ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ບໍລິສັດ ຈີນ ຈະເລີ່ມຕົ້ນການກໍ່ສ້າງເຂື່ອນໄຟຟ້າ ປາກແບງ


ສະຖານທີ່ກໍ່ສ້າງເຂື່ອນປາກແບງ.
ສະຖານທີ່ກໍ່ສ້າງເຂື່ອນປາກແບງ.

ກຸ່ມບໍລິສັດພະລັງງານໄຟຟ້າຈາກ ຈີນ ວາງເປົ້າໝາຍຈະເລີ່ມລົງມືກໍ່ສ້າງເຂື່ອນປາກແບງເທິງ ແນວແມ່ນ້ຳຂອງພາຍໃນປີ 2017 ໂດຍໃນປະຈຸບັນນີ້ກຳລັງສຸມໃສ່ການສຶກສາ ແລະ ສຳ ຫຼວດໃນຂັ້ນສຸດທ້າຍ.

ທ່ານ ຈັນສະແຫວງ ບຸນຍົງ ວ່າການຫົວໜ້າກົມນະໂຍບາຍ ແລະ ແຜນການພະລັງງານ
ກະຊວງພະລັງງານ ແລະ ບໍ່ແຮ່ ຖະແຫຼງຢືນຢັນວ່າ ບໍລິສັດ ຕ້າຖັງ ຈາກ ຈີນ ຜູ້ລົງທຶນໃນ
ໂຄງການກໍ່ສ້າງເຂື່ອນປາກແບງເທິງແນວແມ່ນ້ຳຂອງໄດ້ວາງເປົ້າໝາຍທີ່ຈະເລີ່ມລົງມືກໍ່ສ້າງ
ເຂື່ອນໃນພາກຕົວຈິງໃຫ້ໄດ້ພາຍໃນປີ 2017 ນີ້ໂດຍໃນປະຈຸບັນບໍລິສັດດັ່ງກ່າວກໍກຳລັງ
ສຸມໃສ່ການສຶກສາ ແລະ ສຳຫຼວດໃນຂັ້ນສຸດທ້າຍເພື່ອນຳສະເໜີເອກະສານສຳຄັນຕ່າງໆ
ທີ່ກ່ຽວຂ້ອງໄປຍັງປະເທດສະມາຊິກ ຂອງຄະນະກຳມາທິການແມ່ນຳ້ຂອງ MRC ຮ່ວມ
ກັບລາວ ກໍຄືກັບ ກຳປູເຈຍ, ໄທ ແລະ ຫວຽດນາມ ນັ້ນໃຫ້ຮັບຊາບເຖິງແຜນການດັ່ງກ່າວ
ໃນມໍ່ໆນີ້.

ໂຄງການເຂື່ອນປາກແບງ ແນວແມ່ນ້ຳຂອງທີ່ຕັ້ງຢູ່ລະຫວ່າງເມືອງ ເງິນ, ແຂວງໄຊຍະບູ
ລີ ກັບເມືອງ ປາກແບງ, ແຂວງອຸດົມໄຊ ຈະມີຕົວເຂື່ອນຍາວ 1,000 ແມັດ ສັນເຂື່ອນສູງ
64 ແມັດ ປະກອບມີຈັກປັ່ນໄຟຟ້າຈຳນວນ 16 ເຄື່ອງ, ມີກຳລັງຕິດຕັ້ງລວມ 912 ເມກະ
ວັດ ມີລະບົບປ່ອຍຂີ້ຕົມຮອດພື້ນອັດຕະໂນມັດ, ມີຊ່ອງທາງເດີນເຮືອແບບ LIFT ຍົກນໍ້າ
ໜັກໄດ້ປະມານ 500 ໂຕນ ທັງກໍຍັງຈະມີຊ່ອງທາງສຳລັບປາຂຶ້ນ-ລົງຢູ່ດ້ານຂ້າງຂອງ
ເຂື່ອນ ທີ່ກວ້າງປະມານ 15 ແມັດ ແລະ ຍາວ 1,000 ແມັດ ເຮັດໃຫ້ປາສາມາດຂຶ້ນ-ລົງ ຢູ່ດ້ານຂ້າງຂອງເຂື່ອນກວ້າງປະມານ 15 ແມັດ ແລະ ຍາວ 1,000 ແມັດເຮັດໃຫ້ປາສາ
ມາດຂຶ້ນ-ລົງໄດ້ຢ່າງສະດວກອີກດ້ວຍ. ຈຶ່ງເຮັດໃຫ້ຈະຕ້ອງໃຊ້ເງິນລົງທຶນກໍ່ສ້າງຫຼາຍ
ກວ່າ 2,000 ລ້ານໂດລາ.

ນອກຈາກໂຄງການເຂື່ອນປາກແບງເທິງແນວແມ່ນ້ຳຂອງດັ່ງກ່າວແລ້ວ ກຸ່ມບໍລິສັດ ຈີນ
ຍັງໄດ້ລົງທຶນກໍ່ສ້າງເຂື່ອນເທິງແນວແມ່ນໍ້າອູອີກ 7 ໂຄງການ ຊຶ່ງເປັນການລົງທຶນຂອງ
ກຸ່ມບໍລິສັດ Power China ຈຳກັດ ທີ່ໄດ້ວາງເປົ້າໝາຍໄວ້ວ່າ ຈະກໍ່ສ້າງເຂື່ອນນ້ຳອູທັງ
7 ໂຄງການໃຫ້ແລ້ວສຳເລັດພາຍໃນປີ 2020 ດ້ວຍເງິນລົງທຶນລວມ 2,800 ລ້ານໂດ
ລາ ມີກຳລັງຕິດຕັ້ງລວມ 1,272 ເມກະວັດ ໂດຍຈະຂາຍໃຫ້ລັດວິສາຫະກິດໄຟຟ້າ
ລາວ EDL ໃນຕະຫຼອດໄລຍະສຳປະທານ 29 ປີ.

ທັງນີ້ການກໍ່ສ້າງເຂື່ອນໄຟຟ້ານ້ຳອູໄດ້ແບ່ງອອກເປັນ 2 ໄລຍະ ໂດຍໄລຍະທີ 1 ໄດ້ເລີ່ມ
ການກໍ່ສ້າງໃນປີ 2012 ໂດຍມາເຖິງປະຈຸບັນນີ້ກໍໄດ້ກໍ່ສ້າງສຳເລັດແລ້ວ 3 ໂຄງການຄື
ເຂື່ອນໄຟຟ້ານ້ຳອູ 2, 5 ແລະ 6 ທີ່ມີກຳລັງຕິດຕັ້ງລວມ 450 ເມກະວັດ ດ້ວຍເງິນລົງທຶນ
ລວມ 1,035 ລ້ານ ແລະ ຈະສົ່ງພະລັງງານໄຟຟ້າໃຫ້ EDL ໃນປະລິມານລວມ 1,100 ລ້ານກິໂລວັດ/ໂມງຕໍ່ປີ ນັບແຕ່ປີ 2017 ນີ້ເປັນຕົ້ນໄປ.

ສ່ວນໄລຍະທີ 2 ທີ່ກຳລັງດຳເນີນການກໍ່ສ້າງຢູ່ໃນເວລານີ້ ປະກອບດ້ວຍເຂື່ອນໄຟຟ້າ
ນ້ຳອູ 1,3,4 ແລະ 7 ທີ່ການດຳເນີນງານໄດ້ຄືບໜ້າໄປແລ້ວເກີນກວ່າ 40 ເປີເຊັນຂອງ
ແຜນການ ແລະ ສາມາດຄາດໝາຍໄດ້ວ່າການກໍ່ສ້າງຈະແລ້ວສຳເລັດທັງ 4 ໂຄງການ
ພາຍໃນປີ 2020 ຊຶ່ງຈະເຮັດໃຫ້ເຂື່ອນໄຟຟ້ານ້ຳອູທັງ 7 ໂຄງການສາມາດຜະລິດກະແສ
ໄຟຟ້າເພື່ອຂາຍໃຫ້ EDL ໄດ້ເກີນກວ່າ 2,590 ກວ່າລ້ານກິໂລວັດ/ໂມງຕໍ່ປີ ນັບຈາກປີ
2020 ເປັນຕົ້ນໄປ.

ໂດຍອີງຕາມລາຍງານຂອງ EDL ລະບຸວ່າ ການຊົມໃຊ້ພະລັງງານໄຟຟ້າສູງສຸດໃນ
ລາວ ໃນປີ 2015 ຢູ່ທີ່ລະດັບ 989 ເມກະວັດ ແລ້ວກໍເພີ່ມຂຶ້ນເປັນ 1,180 ເມກະວັດໃນ
ປີ 2016 ເພີ່ມຂຶ້ນ 20 ເປີເຊັນ ແຕ່ໃນປີ 2017 ນີ້ຄາດວ່າການຊົມໃຊ້ພະລັງງານໄຟຟ້າ
ໃນ ລາວ ຈະເພີ່ມຂຶ້ນເປັນ 1,579 ເມກະວັດ.

ພາຍໃຕ້ສະພາບການດັ່ງກ່າວນີ້ ກໍຍັງເຮັດໃຫ້ຄາດໝາຍໄດ້ວ່າ ການຊົມໃຊ້ພະລັງງານ
ໄຟຟ້າໃນ ລາວ ຈະເພີ່ມຂຶ້ນເປັນ 2,862 ເມກະວັດໃນປີ 2020 ແລະ 7,093 ເມກະວັດ
ໃນປີ 2030 ຕາມລຳດັບຈຶ່ງເຮັດໃຫ້ຕ້ອງມີການພັດທະນາແຫຼ່ງຜະລິດພະລັງງານໄຟຟ້າ
ເພີ່ມເຕີມຂຶ້ນອີກ ດັ່ງທີ່ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີວ່າການກະຊວງພະລັງງານ
ແລະ ບໍ່ແຮ່ໄດ້ໃຫ້ການຢືນຢັນວ່າ.

"ສຳລັບປີ 2020 ນີ້ ພວກເຮົາຄາດວ່າຈະສາມາດຜະລິດພະລັງງານໄຟຟ້າໄດ້ເພີ່ມ
ເຕີມອີກເປັນປະມານໝື່ນເມກະວັດ ສາມາດຜະລິດພະລັງງານໄຟຟ້າຫຼາຍກວ່າ
60,000 ລ້ານກິໂລວັດ/ໂມງຕໍ່ປີ ແລ້ວກະໃນຍຸດທະສາດຂອງພວກເຮົາທີ່ວາງໄວ້
ຮອດປີ 2025 ກໍຈະຜະລິດພະລັງງານໄຟຟ້າໃຫ້ໄດ້ເຖິງ 14,000 ຫາ 15,000 ເມ
ກະວັດ."

ໂດຍໃນປະຈຸບັນີ້ ປະເທດ ລາວ ມີແຫຼ່ງຜະລິດໄຟຟ້າດ້ວຍພະລັງງານນຳ້ 41 ແຫ່ງ ແລະ ໂຮງຜະລິດໄຟຟ້າດ້ວຍພະລັງງານຄວາມຮ້ອນຈາກຖ່ານລິກໄນ 1 ແຫ່ງມີກຳລັງຕິດຕັ້ງ
ລວມ 6,391 ເມກະວັດ.

XS
SM
MD
LG