ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ກຸ່ມທຸລະກິດຈີນ ຈະ​ລົງ​ທຶນ ໃນ​ດ້ານ​ໂຄງ​ລ່າງ ແລະ​ສ້າງ​ເຂື່ອນ ຢູ່ ​ແຂວງໄຊ​ສົມ​ບູນ


​ພິ​ທີ​ລົງ​ນາມ ຂອງກຸ່ມ​ທຸ​ລະ​ກິດ​ຈີນ ​ກັບ​ເຈົ້າ​ໜ້າ​ທີ່​ ໃນແຂວງ​ໄຊ​ສົມ​ບູນ ຢູ່ທີ່ນະຄອນວຽງຈັນ
​ພິ​ທີ​ລົງ​ນາມ ຂອງກຸ່ມ​ທຸ​ລະ​ກິດ​ຈີນ ​ກັບ​ເຈົ້າ​ໜ້າ​ທີ່​ ໃນແຂວງ​ໄຊ​ສົມ​ບູນ ຢູ່ທີ່ນະຄອນວຽງຈັນ
ກຸ່ມທຸ​ລະກິດຈີນຈະລົງທຶນພັດທະນາພື້ນຖານໂຄງລ່າງ ໃນແຂວງ
ໄຊສົມບູນ ເພື່ອແລກກັບ ຜົນປະໂຫຍດ ທີ່ຈະໄດ້ຈາກສຳປະທານ
ການກໍ່ສ້າງເຂື່ອນໄຟຟ້າ ໃນແຂວງດັ່ງກ່າວ ໃນລະຍະຕໍ່ໄປ.


ການລົງນາມ ໃນບັນທຶກຄວາມເຂົ້າໃຈຮ່ວມຫລື MOU ລະຫວ່າງ
ທາງການແຂວງໄຊສົມບູນກັບບໍລິສັດ Green Partner Holding
ໄດ້ມີຂຶ້ນ ເມື່ອບໍ່ນານມານີ້ ຢູ່ນະຄອນວຽງຈັນ ໂດຍການເປັນປະ
ທານຂອງທ່ານສົມບັດ ເຢຍລີເຮີ ເຈົ້າແຂວງໆໄຊສົມບູນແລະທ່ານ
Sameel Huo ປະທານຂອງບໍລິສັດ Green Partner Holding ດັ່ງກ່າວ.

ໂດຍເນື້ອໄນສຳຄັນຂອງ MOU ທີ່ທັງສອງຝ່າຍໄດ້ລົງນາມຮ່ວມກັນໃນຄັ້ງນີ້ ກໍຄືບໍລິສັດຈາກ
ຈີນ ໄດ້ສະແດງເຈດຈຳນົງ ທີ່ຈະເຂົ້າມາດຳເນີນການພັດທະນາ ລະບົບພື້ນຖານໂຄງລ່າງ ໃນ ແຂວງໄຊສົມບູນ ໃຫ້ກັບທາງການລາວ ດ້ວຍການລົງທຶນໃຫ້ກ່ອນ ໃນຮູບຂອງເງິນກູ້ຢືມ ທີ່ມີ ລະຍະຂອງການຜ່ອນຊຳລະຄືນພາຍໃນ 15 ປີ ຊຶ່ງລັດຖະບານລາວຈະຕ້ອງຄ້ຳປະກັນເງິນກູ້ ຢ່າງເຕັມຈຳນວນ ແລະສາມາດທີ່ຈະຜ່ອນຊຳລະຄືນ ດ້ວຍການຫັກສ່ວນ ຈາກຜົນປະໂຫຍດ ໃນໂຄງການເຂື່ອນໄຟຟ້າທີ່ລັດຖະບານລາວຈະໃຫ້ສຳປະທານແກ່ບໍລິສັດຂອງຈີນໃນລະຍະ
ຕໍ່ໄປ.

ທ່ານ​ສົມ​ບັດ ເຢຍລີເຮີ ເຈົ້າແຂວງໆໄຊສົມບູນ
ທ່ານ​ສົມ​ບັດ ເຢຍລີເຮີ ເຈົ້າແຂວງໆໄຊສົມບູນ
ໂດຍການພັດທະນາໂຄງລ່າງພື້ນຖານໃນແຂວງໄຊສົມບູນໄດ້ແບ່ງ
ເປັນ 2 ລະຍະດ້ວຍກັນ ຄືລະຍະທີ 1 ໃນຊ່ວງປີ 2014 ຫາ 2015
ແລະລະຍະທີ 2 ໃນຊ່ວງປີ 2016 - 2020 ທີ່ຈະເປັນການດຳເນີນ
ງານພາຍໃຕ້ແຜນແມ່ບົດທີ່ວ່າດ້ວຍຍຸດທະສາດແລະວິໄສທັດການ ພັດທະນາເສດຖະກິດ-ສັງຄົມ ຕາມທີ່ອົງການປົກຄອງແຂວງໄຊ
ສົມບູນຕ້ອງການເຊັ່ນການສຳຫລວດອອກແບບການພັດທະນາ
ແລະລົງທຶນໃນຂົງເຂດການຜະລິດສິນຄ້າກະສິກຳ ການສຳຫຼວດ
ອອກແບບແລະລົງທຶນ ໃນການກໍ່ສ້າງຂົວ-ທາງ ສຳນັກງານຂອງ
ລັດ ການກໍ່ສ້າງຕົວເມືອງໃໝ່ ສະໜາມບິນ ລະບົບໄຟຟ້າແລະນ້ຳ
ປະປາເປັນຕົ້ນໂດຍທີ່ທາງຝ່າຍບໍລິສັດຂອງຈີນກໍຈະລົງທຶນກໍ່ສ້າງ
ເຂື່ອນໄຟຟ້າຄຽງຄູ່ກັນໄປ.

ເພາະສະສັ້ນ ດ້ວຍເຫດທີ່ລັດຖະບານລາວບໍ່ມີງົບປະມານທີ່ຈະນຳໃຊ້ເຂົ້າໃນການພັດທະນາ ພື້ນຖານໂຄງລ່າງເຫລົ່ານີ້ ຈຶ່ງມີທາງເລືອກ ພຽງການໃຫ້ບໍລິສັດຈາກຈີນ ເປັນຝ່າຍລົງທຶນໃຫ້ ກ່ອນເທົ່ານັ້ນ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງ ໃນແຂວງໄຊສົມບູນ ໄດ້ໃຫ້ການຢືນຢັນວ່າ:

“ພວກເຮົາບໍ່ໄດ້ມີການກະກຽມ ບຸກຄະລາກອນພຽງພໍ ແລ້ວກະທຶນຮອນ ເພື່ອຈັດຕັ້ງ
ປະຕິບັດແລະກໍບໍ່ທັນມີແບບສະບັບວ່າ ຈະເຮັດແນວໃດ ຈະໃຫ້ກຳນົດຄົນໃສ່ນີ້ຊິໄດ້
ແຕ່ວ່າເອົາຄົນທີ່ຮູ້ຈັກເຮັດວຽກແຕ່ລະວຽກຫັ້ນ ມີບັນຫາເພາະວ່າລະດັບການສຶກສາ ຂອງຄົນເຮົານີ້ກໍບໍ່ທັນສູງ ປະສົບພະການກໍບໍ່ທັນຫຼາຍ ຈັ່ງຊັ້ນແລ້ວພວກເຮົາກະເຫັນ ວ່າຍັງມີຄວາມຫຍຸ້ງຍາກຢູ່.”


ຍິ່ງໄປກວ່ານັ້ນ ບໍລິສັດຂອງຈີນກໍຍັງໄດ້ແນໃສ່ ການພັດທະນາເມືອງລ່ອງແຈ້ງ ເມືອງອະນຸວົງ
ແລະເມືອງຮົ່ມ ໃຫ້ເປັນເຂດທ່ອງທ່ຽວ ດ້ານວັດທະນະທຳ ແລະທຳມະຊາດ ຢ່າງຄົບວົງຈອນ
ໂດຍຈະສ້າງບ້ານພັກຕາກອາກາດຕາມຄວາມຕ້ອງການຂອງລູກຄ້າແລະມີສິ່ງອຳນວຍຄວາມ ສະດວກຢ່າງຄົບຊຸດ ໂດຍຄາດວ່າ ຈະລົງທຶນໃນມູນຄ່າຫລາຍກວ່າ 200 ລ້ານໂດລາແລະຈະ ດຶງດູດນັກທ່ອງທ່ຽວທີ່ມີຖານະດີຈາກຈີນແລະຕ່າງປະເທດ ໃຫ້ໄດ້ເຖິງ 20,000 ຄອບຄົວ ໃນ ແຕ່ລະປີ.

ລັດຖະບານລາວ ໄດ້ປະກາດສ້າງຕັ້ງແຂວງໄຊສົມບູນຢ່າງເປັນທາງການ ເມື່ອວັນທີ 31 ທັນ
ວາປີ 2013 ທີ່ຜ່ານມາ ໂດຍແຂວງທີ່ສ້າງຕັ້ງຂຶ້ນໃໝ່ນີ້ ປະກອບມີ 5 ເມືອງດ້ວຍກັນ ຄື ເມືອງ
ຮົ່ມ ເມືອງທ່າໂທມ ເມືອງອະນຸວົງ ເມືອງລ່ອງຊານ ແລະເມືອງລ່ອງແຈ້ງ.

ໂດຍໃນປັດຈຸບັນນີ້ ແຂວງໄຊສົມບູນ ມີຈຳນວນປະຊາກອນທັງໝົດ 81,801 ຄົນ ໃນ 7,800 ຄອບຄົວ ຊຶ່ງໃນຈຳນວນດັ່ງກ່າວນີ້ ກໍປາກົດວ່າ ຍັງມີຢູ່ 3,600 ກວ່າຄອບຄົວ ທີ່ຍັງທຸກຍາກຢູ່ ແລະມີພື້ນທີ່ໃນເຂດປົກຄອງກວ່າ 8,500 ກິໂລແມັດມົນທົນ.
XS
SM
MD
LG