ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຈີນ ທຸ້ມເທ ການລົງທຶນ ຂະໜາດໃຫຍ່ ໃນປະເທດ ອອສເຕຣເລຍ


ພາຍຖ່າຍຕອນຍາມຕາເວັນຕົກ ຂອງເຮືອນລາຄາ ເປັນລ້ານຫຼາຍຫຼັງ ທີ່ກຳລັງຢູ່ໃນລະຫວ່າງການປຸກສ້າງ ໃນພາກໃຕ້ຂອງນະຄອນ Sydney, ວັນທີ 14 ສິງຫາ 2014.
ພາຍຖ່າຍຕອນຍາມຕາເວັນຕົກ ຂອງເຮືອນລາຄາ ເປັນລ້ານຫຼາຍຫຼັງ ທີ່ກຳລັງຢູ່ໃນລະຫວ່າງການປຸກສ້າງ ໃນພາກໃຕ້ຂອງນະຄອນ Sydney, ວັນທີ 14 ສິງຫາ 2014.

ຈີນເປັນຕ່າງປະເທດທີ່ລົງທຶນຢູ່ໃນອອສເຕເຣຍ ທີ່ໃຫຍ່ທີ່ສຸດ
ອັນດັບສອງ ໂດຍມີຜົນປະໂຫຽດ ຫຼາຍຂຶ້ນເລື້ອຍໆ ໃນພາກ
ສ່ວນຕ່າງໆຂອງເສດຖະກິດ ທີ່ຫຼາກຫຼາຍ ຈາກກະສິກຳ ອະສັງ
ຫາລິມະຊັບ ແລະ ພະລັງງານທົດແທນ. ໃນຂະນະທີ່ ລັດຖະບານ
ໃນນະຄອນຫຼວງ Canberra ຍິນດີຮັບເອົາ ການລົງທຶນຈາກ
ຕ່າງປະເທດຢູ່ນັ້ນ ກໍໄດ້ມີການຄັດຄ້ານ ຕໍ່ການຫລັ່ງໄຫລເຂົ້າໄປ
ຂອງທຶນຮອນຈາກຈີນຢູ່. ຜູ້ສື່ຂ່າວອີໂອເອ Phil Mercer ລາຍ
ງານກ່ຽວກັບເລື່ອງນີ້ ຈາກນະຄອນ ຊິດນີ້ ຊຶ່ງໄຊຈະເລີນສຸກ ຈະ
ນຳມາສະເໜີທ່ານ ໃນອັນດັບຕໍ່ໄປ.


ຈີນເປັນຜູ້ລົງທຶນ ອັນດັບສອງ ຕໍ່ຈາກສະຫະລັດ ໃນຂະໜາດມູນຄ່າການລົງທຶນຂອງຕົນ
ຢູ່ໃນອອສເຕຣເລຍ. ຕົວເລກນັ້ນ ແມ່ນໄດ້ມາຈາກບໍລິສັດການເງິນ KPMG ແລະ ມະຫາ
ວິທະຍາໄລ Sydney ເມື່ອບໍ່ດົນມານີ້ ຊຶ່ງສະແດງໃຫ້ເຫັນວ່າ ລັດ New South Wales
ໄດ້ດຶງດູດ ເອົາການລົງທຶນຈາກຊາວຈີນ ຫຼາຍກວ່າ 70 ເປີເຊັນ. ພາກສ່ວນທີ່ນິຍົມ ຫຼາຍ
ທີ່ສຸດ ແມ່ນລະບົບໂຄງລ່າງພື້ນຖານ ແລະ ອະສັງຫາລິມະຊັບດ້ານພານິດ ໃນຂະນະທີ່
ຜົນປະໂຫຽດຂອງຊາວຈີນ ຢູ່ໃນພາກ ອຸດສາຫະກຳ ຂຸດຄົ້ນບໍ່ແຮ່ ແມ່ນກຳລັງຈາງຫາຍໄປ.

