ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ບໍລິສັດເອກະຊົນຈີນ ຈະລົງທຶນກໍ່ສ້າງຖະໜົນ ເຊື່ອມຕໍ່ ຈາກຊາຍແດນລາວ-ຈີນ


ຖະໜົນເລກ 3 ທີ່ນຳໃຊ້ຢູ່ໃນປັດຈຸບັນ ຈະບໍ່ສາມາດຮອງຮັບໄດ້ໃນອະນາຄົດໃກ້ໆນີ້ ຈຶ່ງຈຳເປັນຈະຕ້ອງກໍ່ສ້າງຖະໜົນໃໝ່ ທີ່ກວ້າງ ແລະມີມາດຕະຖານສູງກວ່າຖະໜົນເລກ 3.
ຖະໜົນເລກ 3 ທີ່ນຳໃຊ້ຢູ່ໃນປັດຈຸບັນ ຈະບໍ່ສາມາດຮອງຮັບໄດ້ໃນອະນາຄົດໃກ້ໆນີ້ ຈຶ່ງຈຳເປັນຈະຕ້ອງກໍ່ສ້າງຖະໜົນໃໝ່ ທີ່ກວ້າງ ແລະມີມາດຕະຖານສູງກວ່າຖະໜົນເລກ 3.

ບໍລິສັດເອກະຊົນຈີນ ຈະລົງທຶນກໍ່ສ້າງຖະໜົນເຊື່ອມຕໍ່ຈາກຊາຍ
ແດນລາວ-ຈີນ ທີ່ບໍ່ເຕັນ-ບໍ່ຫານ ຜ່ານແຂວງຫລວງນ້ຳທາ ໄປຍັງ
ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ທີ່ມີລະຍະທາງສັ້ນກວ່າຖະໜົນ
ເລກ 3.

ທ່ານຄຳພັດ ພົມມະສິງ ຫົວໜ້າພະແນກໂຍທາທິການ ແລະຂົນສົ່ງ ແຂວງບໍ່ແກ້ວ ຢືນຢັນ
ວ່າ ກະຊວງໂຍທາທິການ ແລະຂົນສົ່ງໄດ້ແຕ່ຕັ້ງຄະນະກຳມະການລະດັບຊາດຂຶ້ນມາ ຄະ
ນະໜຶ່ງເພື່ອໃຫ້ຮັບຜິດຊອບ ໃນການປະສານງານຮ່ວມກັບບໍລິສັດເອກະຊົນຈາກຈີນ ທີ່ໄດ້
ສະເໜີແຜນການລົງທຶນເພື່ອກໍ່ສ້າງເສັ້ນທາງ Highway ເສັ້ນທາງໃໝ່ ເພື່ອເຊື່ອມຕໍ່ຈາກ
ຊາຍແດນລາວ-ຈີນ ທີ່ບໍ່ເຕັນ-ບໍ່ຫານ ຢູ່ໃນແຂວງຫລວງນ້ຳທາໄປຍັງເມືອງຫ້ວຍຊາຍ ໃນ
ແຂວງບໍ່ແກ້ວ.

ໂດຍການກໍ່ສ້າງເສັ້ນທາງ Highway ຕາມແຜນການດັ່ງກ່າວນີ້ ມີເປົ້າໝາຍເພື່ອຮອງຮັບ
ການຄ້າການລົງທຶນ ແລະການທ່ອງທ່ຽວ ລະຫວ່າງລາວກັບຈີນ ທີ່ຂະຫຍາຍຕົວເພີ້ມຂຶ້ນ
ຢ່າງຕໍ່ເນື່ອງ ຊຶ່ງຖະໜົນເລກ 3 ທີ່ນຳໃຊ້ຢູ່ໃນປັດຈຸບັນ ຈະບໍ່ສາມາດຮອງຮອບໄດ້ໃນອະ
ນາຄົດໃກ້ໆນີ້ ຈຶ່ງຈຳເປັນຈະຕ້ອງກໍ່ສ້າງຖະໜົນໃໝ່ ທີ່ກວ້າງ ແລະມີມາດຕະຖານສູງກວ່າ
ຖະໜົນເລກ 3 ທີ່ເປັນເສັ້ນທາງແຄບ ທີ່ຜ່ານເຂດພູດອຍເປັນລະຍະທາງຍາວເຖິງ 225
ກິໂລແມັດ ຫາກແຕ່ເສັ້ນທາງໃໝ່ນີ້ ຈະມີລະຍະທາງສັ້ນກວ່າ ເພາະຈະມີການເຈາະອຸໂມງ
ຜ່ານເຂດພູດອຍ ແລະກໍ່ສ້າງຂົວຂ້າມແຫລ່ງນ້ຳທຳມະຊາດໃນຕະຫລອດເສັ້ນທາງນັ້ນເອງ.

