15 ປີ.

ການສົ່ງດາວທຽມດວງທຳອິດຂອງລາວ (Lao Sat-1) ຂຶ້ນສູ່ວົງໂຄຈອນໄດ້ມີຂຶ້ນ ໃນ
ຕອນເຊົ້າມືດຂອງວັນທີ 21 ພະຈິກ 2015 ຕາມເວລາທ້ອງຖິ່ນ ຢູ່ທີ່ແຂວງເສສວນຂອງ
ຈີນ ໂດຍມີທ່ານບຸນຍັງ ວໍລະຈິດ ຮອງປະທານປະເທດລາວ ພ້ອມທັງເຈົ້າໜ້າທີ່ ຂັ້ນສູງ
ຂອງລາວ ແລະ ຈີນ ໄດ້ເຂົ້າຮ່ວມ ໃນພິທີຄັ້ງນີ້ດ້ວຍ ທັງຍັງຖືເປັນການສົ່ງດາວທຽມຂຶ້ນ
ສູ່ວົງໂຄຈອນ ໃນໂອກາດຂອງການສະເຫຼີມສະຫຼອງການສະຖາປະນາ ສປປ ລາວ ຄົບ
ຮອບ 40 ປີ ໃນວັນທີ 2 ທັນວາ 2015 ນີ້ອີກດ້ວຍ.

ດາວທຽມ Lao Sat-1 ປະກອບມີ 22 ຊ່ອງສັນຍານໂດຍແບ່ງເປັນລະບົບ C-Band
ຈຳນວນ 14 ຊ່ອງສັນຍານ ແລະ Ku-Band 8 ຊ່ອງສັນຍານ ເພື່ອໃຫ້ສອດຄ້ອງ ກັບ ສະພາບພູມິປະເທດໃນລາວ ທີ່ສ່ວນໃຫຍ່ ເປັນເຂດພູດອຍ ແລະ ແຫລ່ງນ້ຳທຳມະຊາດ
ຈຶ່ງເຮັດໃຫ້ຕ້ອງນຳໃຊ້ດາວທຽມ ທີ່ມີເທັກນິກພິເສດ ທີ່ລະບົບການຕິດຕໍ່-ສື່ສານສາມາດ
ເຂົ້າໄປເຖິງໃນທຸກພື້ນທີ່ໄດ້ຢ່າງມີປະສິດທິຜົນ ໂດຍຈະມີອາຍຸການໃຊ້ງານເປັນເວລາ
15 ປີ ແລະ ມີສັນຍານຄອບຄຸມເຖິງ 15 ປະເທດໃນພາກພື້ນເອເຊຍ.

ລັດຖະມົນຕີກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ສາດສະດາຈານ ທ່ານ ບໍ່ແສງຄຳ ວົງດາລາ (ກາງ) ເປັນກຽດເປີດພິທີ ໂຄງການຮ່ວມມື ລະຫວ່າງ ໂທລະພາບແຫ່ງຊາດລາວ ແລະ ໂທລະພາບຈີນ.
ລັດຖະມົນຕີກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ສາດສະດາຈານ ທ່ານ ບໍ່ແສງຄຳ ວົງດາລາ (ກາງ) ເປັນກຽດເປີດພິທີ ໂຄງການຮ່ວມມື ລະຫວ່າງ ໂທລະພາບແຫ່ງຊາດລາວ ແລະ ໂທລະພາບຈີນ.

ທາງດ້ານທ່ານຫຽມ ພົມມະຈັນ ລັດຖະມົນຕີວ່າການກະຊວງ
ໄປສະນີ ແລະ ໂທລະຄົມມະນາຄົມລາວ ໄດ້ໃຫ້ການຢືນຢັນວ່າ
ລັດຖະບານລາວຈະນຳໃຊ້ 2 ຊ່ອງສັນຍານຂອງດາວທຽມ Lao
Sat-1 ສຳລັບໃຫ້ບໍລິການດ້ານການສື່ສານພາຍໃນປະເທດ
ເພື່ອໃຫ້ເກີດປະໂຫຍດຕໍ່ການພັດທະນາໃນດ້ານການສຶກສາ
ການປິ່ນປົວທາງການແພດທາງໄກ ໂທລະຄົມມະນາຄົມ ການ
ເຊື່ອມຕໍ່ລະບົບ ອິນເຕີເນັດ ແລະ ການນຳໃຊ້ເຂົ້າໃນວຽກງານ
ຕ້ານໄພພິບັດຕ່າງໆ ເປັນສຳຄັນ.