ທ່ານ Hans Hendrischke ເປັນອາຈານ ສອນວິຊາ ທຸລະກິດ ແລະ ການບໍລິຫານ ຂອງ
ຈີນ ຢູ່ທີ່ມະຫາວິທະຍາໄລ Sydney.

ທ່ານ Hendrischke ເວົ້າວ່າ “ແນວໂນ້ມທີ່ສຳຄັນໃນປັດຈຸບັນນີ້ ແລະ ສິ່ງທີ່ເຫັນໄດ້
ຢ່າງຊັດເຈນ ຈາກປີກາຍນີ້ ກໍແມ່ນການລົງທຶນ ໃນອະສັງຫາລິມະຊັບ ດ້ານພານິດ
ແລະການລົງທຶນ ຂະໜາດໃຫຍ່. ແຕ່ຊ່ວງໜ້າຕໍ່ໄປ ຈະແມ່ນ ພາກສ່ວນອື່ນ ເຊັ່ນດ້ານ
ການພັກຜ່ອນ ແລະການບັນເທີງ ແລະ ດ້ານພະລັງງານທົດແທນ.”

ຄາດກັນວ່າ ການລົງທຶນຂອງຈີນ ໃນພາກສ່ວນ ກະສິກຳຂອງອັອສເຕຣເລຍ ແມ່ນຈະ
ເພີ້ມຂຶ້ນ ຫຼັງຈາກມີການໃຫ້ສັດຕະຍາບັນຕໍ່ຂໍ້ຕົກລົງການຄ້າເສລີ ເມື່ອເດືອນທັນວາ ປີ
ກາຍນີ້. ແຕ່ການຊື້ສວນ ແລະ ທີ່ດິນນັ້ນ ແມ່ນມີບັນຫາຂັດແຍ້ງກັນຢູ່.

ລັດຖະບານໃນນະຄອນຫຼວງ Canberra ໄດ້ຖືກຕຳນິ ສຳລັບການອະນຸຍາດໃຫ້ຂາຍ
ທຸລະກິດຟາມລ້ຽງງົວຜະລິດນ້ຳນົມ ທີ່ໃຫຍ່ທີ່ສຸດຂອງອັອສເຕຣເລຍ ທີ່ປະກອບດ້ວຍ
25 ຟາມ ແລະ ງົວພັນນົມ 30,000 ໂຕ ໃຫ້ແກ່ນັກລົງທຶນຈີນ.

ນັກທຸລະກິດຍິງ ທ່ານນາງ Jan Cameron ພະຍາຍາມ ຈະຊື້ເອົາ ວິສາຫະກິດທີ່ຕັ້ງຢູ່
Tasmania ແຕ່ບໍ່ປະສົບຜົນສຳເລັດ ແລະ ເຊື່ອວ່າ ການຂາຍວິສາຫະກິດນັ້ນ ໃຫ້ແກ່ຈີນ
ຈະບໍ່ເປັນຜົນປະໂຫຍດແກ່ອອສເຕຣເລຍເລີຍ.

ຮູບພາບອາຄານສຳນັກງານໃຫຍ່ ຂອງບໍລິສັດ China Investment Corporation ຢູ່ໃນນະຄອນຫຼວງປັກກິ່ງຂອງຈີນ.
ຮູບພາບອາຄານສຳນັກງານໃຫຍ່ ຂອງບໍລິສັດ China Investment Corporation ຢູ່ໃນນະຄອນຫຼວງປັກກິ່ງຂອງຈີນ.

