ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຈີນຈະລົງມືສ້າງ ເຂດບຶງທາດຫຼວງ ໃນເດືອນທັນວານີ້


ການຕັດເສັ້ນທາງໄປຫາເຂດທີ່ຈະພັດທະນາໃຫ້ເຫັນເຂດ​ເສດຖະກິດ​ສະ​ເພາະ​ບຶງ​ທາດຫຼວງ ໄດ້ເລີ້ມຕົ້ນຂຶ້ນແລ້ວ
ການຕັດເສັ້ນທາງໄປຫາເຂດທີ່ຈະພັດທະນາໃຫ້ເຫັນເຂດ​ເສດຖະກິດ​ສະ​ເພາະ​ບຶງ​ທາດຫຼວງ ໄດ້ເລີ້ມຕົ້ນຂຶ້ນແລ້ວ
ກຸ່ມ​ບໍລິສັດ​ຈາກ​ຈີນ​ຈະ​ເລີ່​ມລົງມື​ພັດທະນາເຂດ​ເສດຖະກິດ​ສະ
​ເພາະ​ບຶງ​ທາດຫຼວງ ​ໃນ​ເດືອນ​ທັນວາ​ນີ້ ​ໂດຍ​ຈະໃຊ້​ເງິນລົງທຶນ
ລວມຫຼາຍກວ່າ 12,800 ຕື້​ກີບ ​ເພື່ອພັດທະນາ​ໂຄງການ​ໃຫ້​
ສໍາ​ເລັດ​ໄວ​ທີ່​ສຸດ.

ກຸ່ມ​ບໍລິສັດ​ພັດທະນາ​ອະສັງຫາລິມະ​ຊັບ ຫວານ​ເຟິ່ງ ຊຽງ​ໄຮ້
​ຈາກ​ປະ​ເທດ​ຈີນ ຊຶ່ງໄດ້​ຮັບ​ອະນຸຍາດ​ຈາກ​ຄະນະ​ກໍາມະການ​
ຄຸ້ມ​ຄອງ​ເຂດ​ເສດຖະກິດ​ພິ​ເສດ ​ແລະ​ເຂດເສ​ດຖະກິດສະ​ເພາະ​
ແຫ່ງ​ຊາດ​ລາວ ​ໃຫ້​ເປັນ​ຜູ້​ລົງທຶນ​ໃນ​ໂຄງການ​ພັດທະນາ​ເຂດ
ເສດຖະກິດ​ສະ​ເພາະ​ບຶງ​ທາດຫຼວງ​ໃນ​ເຂດ​ນະຄອນ​ວຽງ​ຈັນນັ້ນ
​ໄດ້ຖະ​ແຫຼ​ງຢືນຢັນ​ວ່າ​ຈະ​ເລີ່​ມ ລົງມື​ພັດທະນາ​ໂຄງການ​ນັບ​ແຕ່
​ເດືອນ​ທັນວາ 2012 ນີ້​ເປັນ​ຕົ້ນໄປ.