ສ່ວນທີ່ເຫຼືອອີກ 20 ຊ່ອງສັນຍານນັ້ນ ລັດຖະບານລາວ ແລະ
ກຸ່ມບໍລິສັດຈາກຈີນ ກໍໄດ້ຮ່ວມກັນສ້າງຕັ້ງບໍລິສັດຮ່ວມທຶນ
Lao Sat-1 ຂຶ້ນມາຮັບຜິດຊອບ ໃນການຄຸ້ມຄອງ ແລະ ບໍລິຫານຢ່າງເປັນທາງການແລ້ວ
ໂດຍກະຊວງໄປສະນີ ແລະ ໂທລະຄົມມະນາຄົມລາວ ຖືຫຸ້ນ 45 ເປີເຊັນ ສ່ວນທີ່ເຫຼືອເປັນ
ການລົງທຶນ ຂອງບໍລິສັດ China Asia Pacific Mobile Telecom Satellite ຂອງຈີນ
ໃນສັດສ່ວນ 35 ເປີເຊັນ ບໍລິສັດອະວະກາດຈີນ 15 ເປີເຊັນ ແລະ ບໍລິສັດ Asia Pacific
Satellite Technology ຈາກຮົງກົງ 5 ເປີເຊັນ ໂດຍມີມູນຄ່າການລົງທຶນທັງໝົດ 258
ລ້ານໂດລາ ທີ່ກູ້ຢືມ ຈາກທະນາຄານ ເພື່ອການສົ່ງອອກ ແລະ ນຳເຂົ້າຂອງລັດຖະບານຈີນ.

ການສ້າງແລະສົ່ງດາວທຽມດວງທຳອິດຂອງລາວຂຶ້ນສູ່ວົງໂຄຈອນດັ່ງກ່າວ ຖືເປັນພາກ
ສ່ວນໜຶ່ງຂອງການຮ່ວມມື ໃນການພັດທະນາເທັກໂນໂລຈີ ດ້ານຂໍ້ມູນຂ່າວສານລະຫວ່າງ
ລັດຖະບານລາວກັບຈີນທີ່ໄດ້ລົງນາມຮ່ວມກັນໃນປີ 2011 ຊຶ່ງລັດຖະບານຈີນ ໄດ້ຕົກລົງ
ໃຫ້ເງິນກູ້ແກ່ລັດຖະບານລາວ ໃນມູນຄ່າ 258 ລ້ານໂດລາ ສຳລັບເປັນຄ່າຈ້າງບໍລິສັດຈີນ
ໃນການສ້າງ ແລະ ສົ່ງດາວທຽມດວງທຳອິດຂຶ້ນສູ່ວົງໂຄຈອນ ໂດຍນຳໃຊ້ເທັກໂນໂລຈີ ດ້ານ
ດາວທຽມຂອງຈີນ ທັງໝົດ ດັ່ງທີ່ທ່ານຫຽມ ໄດ້ຖະແຫລງຢືນຢັນວ່າ:

“ລັດຖະບານລາວຂໍສະແດງຄວາມຂອບໃຈອັນສູງມາຍັງລັດຖະບານຈີນ ທີ່ໄດ້ໃຫ້
ການຮ່ວມມື ທາງດ້ານເງິນກູ້ ໃນໂຄງການນີ້ ຂໍຂອບໃຈຢ່າງຈິງໃຈ ມາຍັງທຸກພາກ
ສ່ວນຂອງຈີນ ທີ່ໄດ້ປະກອບສ່ວນເຮັດໃຫ້ໂຄງການດາວທຽມລາວນີ້ ສຳເລັດຂຶ້ນ
ພິເສດຂໍຂອບໃຈມາຍັງຄະນະນຳ ແລະວິຊາການຂອງອົງການວິທະຍາສາດ ແລະ
ເທັກໂນໂລຈີ ໃນເມື່ອກ່ອນ ທີ່ເປັນຜູ້ລິເລີ້ມໂຄງການນີ້.”

ນອກຈາກນັ້ນ ລັດຖະບານລາວ ຍັງມີແຜນການທີ່ຈະສ້າງດາວທຽມດວງທີ 2 ເພື່ອໃຫ້ຄົບ
ຖ້ວນຕາມທີ່ໄດ້ຮັບສິດ ຈາກອົງການດາວທຽມສາກົນອີກດ້ວຍ ໂດຍຈະເປັນການຮ່ວມທຶນ
ລະຫວ່າງທາງການລາວ ກັບບໍລິສັດເອກະຊົນຈີນ ຊຶ່ງຄາດໝາຍວ່າ ຈະຕ້ອງໃຊ້ເງິນລົງທຶນ
ໃນມູນຄ່າເຖິງ 960 ລ້ານໂດລາ ເນື່ອງຈາກວ່າ ເປັນດາວທຽມທີ່ມີເຖິງ 36 ຊ່ອງສັນຍານ ໃນ ການຮັບ-ສົ່ງສັນຍານ ໂທລະພາບ ແລະ ໂທລະສັບ ຈຶ່ງຕ້ອງໃຊ້ເງິນລົງທຶນສູງກວ່າດາວທຽມ
ດວງທຳອິດ ໂດຍເງິນລົງທຶນໃນມູນຄ່າດັ່ງກ່າວນີ້ ກໍຈະຕ້ອງກູ້ຢືມ ຈາກສະຖາບັນການເງິນ
ຂອງຈີນ ແລະ ນຳໃຊ້ເທັກໂນໂລຈີດາວທຽມຂອງຈີນ ທັງໝົດເຊັ່ນດຽວກັນ.

XS
SM
MD
LG