​ທ່ານນາງ Cameron ເວົ້າວ່າ “ພວກເຂົາເຈົ້າພະຍາຍາມ ຊື້ເອົາຊັບສິນ ຢູ່ໃນອອສເຕຣເລຍ
ເພື່ອຮອງຮັບພົນລະເມືອງຂອງພວກເຂົາເຈົ້າ. ຂ້າພະເຈົ້າ ບໍ່ໂທດພວກເຂົາເຈົ້າ ສຳລັບ
ອັນນັ້ນ ແຕ່ໃນລະດັບໃດນຶ່ງ ມັນເປັນຜົນເສຍຫາຍຂອງພວກເຮົາເອງ. ແລະມວນຊົນ
ຂອງ ອອສເຕຣເລຍ ຈະຕ້ອງເຂົ້າໃຈວ່າ ເພາະວ່າຈີນຕ້ອງການຄວາມໝັ້ນຄົງ ທາງດ້ານ
ອາຫານ ຢູ່ໃນຈີນ ພວກເຂົາເຈົ້າຈະບໍ່ຍອມຂາຍຊັບສິນດ້ານກະສິກຳ ທີ່ພວກເຂົາຊື້ໄປ
ແລ້ວ ໃນແຫ່ງນີ້ ຈັກເທື່ອ.”


ບໍລິສັດຮຸ້ນສ່ວນເອກະຊົນຂອງຈີນ ຍັງໄດ້ຊື້ຟາມງົວພັນນົມ ຢູ່ໃນເຂດຕ່າງໆ ຂອງ
ອອສເຕຣເລຍ ນຳອີກດ້ວຍ.

ຊາວສວນຂອງເມືອງ Victoria ທ່ານ Craig Aplin ເຊື່ອວ່າ ການລົງທຶນຈາກຕ່າງປະເທດ
ຄວນໄດ້ຮັບການຕິດຕາມເບິ່ງຢ່າງຄັກແນ່.

ທ່ານ Aplin ເວົ້າວ່າ “ໂອ້ ຂ້າພະເຈົ້າຍັງຢາກຄິດວ່າ ຮາກຖານຂອງການກະສິກຳ ຂອງ
ອອສເຕຣເລຍ ຈະຍັງຄົງຢູ່ກັບພວກຄົນອອສເຕຣເລຍຄືເກົ່າ ທ່ານຮູ້ຈັກບໍ່ວ່າ ໃຫ້ມັນ
ເປັນກຳລັງແຮງງານ. ແລະ ບໍ່ພຽງແຕ່ອັນນັ້ນ ມັນເປັນສະພາບແວດລ້ອມ ອັນດີທີ່ສຸດ
ທີ່ຈະລ້ຽງດູພວກລູກຫຼານຂອງພວກເຮົາ.”

ໃນອີກດ້ານນຶ່ງ ທີ່ເປັນບັນຫາຂັດແຍ້ງກັນ ກໍແມ່ນ ອະສັງຫາລິມະຊັບດ້ານທີ່ຢູ່ອາໄສ. ເຖິງ
ແມ່ນວ່າ ຄວາມຮຽກຮ້ອງຕ້ອງການ ທີ່ເພີ້ມຂຶ້ນຢ່າງຫຼວງຫຼາຍ ຈະຫລຸດລົງ ໃນສອງສາມ
ເດືອນບໍ່ດົນມານີ້ກໍຕາມ ແຕ່ເງິນຫຼາຍລ້ານໂດລາຂອງຊາວຈີນ ແມ່ນໄດ້ຖືກທຸ້ມເທລົງໃສ່
ການຊື້ຂາຍຊັບສິນອາຄານທີ່ຢູ່ອາໄສ.

ນາງ Monika Tu ເປັນນາຍໜ້າຊື້ຂາຍ ດ້ານອະສັງຫາລິມະຊັບ ທີ່ມີຫ້ອງການຕັ້ງຢູ່ໃນ
ນະຄອນ Sydney ທີ່ຊ່ອຍເສດຖີຈີນ ຫຼາຍຄົນ ຊື້ເຮືອນຊານທີ່ຫຼູຫຼາ ຢູ່ໃນອອສເຕຣເລຍ.