​ໂຄງການ​ດັ່ງກ່າວ​ນີ້ ກໍ​ຄື​ໂຄງ​ການດຽວ​ກັນ​ກັບ​ໂຄງການ​ພັດທະນາ​ເຂດ​ເມືອງໃໝ່​ຢູ່​ບຶງ​ທາດ ຫຼວງ​ທີ່​ທາງ​ການ​ລາວ​ເຄີຍ​ປະກາດ​ວ່າ ​ຈະ​ໃຫ້​ສໍາປະທານ​ກັບ​ກຸ່ມ​ທຸລະ​ກິດ​ຈາກ​ຈີນ ​ເພື່ອ​ຕອບ​ແທນ​ຕໍ່​ການ​ທີ່​ບໍລິສັດ​ຈາກ​ຈີນ​ໄດ້​ ລົງທຶນ​ສ້າງ​ສະໜາມກິລາ​ແຫ່ງ​ໃໝ່​ໃຫ້​ແກ່ລັດຖະ ບານ​ລາວ ​ເປັນ​ເຈົ້າພາບ​ຈັດ ການ​ແຂ່ງ​ຂັນກິລາ​ຊີ​ເກ​ມສ໌ຄັ້ງ​ທີ 25 ​ໃນ​ທ້າຍ​ປີ 2009 ທີ່​ຜ່ານ​ມາ. ຫາກ​ແຕ່​ໂຄງການ​ດັ່ງ ກ່າວ​ນີ້​ກໍ​ຕ້ອງ​ປະສົບ​ກັບ​ບັນຫາ​ຊັກ​ຊ້າ​ມາ​ໂດຍ​ຕະຫຼອດ ​ເນື່ອງ​ຈາກ​ວ່າຈະ​ຕ້ອງ​ມີ​ການເວນຄືນ​ທີ່​ດິນ​ທີ່​ກວ້າງ​ເຖິງ 1,000 ​ເຮັກ​ຕ້າ ຈຶ່ງ​ຖືກການ​ຄັດຄ້ານ​ຈາກ​ປະຊາຊົນ​ລາວ​ຢ່າງ​ກວ້າງຂວາງ ນັ້ນ​ເອງ.
ພິທີເຊັນສັນຍາອະນຸຍາດໃຫ້ບໍລິສັດຈີນລົງທຶນພັດທະນາເຂດບຶງທາດຫລວງ ທີ່ຈັດຂຶ້ນໃນປີ 2011
ພິທີເຊັນສັນຍາອະນຸຍາດໃຫ້ບໍລິສັດຈີນລົງທຶນພັດທະນາເຂດບຶງທາດຫລວງ ທີ່ຈັດຂຶ້ນໃນປີ 2011

ນອກຈາກ ​ບັນຫາ​ກ່ຽວ​ກັບ​ການ​ເວນ​ຄືນ​ທີ່​ດິນ​ແລ້ວ ​ໂຄງການ
​ດັ່ງກ່າວ​ກໍ​ຍັງ​ຈະ​ຕ້ອງ ປະສົບ​ກັບ​ບັນຫາ​ນໍ້າ​ຖ້ວມ​ໃຫຍ່ຢູ່​ໃນ
​ເຂດ​ນະຄອນ​ວຽງ​ຈັນ​ອີກ​ດ້ວຍ ຊຶ່ງ​ກໍ​ເຮັດ​ໃຫ້ກຸ່ມ​ທຸລະ​ກິດ
​ຈາກ​ຈີນ​ຕ້ອງ​ທໍາ​ການ​ສຶກສາ​ຄວາມ​ເປັນ​ໄປ​ໄດ້ຂອງ​ໂຄງການ
​ຢ່າງ​ລະອຽດ​ໃໝ່​ອີກ​ດ້ວຍ ດັ່ງ​ທີ່​ທ່ານ​ສົມ​ສະຫວາດ ​ເລັ່ງ​ສະ
ຫວັດ ຮອງ​ນາຍົກລັດຖະມົນຕີຜູ້ຊີ້​ນໍາ​ວຽກງານ​ດ້ານ​ເສດຖະ
ກິດ​ຂອງ​ລັດຖະບານລາວ ​ໄດ້​ອະທິບາຍ​ວ່າ:
​“ເນື່ອງ​ຈາກ​ວ່າ​ມັນ​ເກີດ​ນໍ້າ​ ຖ້ວມ​ວຽງ​ຈັນ​ຫັ້ນເດ ຈັ່ງ
​ຊັ້ນ​ຈຶ່ງ​ເຮັດ​ໃຫ້​ຜູ້​ອອກ​ແບບ​ຫັ້ນ​ໜະ ​ເຂົາ​ເຈົ້າວ່າ​ຄັນ
​ເປັນ​ແນວ​ນີ້​ຈະ​ໄດ້​ມາ​ຄົ້ນຄວ້າ​ການ​ອອກ​ແບບ​ຄືນ​ໃໝ່ ​ເພາະວ່າ ​ແຕ່​ກ່ອນ​ນີ້ ຂໍ້​ມູນ​ວ່າ​ນໍ້າ​ຖ້ວມ​ປີ 1966 ​ແລະ​ຫລ້າ​ສຸດ​ປີ 1978 ຫັ້ນ ມັນ​ຫຼ່ະຕໍ່າ​ກວ່າ ສະ​ນັ້ນ​ແລ້ວ​ເຂົາ​ເຈົ້າກະ​ມາ​ຄິດ​ເບິ່ງ​ວ່າ​ ຖ້າ​ເປັນ​ແນວ​ນີ້ ກໍລະນີ​ນໍ້າ​ຖ້ວມ​ເດ ​ເຮົາ​ເຮັດ​ເມືອງ​ຢູ່​ນີ້​ມັນ​ສິບໍ່​ຖ້ວມ​ບໍ່ ກະ​ຈັ່ງ​ວ່າ​ໄດ້​ມາ​ສຶກສາ​ກັນ​ໃນ​ດ້ານ​ນີ້​ຕື່ມ ກະ​ເລີຍ ຕ້ອງ​ມາ​ເສຍ​ເວລາ​ຕື່ມ​ຊັ້ນ​ນ່າ.”