ທ່ານຄຳພັດ ຄາດວ່າ ທາງການລາວໂດຍກະຊວງໂຍທາທິການ ແລະຂົນສົ່ງ ຈະຕົກລົງໃຫ້
ການອະນຸມັດແຜນການດັ່ງກ່າວ ໃນມໍ່ໆນີ້ ແຕ່ເນື່ອງຈາກວ່າ ລັດຖະບານລາວ ມີຂໍ້ຈຳກັດ
ທາງດ້ານງົບປະມານ ຈຶ່ງຈະເປັນການອະນຸມັດ ໃຫ້ບໍລິສັດຈາກຈີນເປັນຜູ້ລົງທຶນທັງໝົດ
ແລະຫລັງຈາກນັ້ນ ກໍຈະສາມາດສ້າງລາຍຮັບໄດ້ ຈາກການເກັບຄ່າທຳນຽມ ຈາກບັນດາ
ເຈົ້າຂອງຍວດຍານພາຫະນະຕ່າງໆ ທີ່ໄດ້ນຳໃຊ້ເສັ້ນທາງ ເພື່ອການຂົນສົ່ງສິນຄ້າ ແລະ
ໂດຍສານ ຊຶ່ງກໍລວມເຖິງການພັດທະນາ ທີ່ດິນໃນເຂດ 2 ຟາກຂອງເສັ້ນທາງ ໃຫ້ເປັນເຂດ
ພັດທະນາເສດຖະກິດການຄ້າ ການລົງທຶນ ການບໍລິການ ແລະທ່ອງທ່ຽວອີ່ກດ້ວຍ.

ກ່ອນໜ້ານີ້ ທະນາຄານພັດທະນາເອເຊຍ (ADB) ໄດ້ເລີ້ມໃຫ້ການຊ່ອຍເຫຼືອພັດທະນາ
ການທ່ອງທ່ຽວ ໃນເຂດເມືອງຫ້ວຍຊາຍ ນັບແຕ່ເດືອນກັນຍາ 2015 ເປັນຕົ້ນມາ ແລະຈະ
ໃຊ້ເວລາ ໃນການດຳເນີນງານໃຫ້ແລ້ວເສັດສົມບູນພາຍໃນ 2 ປີ ດ້ວຍງົບປະມານ 24 ລ້ານ
ໂດລາ ແລະລັດຖະບານລາວສົມທົບອີກ 1 ລ້ານໂດລາ.

ທັງນີ້ ໂດຍການດຳເນີນງານ ຈະປະກອບດ້ວຍການກໍ່ສ້າງຖະໜົນລະຍະທາງຍາວ 3 ກິໂລ
ແມັດ ເພື່ອເຊື່ອມຕໍ່ລະຫວ່າງຕົວເມືອງຫ້ວຍຊາຍ ກັບສະພານຂ້າມແມ່ນ້ຳຂອງ ລະຫວ່າງ
ລາວ-ໄທ ແຫ່ງທີ 4 ການພັດທະນາປັບປຸງຖະໜົນພາຍໃນຕົວເມືອງຫ້ວຍຊາຍ ທັງ 16
ເສັ້ນທາງ ການພັດທະນາປັບປຸງທ່າເຮືອ ໃນແມ່ນ້ຳຂອງ ການສ້າງສວນສາທາລະນະ ໃສ່
ເນື້ອທີ່ 7 ເຮັກຕາ ຢູ່ໃຈກາງເມືອງຫ້ວຍຊາຍ ການສ້າງສິ່ງອຳນວຍຄວາມສະດວກຕ່າງໆ
ການອະນຸລັກສິ່ງແວດລ້ອມທຳມະຊາດ ໃນຕົວເມືອງ ແລະແມ່ນ້ຳຂອງ.

ນອກຈາກນີ້ ADB ຍັງໃຫ້ການຊ່ວຍເຫຼືອ ໃນມູນຄ່າ 40 ລ້ານໂດລາ ເພື່ອພັດທະນາການ
ທ່ອງທ່ຽວໃນແຂວງຫລວງພະບາງ ອຸດົມໄຊ ຄຳມ່ວນ ແລະ ຈຳປາສັກ ໃນຊ່ວງປີ 2015-
2017 ດ້ວຍການພັດທະນາປັບປຸງເສັ້ນທາງ ສະຖານທີ່ທ່ອງທ່ຽວ ແລະສິ່ງແວດລ້ອມ ເພື່ອ
ອຳນວຍຄວາມສະດວກໃຫ້ແກ່ການເຊື່ອມໂຍງການທ່ອງທ່ຽວ ໃນລຸ່ມແມ່ນ້ຳຂອງ ຊຶ່ງເຮັດ
ໃຫ້ການທ່ອງທ່ຽວໃນລາວ ໄດ້ຮັບການພັດທະນາດີຂຶ້ນນັບມື້ ດັ່ງທີ່ ທ່ານບໍ່ແສງຄຳ ວົງດາລາ
ລັດຖະມົນຕີກະຊວງຖະແຫລງຂ່າວ-ວັດທະນະທຳ ແລະທ່ອງທ່ຽວ ຢືນຢັນວ່າ:

“ໃນລະຍະເວລາທີ່ຜ່ານມາ ຍ້ອນຄວາມພະຍາຍາມເອົາໃຈໃສ່ ຢ່າງຕັ້ງໜ້າ ແລະ
ໄດ້ມີຜົນສຳເລັດຢ່າງຕໍ່ເນື່ອງຂອງຂະແໜງການທ່ອງທ່ຽວ ຈຶ່ງໄດ້ເຮັດໃຫ້ ສປປ.
ລາວ ຂອງພວກເຮົາໄດ້ຮັບການຍ້ອງຍໍສັນລະເສີນ ແລະໄດ້ຮັບລາງວັນ ທີ່ເປັນ
ກຽດຫຼາຍ ຄືໃນປີ 2008 ໜັງສືພິມ New York Times ໄດ້ລົງຄະແນນໃຫ້ປະ
ເທດລາວເຮົາ ເປັນ 1 ໃນຈຳນວນ 53 ປະເທດທີ່ເປັນແຫລ່ງທ່ອງທ່ຽວ ທີ່ໜ້າທ່ຽວ
ສູງທີ່ສຸດໃນໂລກ ແລະເມືອງຫລວງພະບາງ ເມືອງມໍລະດົກໂລກ ກໍໄດ້ຮັບລາງວັນ
ເປັນລາງວັນຄຳແຫ່ງເມືອງທ່ອງທ່ຽວຈາກວາລະສານ Wanderlust ຂອງປະເທດ
ອັງກິດ.”

ໃນປີ 2013 ມີຊາວຕ່າງຊາດເດີນທາງເຂົ້າມາໃນລາວ ຫຼາຍກວ່າ 3.7 ລ້ານຄົນ ແລະເພີ້ມ
ຂຶ້ນເປັນ 3.8 ລ້ານກວ່າຄົນ ໃນປີ 2014 ສ່ວນໃນປີ 2015 ກໍມີຫຼາຍກວ່າ 4.3 ລ້ານຄົນ ທີ່
ເດີນທາງເຂົ້າມາໃນລາວ.

XS
SM
MD
LG