ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ບັນດາບໍລິສັດຈາກຈີນ ຍັງຄົງເປັນຜູ້ລົງທຶນ ຫຼາຍທີ່ສຸດ ໃນລາວ ລວມເກີນກວ່າ 7 ຕື້ໂດລາ


ເຈົ້າໜ້າທີ່ ລາວ ແລະ ຈີນ ເຂົ້າຮ່ວມພິທີເປີດການກໍ່ສ້າງເຂື່ອນ
ໄຟຟ້ານຳ້ງື່ມ 3.
ເຈົ້າໜ້າທີ່ ລາວ ແລະ ຈີນ ເຂົ້າຮ່ວມພິທີເປີດການກໍ່ສ້າງເຂື່ອນ ໄຟຟ້ານຳ້ງື່ມ 3.

ບັນດາບໍລິສັດຈາກຈີນ ຍັງຄົງເປັນຜູ້ລົງທຶນຫຼາຍທີ່ສຸດໃນລາວ ໂດຍມີມູນຄ່າການລົງທຶນ ລວມ ເກີນກວ່າ 7,000 ລ້ານໂດລາ ໃນ 765 ໂຄງການ ທັງຍັງມີທ່າອຽງທີ່ຈະລົງທຶນເພີ່ມ ຂຶ້ນອີກ ຢ່າງຕໍ່ເນື່ອງ.

ບັນດາບໍລິສັດຈາກຈີນ ນັບເປັນກຸ່ມລົງທຶນໂດຍກົງ ໃນລາວເປັນອັນດັບ 1 ໃນປັດຈຸບັນທີ່ ມີການລົງທຶນຈາກ 53 ປະເທດໃນລາວ ດ້ວຍມູນຄ່າການລົງທຶນລວມ ຫຼາຍກວ່າ 25,000 ລ້ານໂດລາ ໂດຍຄະນະກຳມາທິການຮ່ວມມືດ້ານເສດຖະກິດການຄ້າ ແລະ ເທັກນິກ ລາວກັບຈີນ ໃຫ້ການອະທິບາຍວ່າ ສາເຫດທີ່ສຳຄັນທີ່ເຮັດໃຫ້ການລົງທຶນຂອງຈີນໃນ ລາວ ເພີ່ມຂຶ້ນຢ່າງຕໍ່ເນື່ອງກໍເພາະວ່າ ທັງ 2 ຝ່າຍໄດ້ຕົກລົງເສີມຂະຫຍາຍການຮ່ວມມື ທາງເສດຖະກິດ ລະຫວ່າງກັນຢ່າງຮອບດ້ານ ແລະໄດ້ຮ່ວມກັນສ້າງແຜນແມ່ບົດການ ຮ່ວມມືທາງເສດຖະກິດ ແລະເທັກນິກ ເພື່ອຈັດຕັ້ງປະຕິບັດຮ່ວມກັນ ໃນຊ່ວງປີ 2016- 2020.

ໂດຍການລົງທຶນຂອງບັນດາບໍລິສັດເອກກະຊົນຈີນໃນລາວ ທັງໃນສ່ວນທີ່ເປັນການລົງ ທຶນຂອງຈີນ ທັງ 100 ເປີເຊັນ ແລະຮ່ວມທຶນກັບເອກກະຊົນລາວນັ້ນ ກໍມີຢູ່ເຖິງ 765 ໂຄງ ການ ໂດຍມີມູນຄ່າການລົງທຶນລວມກັນເກີນກວ່າ 7,000 ລ້ານໂດລາ ໃນປັດຈຸບັນ ແລະ ການລົງທຶນ ຂອງບັນດາບໍລິສັດຈາກຈີນຢູ່ໃນລາວ ກໍໄດ້ເນັ້ນໜັກ ທັງການຜະລິດໃນພາກ ກະສິກຳ ແລະປ່າໄມ້ ພາກພະລັງງານ ໂດຍສະເພາະແມ່ນການກໍ່ສ້າງເຂື່ອນ ຜະລິດໄຟ ຟ້າ ແລະ ການຂຸດຄົ້ນແຮ່ທາດເປັນດ້ານຫລັກ.

ທາງດ້ານ ທ່ານບຸນຍັງ ວໍລະຈິດ ປະທານປະເທດ ກໍໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະເພີ່ມມາດ ຕະການສົ່ງເສີມ ແລະສະໜັບສະໜູນໃຫ້ບັນດານັກທຸລະກິດຈີນ ເຂົ້າມາລົງທຶນໃນລາວ ເປັນກໍລິນີພິເສດໃນໂອກາດ ທີ່ທ່ານເດີນທາງໄປຢ້ຽມຢາມສາທາລະນະລັດ ປະຊາຊົນຈີນ ຢ່າງເປັນທາງການຕາມການເຊີນຂອງທ່ານ ສີ ຈິ່ນ ຜິງ ປະທານປະເທດ ຈີນ ເມື່ອເດືອນ ພຶດ ສະພາ 2016 ທີ່ຜ່ານມາ ດັ່ງທີ່ທ່ານບຸນຍັງ ຢືນຢັນວ່າ:

“ຂ້າພະເຈົ້າຕີລາຄາສູງ ກ່ຽວກັບການພົວພັນຮ່ວມມື ລາວ-ຈີນ ໃນລະຍະຜ່ານມາ ກໍຄື ໃນຕໍ່ໄປ ອັນນີ້ກະເປັນຂີດໝາຍເຮັດໃຫ້ການພົວພັນຮ່ວມມືລະຫວ່າງ 2 ປະເທດຕໍ່ໄປ ນີ້ກະຄິດວ່າ ການໄປມາຫາສູ່ ການຢ້ຽມຢາມ ລະຫວ່າງການນຳຂັ້ນສູງ ທັງ 2 ປະເທດ ຈະໄດ້ສືບຕໍ່ເພີ່ມທະວີຂຶ້ນ ພ້ອມກັນນັ້ນ ບັນດາຂະແໜງການຕ່າງໆແລ້ວ ກະນັກທຸລະ ກິດຂອງຈີນ ມາລົງທຶນນັບມື້ນັບເພີ່ມຂຶ້ນ ນຳຜົນປະໂຫຍດ ໃຫ້ແກ່ປະຊາຊົນ 2 ຊາດ.”

ໂດຍການລົງນາມໃນເອກກະສານສຳຄັນຈຳນວນ 16 ສະບັບ ທີ່ກ່ຽວກັບການຮ່ວມມືຮອບ ດ້ານ ລະຫວ່າງລາວກັບຈີນ ໄດ້ມີຂຶ້ນເມື່ອບໍ່ນານມານີ້ ທີ່ນະຄອນວຽງຈັນ ໂດຍມີທ່ານ ທອງລຸນ ສີສຸລິດ ແລະທ່ານຫລີ ເຄີ້ ຈຽງ ນາຍົກລັດຖະມົນຕີ ຂອງທັງ 2 ຝ່າຍຮ່ວມເປັນ ສັກຂີພະຍານ ໃນພິທີການລົງນາມດັ່ງກ່າວ ຊຶ່ງໃນນີ້ ລວມເຖິງການລົງນາມໃນສັນຍາ ເງິນກູ້ໃນໂຄງການກໍ່ສ້າງທາງລົດໄຟເຊື່ອມຕໍ່ລາວ-ຈີນ ດ້ວຍ.

ສ່ວນເອກກະສານສຳຄັນສະບັບອື່ນໆ ກໍປະກອບດ້ວຍການສະໜອງເງິນກູ້ດອກເບ້ຍຕ່ຳ ເພື່ອປັບປຸງສາຍສົ່ງກະແສໄຟຟ້າ ໃນເຂດນະຄອນວຽງຈັນ ຮ່າງແຜນແມ່ບົດວ່າດ້ວຍການ ຮ່ວມມືໃນໂຄງຂ່າຍໜຶ່ງແລວທາງ-ໜຶ່ງເສັ້ນທາງ (One Belt-One Road) ສັນຍາການ ພັດທະນາຄວາມສາມາດຂອງການຜະລິດສິນຄ້າ ການຮ່ວມມືໃນການສ້າງແຜນພັດທະ ນາແບບກວມລວມ ໃນຂົງເຂດໄຟຟ້າ ການທ່ອງທ່ຽວ ແລະຂົງເຂດວັດທະນະທຳບັນທຶກ ການອຳນວຍຄວາມສະດວກ ດ້ານພາສີ ສັນຍາເງິນກູ້ສຳລັບ ເຂດພັດທະນາກວມລວມ ທີ່ເມືອງໄຊເສດຖາ ນະຄອນວຽງຈັນ ສັນຍາເງິນກູ້ເພື່ອໂຄງການກໍ່ສ້າງເຂື່ອນນ້ຳງື່ມ 4 ເຂື່ອນນ້ຳອູລະຍະທີ 2 ແລະ ສັນຍາຮ່ວມມື ໃນໂຄງການກໍ່ສ້າງເຂື່ອນຢູ່ແຂວງຫົວພັນ ເປັນຕົ້ນ.

ສ່ວນທາງດ້ານການຄ້ານັ້ນ ກະຊວງອຸດສາຫະກຳ ແລະການຄ້າ ລາຍງານວ່າ ການຄ້າ ລະຫວ່າງ ຈີນ ກັບລາວ ໃນຕະຫຼອດປີ 2015 ຖືເປັນປີທຳອິດ ທີ່ມີມູນຄ່າລົດລົງໃນຮອບ 5 ປີທີ່ຜ່ານມາກໍຄືໃນປີ 2011 ການຄ້າລະຫວ່າງລາວ ກັບຈີ ມີມູນຄ່າ 1,300 ລ້ານໂດລາ ແລະ ເພີ່ມຂຶ້ນເປັນເກີນກວ່າ 3,600 ລ້ານໂດລາ ໃນປີ 2014 ແລ້ວ ກໍລົດລົງມາເປັນ 2,780 ລ້ານໂດລາ ໃນປີ 2015 ຊຶ່ງລົດລົງເຖິງ 23 ເປີເຊັນ ທຽບໃສ່ປີ 2014 ໂດຍມີສາ ເຫດທີ່ສຳຄັນມາຈາກການຕົກຕ່ຳລົງ ຂອງລາຄາແຮ່ທາດ ແລະ ຢາງພາລາໃນຕະຫລາດ ໂລກ.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 25 ເມສາ 2024

XS
SM
MD
LG