ແຕ່​ຢ່າງ​ໃດ​ກໍ​ຕາມ ການ​ອະນຸມັດ​ສໍາ​ປະທານ​ໃນ​ຄັ້ງ​ລ່າ​ສຸດ​ນີ້​ກໍ​ເປັນ​ຜົນ​ເຮັດ​ໃຫ້​ພື້ນ​ທີ່ ຂອງ​ໂຄງການ​ໄດ້​ຖື​ກລົດ​ລົງ​ຈາກ 1,000 ​ເຮັກ​ຕ້າ ມາ​ເປັນ 365 ​ເຮັກຕ້າ ​ໂດຍບໍລິສັດ​ຈາກ​ຈີນ​ກໍ​ໄດ້​ປະກາດ​ວ່າ​ ຈະ​ໃຊ້​ເງິນ​ລົງ​ທຶນ​ເຖິງ 12,800 ຕື້​ກີບ ຫຼື 1,600 ລ້ານ​ໂດ​ລາ ​ເພື່ອພັດ ທະນາ​ພື້ນ​ທີ່​ດັ່ງກ່າວ​ໃຫ້​ເປັນ​ເຂດ​ເສດຖະກິດສະ​ເພາະ ຊຶ່ງ​ຈະ​ມີ​ທັງສວນສາທາລະນະ​ສໍາລັບ​ການ​ພັກຜ່ອນ ສູນ​ກິລາ ສູນ​ການ​ຄ້າ ສູນ​ບັນ​ເທີ​ງ ​ແລະ​ສູນ​ບໍລິການ​ຕ່າງໆ​ຢ່າງ​ຄົບ​ວົງ​ຈອນ ​ເຊັ່ນ ​ໂຮງ​ແຮມ​ລະດັບ 5 ດາວ ຮ້ານ​ສັບພະ​ສິນຄ້າ ວິນລາ​ລະດັບ​ສູງ​ ແບບ​ວັດ ທະນະ​ທໍາ​ລາວ-​ແບບ​ຢູ​ໂຣບ ​ແລະ Apartment ສໍາລັບ​ຢູ່​ອາ​ໄສ​ທີ່​ມີ​ສິ່ງ​ອໍານວຍ​ຄວາມ​ສະດວກ​ຢ່າງ​ຄົບ​ຊຸດ.

ພາບຈໍາລອງຂອງເຂດພັດທະນາບຶງທາດຫລວງໃນອານາຄົດ
ພາບຈໍາລອງຂອງເຂດພັດທະນາບຶງທາດຫລວງໃນອານາຄົດ

ນອກຈາກ​ນີ້​ເພື່ອ​ເປັນ​ການ​ຮັກສາ​ສະ​ພາບ​ແວດ​ລ້ອມ​ທໍາ​ມະ​ຊາດ​
ໃນ​ເຂດ​ບຶງ​ທາດຫຼວງ​ດ້ວຍ​ນັ້ນ​ ບໍລິສັດ​ຈາກ​ຈີນ ​ກໍ​ຍັງໄດ້​ປະກາດ​
ແຜນການ​ວ່າ​ຈະ​ດໍາ​ເນີນ​ການ​ກໍ່ສ້າງສະຖານ​ນີ​ບໍາບັດ​ນໍ້າ​ເປື້ອນ
​ແລະ​ກໍາຈັດ​ສິ່ງ​ເສດ​ເຫຼືອ​ຕ່າງໆ ​ໂດຍ​ຈະ​ກໍ່ສ້າງ​ໜອງຂະໜາດ​
ໃຫຍ່​ພ້ອມ​ດ້ວຍ​ລະບົບ​ການລະບາຍ​ນໍ້າ​ທີ່​ທັນ​ສະ​ໄໝ​ຢູ່​ທີ່​ເຂດ​ໃຈ
ກາງ​ຂອງໂຄງການ​ອີກ​ດ້ວຍ.

​ການ​ດໍາ​ເນີນ​ງານ​ທັງ​ໝົດ​ດັ່ງກ່າວ​ນີ້ ກຸ່ມ​ພັດທະນາ​ບໍລິສັດ​ຈາກ​ຈີນ​ຄາດ​ວ່າ​ຈະໃຊ້​ເວລາ​ລະຫວ່າງ 15-20 ປີ ຊຶ່ງ​ກໍ​ໝາຍ​ຄວາມ​ວ່າການ​ພັດທະນາ​ເຂດ​ເສ​ດຖະກິດສະ​ເພາະ​ບຶງ​ທາດຫຼວງ​ຈະ​ສໍາ​ເລັດ​ຢ່າງ​ສົມບູນ​ພາຍ​ໃນ​ປີ 2030 ​ເປັນ​ຢ່າງ​ຊ້າ ​ແລະ​ເມື່ອ​ເຖິງ​ເວລາ​ນັ້ນ ກໍ​ໄດ້​ມີ​ການ​ຄາດໝາຍ​ວ່າ​ ຈະ​ມີ​ປະຊາກອນ​ຫຼາຍ​ກວ່າ 55,000 ຄົນ​ທີ່​ຈະ​ເຂົ້າ​ໄປ​ພັກ​ອາ​ໄສ​ຢູ່​ໃນ​ເຂດ​ດັ່ງກ່າວ​ນີ້ ​ໂດຍ​ສ່ວນ​ໃຫຍ່​ກໍ​ຄື​ນັກທຸລະກິດ ​ແລະ​ຊາວ​ຈີນ​ທີ່​ເດີນທາງ​ເຂົ້າມາ​ດໍາ​ເນີນ​ທຸລະ​ກິດ​ຕ່າງໆ​ຢູ່​ໃນ​ລາວ​ນັ້ນ​ເອງ.

ສໍາລັບ​ພື້ນ​ທີ່​ທີ່​ຈະ​ຖືກ​ເວນ​ຄືນ​ໃຫ້​ກັບ​ກຸ່ມ​ບໍລິສັດ​ຈາກ​ຈີນ​ທີ່​ລົງທຶນ​ພັດທະນາ​ໃນໂຄງການ​ ດັ່ງກ່າວ​ນີ້​ຈະ​ກວມ​ເອົາ​ພື້ນ​ທີ່​ໃນ​ເຂດ 6 ບ້ານ​ໃນ​ເຂດ​ເມືອງ​ໄຊ​ເສດ​ຖາ ​ແລະ​ເມືອງ​ສີ​ສັດ ຕະນາກ ກໍ​ຄື ບ້ານ​ເມືອງ​ນ້ອຍ ບ້ານ​ໂນນ​ຫວາຍ ບ້ານ​ໂນນ​ຄໍ້​ເໜືອ ບ້ານ​ໂພນ​ທັນ ບ້ານ​ໂພນ​ປ່າ​ເປົ້າ ​ແລະ​ບ້ານ​ດອນ​ກອຍ. ທັງ​ນີ້​ໂດຍ​ຄ່າ​ເວນ​ຄືນ​ທີ່​ດິນ​ນັ້ນ ຖື​ເປັນ​ພາລະ​ຂອງ​ທາງ​ການ​ລາວ ​ແລະ​ມີ​ໄລຍະ​ສໍາ​ປະທານ​ເຖິງ 99​ ປີ.
XS
SM
MD
LG