ນາງ Tu ເວົ້າວ່າ “ໃນໄລຍະບໍ່ເທົ່າໃດປີຜ່ານມານີ້ ຍ້ອນວ່າ ລັດຖະບານ ໄດ້ປ່ຽນແປງ
ລະບົບ ວິຊາ ຂອງພວກເຂົາເຈົ້າ ສະນັ້ນແລ້ວ ພວກເຂົາເຈົ້າ ຈຶ່ງຍິນດີຕ້ອນຮັບເອົາ
ພວກນັກລົງທຶນຈາກຕ່າງປະເທດ ເຂົ້າມາຫຼາຍຂຶ້ນ. ດັ່ງນັ້ນ ພວກເຮົາຈຶ່ງໄດ້ເຫັນພວກ
ຊາວຈີນ ລະດັບສູງສຸດ ຫຼາຍຂຶ້ນເລື້ອຍໆ.”

ພວກນັກສຶກສາຈີນ ຫຼາຍໝື່ນຄົນ ເຂົ້າຮຽນຢູ່ທີ່ໂຮງຮຽນ ແລະ ມະຫາວິທະຍາໄລຕ່າງໆ
ຂອງອອສເຕຣເລຍ. ບາງສ່ວນ ຈະເລີ້ມສະແຫວງຫາອາຊີບຕ່າງໆ ຫຼັງຈາກຮຽນຈົບແລ້ວ
ໂດຍໄດ້ຮັບການອູ້ມຊູຈາກການລົງທຶນໃນຊັບສິນຂອງຄອບຄົວນັ້ນ ອີງຕາມ ທ່ານ David
Milton ຜູ້ອຳນວຍການ ຂອງບໍລິສັດ CBRE ທີ່ໃຫ້ການບໍລິການ ດ້ານອະສັງຫາລິມະຊັບ
ຢູ່ໃນນະຄອນ Sydney.

ທ່ານ Milton ເວົ້າວ່າ “ແນວໂນ້ມອັນນຶ່ງ ກໍຈະແມ່ນ ຫຼື ຈະເປັນແນວໂນ້ມຫຼັກ ຂອງພວກ
ຜູ້ຊື້ຊາວຈີນ ກໍແມ່ນວ່າ ສ່ວນຫຼາຍ ພວກເຂົາເຈົ້າມີລູກຄົນດຽວ ສະນັ້ນ ພວກເຂົາເຈົ້າ
ມັກຈະລົງທຶນຢູ່ນອກປະເທດ ບ່ອນທີ່ລູກຂອງເຂົາເຈົ້າໄປຮຽນຢູ່ມະຫາວິທະຍາໄລ ຫຼື
ບ່ອນທີ່ພວກເຂົາເຈົ້າຈະໄປຕັ້ງຖິ່ນຖານຢູ່. ສະນັ້ນ ເງິນກໍຈະຕິດຕາມຄອບຄົວໄປພ້ອມ
ເຊັ່ນກັນ.”

ໃນປີ 2014 ໄດ້ມີການກະປະມານວ່າ ການລົງທຶນຂອງຊາວຈີນ ທີ່ໄດ້ທຸ້ມເທເຂົ້າໄປໃນ
ອອສເຕຣເລຍ ມີມູນຄ່າເຖິງ 8.35 ຕື້ໂດລາ. ບັນດານັກຊ່ຽວຊານ ຢູ່ທີ່ມະຫາວິທະຍາໄລ
Sydney ເຊື່ອວ່າ ຕົວເລກນັ້ນ ຈະເພີ້ມຂຶ້ນອີກ ໃນຂະນະທີ່ພວກນັກລົງທຶນໃນຈີນ ໄດ້ຖືກ
ດຶງດູດຈິດໃຈ ໂດຍພາບພົດເສດຖະກິດ ຂອງອອສເຕຣເລຍ ທີ່ຂ້ອນຂ້າງ ຢູ່ໃນທາງບວກ
ແລະ ສະຖາບັນທີ່ໝັ້ນຄົງ ນັ້ນ.

XS
SM
MD
LG