ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ບໍລິສັດ ​ເກົາ​ຫຼີ​ໃຕ້​​ ເລີ້ມຮູ້ສຶກ​ ເຖິງຜົນ​ກະທົບ ໃນການຕິດຕັ້ງ ລະບົບລູກສອນໄຟ


ຮ້ານ Lotte ທີ່ເຫັນປິດຢູ່ ໃນເມືອງ Hangzhou ແຂວງ Zhejiang ປະເທດຈີນ.
ຮ້ານ Lotte ທີ່ເຫັນປິດຢູ່ ໃນເມືອງ Hangzhou ແຂວງ Zhejiang ປະເທດຈີນ.

ບໍລິສັດ​ເກົາ​ຫລີ​ໃຕ້ໃນ​ຈຳນວນ​ເພີ້​ມຂຶ້ນ ​ເລີ້ມຮູ້ສຶກ​ເຖິງຜົນ​ກະທົບ​ໃ​ນທາງ​ລົບ​ຢ່າງ​ແຮງ
​ຈາກຈີນ​ ຕິດ​ຕາມ​ມາ ກ່ຽວ​ກັບ​ການ​ຕັດສິນ​ໃຈ​ຂອງ Seoul ທີ່​ເລີ້ມການຕິດ​ຕັ້ງລະບົບ
​ປ້ອງ​ກັນ​ລູກ​ສອນ​ໄຟ ຂອງ​ສະຫະລັດ ຢູ່​ໃນເກົາຫຼີ​ໃຕ້​. ບັນດາ​ພະ​ນັກ​ງານ​ຈີນ​ ຂອງ​ບໍລິ
ສັດ​ເກົາຫລີ​ໃຕ້ ​ແລະ​ພວກເຮັດ​ວຽກ​ທີ່​ພົວພັນ​ກັບ​ອຸດສາຫະກຳ​ກ່ຽວຂ້ອງ ຍັງ​ພາກັນ​ຕົກ​
ຄ້າງໃນ​ບັນຫາ​ການ​ຂັດ​ແຍ້​ງດ້ານ​ການ​ທູດນີ້.

ແມ່ຍິງຄົນນຶ່ງຍາງຜ່ານຣ້ານ Lotte ໃນນະຄອນຫລວງປັກກິ່ງ.
ແມ່ຍິງຄົນນຶ່ງຍາງຜ່ານຣ້ານ Lotte ໃນນະຄອນຫລວງປັກກິ່ງ.

ກຸ່ມ​ Lotte ທີ່​ເປັນ​ບໍລິສັດ​ຂອງ​ເກົາຫລີ​ໃຕ້ ໄດ້ໃຫ້​ດິນແກ່​ທະຫານ​ເພື່ອ​ຕິດ​ຕັ້ງລະ​ບົບຕໍ່
ຕ້ານລູກ​ສອນ​ໄຟ​ ທີ່​ຍິງ​ມາ​ໃນ​ລະດັບ​ສູງ ທີ່​ເອີ້ນ​ວ່າ THAAD ນັ້ນ ​ມີ​ຫລາຍ​ກວ່າ 50
ຮ້ານ ​ໄດ້​ປິດ​ລົງ​ຢູ່​ໃນ​ປະ​ເທດ​ຈີນ.

ພວກພະນັກງານທີ່ເຫັນເຮັດວຽກຢູ່ໃກ້ກັບຫາງເຣືອບິນ Boeing 787-8 ທີ່ກຳລັງສ້າງ ໃຫ້ແກ່ ສາຍການບິນ Xiamen Airlines.
ພວກພະນັກງານທີ່ເຫັນເຮັດວຽກຢູ່ໃກ້ກັບຫາງເຣືອບິນ Boeing 787-8 ທີ່ກຳລັງສ້າງ ໃຫ້ແກ່ ສາຍການບິນ Xiamen Airlines.

ໂຄສົກ​ຂອງ​ບໍລິສັດ​ກ່າ​ວຕໍ່ວີ​ໂອ​ເອ ວ່າ 55 ຮ້ານ​ຂອງ​ບໍລິສັດ Lotte ​ໄດ້​ຖືກ​ປິດ​ ​ແລະ
​ພະນັກງານ​ຈີນປະມານ 7000 ຄົນ​ ຂອງ​ບໍລິ​ສັດ​ ໄດ້​ຮັບ​ຜົນ​ກະທົບ. ບໍລິສັດ Lotte
ກ່າວ​ວ່າ ມີພະນັກງານ​ຂອງ​ຕົນ​ຈຳນວນ​ປະມານ 20,000 ຄົນຢູ່​ໃນ​ປະ​ເທດ​ຈີນ. ບໍລິ
ສັດ​ມີ​ຮ້ານ​ຄ້າ​ແລະ​ສະຖານ​ທີ່​ຕ່າງໆ​ຢູ່ປະມານ 115 ​ແຫ່ງ ໃນເກົາຫຼີ​ໃຕ້.

ຮ້ານ Lotte ທີ່ເຫັນປິດຢູ່ເມືອງ Hangzhou ແຂວງ Zhejiang ປະເທດຈີນ.
ຮ້ານ Lotte ທີ່ເຫັນປິດຢູ່ເມືອງ Hangzhou ແຂວງ Zhejiang ປະເທດຈີນ.

​ເຖິງ​ແມ່ນ​ວ່າ​ປະຫວັດການ​ຂາຍຂອງ​ບໍລິສັດ ປະກອບ​ເປັນພຽງ​ແຕ່ ​ພາກສ່ວນ​ນ້ອຍໆ​
ຂອງການ​ຂາຍທັງ​ໝົດ ​ຂອງ​ບໍລິສັດ Lotte ​ໃນ​ຕະຫລາດພົ້ນທະ​ເລ ​ທີ່ໃຫຍ່ສຸດ​ໃນ​
ປະ​ເທດຈີນ ຊຶ່ງ​ປະ​ເທດ​ດັ່ງກ່າວ ​ເປັນ​ຈຸດໝາຍທີ່ສຳຄັ​ນ​ແກ່ການ​ຄ້າ​ເກົາຫລີ​ໃຕ້ ແລະ
ບໍລິສັດ Lotte ບໍ່​ແມ່ນບໍລິສັດ​ດຽວເທົ່າ​ນັ້ນ ທີ່​ກຳລັງ​ໄດ້​ຮັບ​ຜົນ​ກະທົບ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG