ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ກຸ່ມບໍລິສັດຈີນ ວາງເປົ້າໝາຍ ຈະສ້າງເຂື່ອນໄຟຟ້າ ທັງ 7 ແຫ່ງ ໃສ່ລຳນໍ້າອູ ໃຫ້ແລ້ວ ໃນປີ 2020


ນໍ້າອູ
ນໍ້າອູ

ກຸ່ມບໍລິສັດພະລັງງານໄຟຟ້າຈາກຈີນ ວາງເປົ້າໝາຍຈະສ້າງເຂື່ອນທັງ 7 ໂຄງການເທິງ ແລວແມ່ນໍ້າອູໃຫ້ແລ້ວໃນປີ 2020 ໂດຍຈະມີກຳລັງຕິດຕັ້ງເຖິງ 1,272 ເມກາວັດ ດ້ວຍ ເງິນລົງທຶນຮວມ 2,800 ລ້ານໂດລາ.

ທ່ານ​ສົງ​ຮູ​ຍຮົງ ​ຜູ້ອຳນວຍ​ການ​ໃຫຍ່ ​ເຂື່ອນ​ໄຟຟ້າ​ນໍ້າ​ອູ​ຂອງ​ກຸ່ມ​ບໍລິສັດ​ Power China ຈຳ​ກັດ ​ຈາກ​ປະ​ເທດ​ຈີນຖ​ະແຫລ​ງຢືນຢັນ​ວ່າ ການ​ກໍ່ສ້າງ​ເຂື່ອນ​ໄຟ​ຟ້າ ທັງ​ເຈັດ​ໂຄງການ ​ເທິ​ງ​ແລວ​ແມ່​ນໍ້າ​ອູ​ໃນ​ພາກ​ເໜືອ​ຂອງ​ລາວ ຈະ​ແລ້ວ​ທັງ​ໝົດ​ພາຍ​ໃນ​ປີ 2020 ດ້ວຍ​ເງິນ​ລົງ​ທຶນ​ມູນ​ຄາ​ລົງ​ເຖິງ 2,800 ລ້ານ​ໂດ​ລາ​ສະຫະລັດ ​ໂດຍ​ເຂື່ອນ​ໄຟຟ້າທັງ​ເຈັດ​ໂຄງການ ຈະມີ​ກຳລັງ​ຕິ​ດຕັ້ງ​ລວ​ມ 1,272 ​ເມັກ​ກາ​ວັດ ຊຶ່ງ​ຈະ​ຂາຍ​ໃຫ້​ລັດ​ວິສາ​ຫະກິ​ດ​ໄຟຟ້າ​ລາ​ວ ຫລື EDL ​ໃນ​ຕະຫລອດ​ລະຍະ​ສຳ​ປະທານ 29 ປີ ນັບ​ແຕ່​ປີ​ທີ່​ກໍ່ສ້າງ​ເສັດ​ເປັນ​ຕົ້ນ​ໄປ.

ທັງ​ນີ້​ໂດຍການ​ກໍ່ສ້າງ​ເຂື່ອນ​ນໍ້າ​ອູ​ໄດ້ແບ່ງ​ອອກ​ເປັນ​ສອງ​ລະຍະ ​ໂດຍ​ລະຍະ​ທີ່​ນຶ່ງ​ໄດ້​ເລີ້ມ ການ ​ກໍ່ສ້າງ​ໃນ​ປີ 2012 ​ໂດຍ​ມາ​ເຖິງ​ປັດຈຸບັນ​ນີ້​ກໍ່​ໄດ້​ກໍ່ສ້າງ​ເສັດ​ແລ້ວ​ສາມ​ໂຄ​ງການ ຄື​ເຂື່ອນ​ໄຟຟ້າ​ນໍ້າ​ອູສອງ ຫ້າ​ແລະ​ຫົກ​ທີ່​ມີ​ກຳລັງ​ຕິດ​ຕັ້ງ​ລວມ 540 ເມັກ​ກາ​ວັດ ດ້ວຍ​ເງິນ​ລົງທື​ນລວມ 1035 ລ້ານ​ໂດ​ລາ​ສະຫະລັດ ​ແລະ​ຈະ​ສົ່ງພະລັງງານ​ໄຟຟ້າ​ໃຫ້​ກັບ EDL ​ໃນ​ປະລິມານ​ລວມນຶ່ງ​ພັນ​ນຶ່ງຮ້ອຍ​ລ້ານ​ກິ​ໂລ​ວັດ​ໂມງ​ຕໍ່​ປີ ນັບ​ແຕ່​ປີ 2017 ນີ້​ເປັນ​ຕົ້ນ​ໄປ.

ສ່ວນ​ລະຍະ​ທີ່​ສອງກຳລັງ​ດຳ​ເນີນ​ການ​ກໍ່ສ້າງຢູ່​ໃນ​ເວລາ​ນີ້​ປະກອບ​ດ້ວຍ ​ເຂື່ອນ​ໄຟຟ້າ​ນໍ້າອູ​ນຶ່ງ ສາມ ສີ່ ​ແລະ​ເຈັດ ທີ່​ການ​ດຳ​ເນີນ​ງານ​ໄດ້​ຄືບ​ໜ້າ​ໄປ​ແລ້ວເກີນ​ກວ່າ 40% ຂອງແຜນການ ​ແລະ​ສາມາດ​ຄາດໝາຍ​ໄດ້​ວ່າ ການ​ກໍ່​ສ້າງຈະແລ້ວ​ເສັດທັງ​ສີ່​ໂຄ​ງການພາຍ​ໃນ​ປີ 2020 ຊຶ່ງ​ຈະ​ເຮັດ​ໃຫ້​ເຂື່ອນ​ໄຟຟ້າ​ນໍ້າ​ອູ ທັງ​ເຈັດ​ໂຄງການ​ສາມາດ​ຜະລິດ​ພະລັງງານ
ໄຟ ຟ້າ​ເພື່ອນຳ​ຂາຍ​ໃຫ້ EDL ​ໄດ້​ເກີນ​ກວ່າ 2590 ລ້ານ​ກິ​ໂລ​ວັດ​ໂມງ​ຕໍ່​ປີ ນັບ​ຈາກ​ປີ 2020 ​ເປັນ​ຕົ້ນ​ໄປ​ນັ້ນເອງ ​ໂດຍ​ອີງ​ຕາມລາຍ​ງານຂອງ​ລັດ​ວິ​ຊະ​ຫະກິດ​ໄຟຟ້າ​ລາວລະບຸ​ວ່າ ການ​ຊົມ​ໃຊ້​ພະລັງງານໄຟຟ້າສູງ​ສຸດ​ພາຍ​ໃນ​ທົ່ວ​ປະ​ເທດ​ໃນ​ປີ 2015 ຢູ່​ໃນ​ລະດັບ 890 ​ເມັກ​ກາ​ວັດ ​ແລະ​ກໍ​ເພີ້ມຂຶ້ນ​ເປັນ 1,180 ເມກກາ​ວັດ​ໃນ​ປີ 2016 ຂຶ້ນ​ເປັນ​ອັດຕາ​ການ​ເພີີ້​ມ 20% ​ແຕ່​ສຳລັບ​ໃນ​ປີ 2017 ນີ້ ກໍ​ຄາດໝາຍ​ວ່າ​ຄວາມຕ້ອງ ການ​ຊົມ​ໃຊ້​ພະລັງ ານ​ໄ​ຟຟ້າ​ໃນ​ລາວ​ຈະ​ເພີ້ມຂຶ້ນ​ເປັນ 1,579 ​ເມັກ​ກາ​ວັດ ຂຶ້ນ​ເປັນ​ອັດຕາ​ການ​ເພີ້​ມ​ເກືອບ 60% ທຽບ​ກັບ​ປີ 2015 ຫລື​ເກີນກວ່າ 33% ທຽບກັບ​ປີ 2016 ພາຍ​ໃຕ້​ສະພາບ​ການ​ດັ່ງກ່າວ​ນີ້​ຍັງ​ເຮັດ​ໃຫ້​ຄາດໝາຍ​ໄດ້​ວ່າ ການ​ຊົມ​ໃຊ້​ພະລັງງາ​ນ​ໄຟຟ້າ​ໃນ​ລາວຈະ​ເພີ້​ມຂຶ້ນ​ເປັນ 2862 ​ເມັກ​ກາ​ວັດ ​ໃນ​ປີ 2020 ກັບ 7093 ​ເມັກ​ກາ​ວັດ ​ໃນ​ປີ 2030 ຕາມ​ລຳດັບ ຊຶ່ງ​ກໍ​ຕ້ອງ​ມີ​ການ​ເຮັດ​ໃຫ້​ພັດທະນາ​ແຫ​ລ່ງພະລັງງາ​ນ​ໄຟຟ້າ​ເພີ້​ມຂຶ້ນຢ່າງ​ຕໍ່​ເນື່ອງ​ດັ່ງ​ທີ່​ ທ່ານ​ຄຳ​ມະນີ​ອິນ​ທິລາດ ລັດຖະມົນຕີ​ວ່າການ​ກະຊວງ​ພະລັງງານ ​ແລະ​ບໍແຮ່​ໃຫ້ການ​ຢືນຢັນ​ວ່າ:

“ສຳລັບ​ປີ 2020 ນີ້​ພວກ​ເຮົາ​ຄາດ​ວ່າຈະ​ສາມາດ​ຜະ​ລິດ​ພະລັງງານໄຟຟ້າ​ເພີ້​ມ​ ຕື່ມ​ອີກ​ເປັນ​ປະມານໝື່ນ​ເມັກ​ກາ​ວັດ ສາ​ມາດ​ຜະລິດ​ໄຟຟ້າ​ຫລາຍ​ກວ່າ 60,000 ລ້ານ​ກິ​ໂລ​ວັດ​ໂມງຕໍ່​ປີ ​ແລະ​ກໍ​ໃນ​ຍຸດ​ທະ​ສາດ​ຂອງ​ເຮົາ​ວາງ​ໄວ້ຮອດ​ປີ 2025 ກໍ​ຈະ​ຜະລິດ​ພະລັງງານ​ໄຟຟ້າໃຫ້​ໄດ້​ເຖິງສິບ​ສີ່​ຫາ​ສິບ​ຫ້າ​ພັນ​ເມັກ​ກາ​ວັດ.”

​ໂດຍ​ປັດຈຸບັນ​ປະ​ເທດ​ລາວ​ມີ​ແຫ​ລ່ງຜະລິດ​ໄຟຟ້າ​ໂດຍ​ພະລັງ​ງາ​ນນໍ້າ​ສີ່​ສິບ​ເອດ​ແຫ່ງ ​ແລະ​ໂຮ​ງງາ​ນຜະ​ລິດ​ໄຟຟ້າ​ດ້ວຍ​ຄວາມ​ຮ້ອນ​ຈາກ​ຖ່ານ​ລິກ​ໃນ​ນຶ່ງ​ແຫ່ງ ມີ​ກຳລັງ​ຕິດ​ຕັ້ງ​ລວມ 6,300 ​ເ​ມັກ​ກາ​ວັດຊຶ່ງ​ສາມາດ​ຜະລິດໄຟ​ຟ້າ​ໄດ້ສາມ​ໝື່ນສາມ​ພັນ​ສາມ​ຮ້ອຍ​ສິບ​ຫ້າ​ລ້ານ​ກິ​ໂລວັດ​ໂມງ​ຕໍ່​ປີ ​ເພີ້​ມຂຶ້ນ​ເຖິງ​ສອງ​ຮ້ອຍ​ເທົ່າ​ຕົວທຽບໃສ່ປີ 1975 ທັງ​ກ​ະຍັງ​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖກິດ​ຂອງ​ລາວ​ໃຫ້ຂະຫຍາຍຕົວ​ເພີ້​ມຂຶ້ນ​ໃນ​ອັດຕາ​ສ​ະ​ເລ່ຍບໍ່​ຫລຸດ 7% ​ໃນ​ປີ 2017 ນີ້​ອີກ​ດ້ວຍ.

ສ່ວນ​ການ​ຂະຫຍາຍ​ຕາ​ໜ່າງການ​ສົ່ງ​ໄຟຟ້າ​ນັ້ນ​ໄດ້ໄປ​ເຖິງ​ປະຊາຊົນ​ແລ້ງນຶ່ງ​ລ້ານ ນຶ່ງ​ໝື່ນ​ນຶ່ງ​ຮ້ອຍ​ຄອບຄົວ​ຂຶ້ນ​ເປັນ 90% ຂອງ​ຈຳນວນ​ທັງ​ໝົດ​ໃນ​ລາວ ຈຶ່ງ​ຍັງ​ເຫລື​ອອີກນຶ່ງແສນ​ສອງໝື່ນສອງ​ພັນແປດ​ຮ້ອຍ​ຄົບ​ຄົວທີ​ຈະ​ຕ້ອງ​ຂະ ຫຍາ​ຍກະ​ແສ​ການ​ສົ່ງ​ໄຟຟ້າ​ໄປ​ໃຫ້​ເຖິງ​ທັງ​ໝົດ​ໃນ​ປີ 2020 ​ໂດຍ​ຄາດ​ວ່າ​ຈະ​ບັນ​ລຸ​ເປົ້າ​ໝາຍ​ດັ່ງກ່າວ​ໄດ້​ເປັນ​ຮູບ​ປະ​ທຳ ​ເພາະ​ທາງ​ການ​ລາວ​ໃນ​ສູູ​ນກາງແລະ​ທ້ອງ​ຖິ່ນ​ໄດ້ບັນທຶກ​ລົງ​ນາມ​ຄວາມ​ເຂົ້າ​ໃຈ​ຫລື MOU ຮວມບັນ ດາ​ເອກ​ກະ​ຊົນ​ລາວ ​ແລະ​ຕ່າງ​ຊາດ​ກ່ຽວ​ກັບ​ການ​ພັດທະນາ​ແຫ​ລ່ງພະລັງງານ​ໄຟຟ້າ​ແລ້ວ 357 ​ໂຄງການນັ້ນ​ເອງ.

XS
SM
MD
LG