ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເສດຖະກິດຈີນ ເຕີບໂຕຊ້າ ກວ່າທີ່ໄດ້ ຄາດໝາຍໄວ້


ພວກພະນັກງານ ກຳລັງຢ່າງອອກຈາກບ່ອນກໍ່ສ້າງ ທີ່ເຂດ ສູນກາງ ທຸລະກິດໃນນະຄອນປັກກິ່ງ.
ພວກພະນັກງານ ກຳລັງຢ່າງອອກຈາກບ່ອນກໍ່ສ້າງ ທີ່ເຂດ ສູນກາງ ທຸລະກິດໃນນະຄອນປັກກິ່ງ.

ເສດ​ຖະກິດ​ຈີນ ​ໄດ້​ເຕີບ​ໂຕ​ຊ້າທີ່ສຸດ ​ໃນຮອບ 24 ປີ ​ແລະ​ທ່າ
ອຽງທີ່ຊັກຊ້າລົງ ກໍຄາດວ່າ​ຈະ​ດຳເນີນຕໍ່ໄປໃນ​ປີ 2015 ນີ້ ​ອີງ​
ຕາມໂຕເລກ​ໃໝ່ ທີ່​ປັກ​ກິ່​ງ ຫາກໍນຳອອກເຜີຍແຜ່.

ລັດຖະບານ​ຈີນ ກ່າວໃນ​ວັນ​ອັງຄານ​ມື້​ນີ້​ວ່າ ​ເສດຖະກິດ​ຂອງ​
ຕົນ​ເຕີບ​ໂຕ​ພຽງ​ແຕ່ 7.4 ​ເປີ​ເຊັນ​ໃນ​ປີ 2014 ທີ່ໄດ້ພາດເປົ້າ
ໝາຍເລັກນ້ອຍ ຕໍ່​ການ​ທຳນາຍ​ໄວ້ ໃນ​ອັດຕາ 7.5 ​ເປີ​ເຊັນນັ້ນ.

ບັນດາ​ນັກວິ​ເຄາະກ່າວ​ວ່າ ອັດຕາ​ດັ່ງກ່າວ​ບໍ່​ໄດ້​ຂີ້ຮ້າຍ​ດັ່ງທີ່ມັນ
ຄວນອາດຈະເປັນເລີຍ ​ໃນ​ປີ​ທີ່​ການ​ກູ້​ຢືມ​ບໍ່ມີການໃຊ້ຄືນຖີບ
ໂຕສູງຂຶ້ນ ສີນ​ເຊື່ອ​ລົ້ມ​ລະລາຍ ​ແລະ​ລາຄາ​ອະສັງຫາລິມມະຊັບ​
ທີ່​ສຳຄັນໆ​ຕົກຕຳ່ລົງ.

ລາຄາ​ຊັບສິນ​ຕ່າ​ງໆ​ຄາດ​ວ່າ ຈະສືບຕໍ່ແກ່ດຶງເສດຖະກິດ​ໃນ​ປີ 2015 ພ້ອມ​ດ້ວຍ​ອຳນາດ​ທີ່​
ຈະກໍ່ໃຫ້ເກີດຜົນກະທົບຕໍ່ພາກສ່ວນອື່ນໆຂອງເສດຖະກິດ​. ບັນດາ​ຜູ້​ຊ່ຽວຊານ ມີ​ຄວາມ
ເປັນ​ຫ່ວງ​ກ່ຽວ​ກັບການ​ເລີ້ມວົງຈອນຂອງພາວະເງິນຝືດ ທີ່​ອາດ​ຈະ​ເຮັດ​ໃຫ້ຄວາມ​ຮຽກຮ້ອງ​ຕ້ອງການສິນຄ້າຢູ່ໃນ​ທົ່ວພາກສ່ວນຕ່າງໆຂອງອຸດສາຫະກຳພາຍໃນປະເທດຂອງຈີນ
ຊັກຊ້າ​ລົງ​.

ທະນາຄານ​ໂລກ ກ່າວ​ວ່າ ການ​ສືບຕໍ່ຊັກຊ້າ​ລົງ​ຂອງ​ຈີນອາດ​ຈະເປັນ​ຜົນ​ກະທົບ ​ຕໍ່​ຕະ
ຫລາດ​ໂລກ ໂດຍລົບລ້າງຜົນ​ດີກ່ຽວກັບກິດຈະກຳ​ເສດຖະກິດທີ່ເພີ້ມຂຶ້ນ ຢູ່​ ໃນຕະຫລາດ​
ແຮງ​ງານ ຂອງສະຫະລັດ ​ແລະ​ອັງກິດ.

ໂຕເລກ​ໃໝ່ຂອງ​ຈີນ ​ແມ່ນເປັນຜົນເຮັດໃຫ້ອົງກາ​ນກອງ​ທຶນສາກົນຫລຸດການທຳນາຍກ່ຽວ
ກັບການ​ເຕີບ​ໂຕຂອງ​ເສດຖະກິດໂລກລົງ​ໃນ​ສອງ​ປີ​ຂ້າງ​ໜ້າ. ​ແລະ​ຍັງ​ເຕືອນ​ວ່າ ຄວາມ​
ອ່ອນ​ແອ​ຢູ່ໃນ​ເ​ສດຖະກິດ​ທີ່​ສຳຄັນໆຂອງໂລກຈະ​ມີນ້ຳໜັກກວ່າ ​ຜົນຂອງການຫລຸດລາ
ຄານໍ້າມັນ​ຕໍ່າລົງ ຊຶ່ງ​ບັນດາ​ຜູ້​ບໍລິ​ໂພ​ກ​ໄດ້​ມີ​ຄວາມ​ປິ​ຕິ​ຍິນ​ດີ​ໃນ​ຫວ່າງ​ບໍ່​ເທົ່າ​ໃດ​ອາທິ​ທີ່
ຜ່ານມານີ້.

CHINA ECONOMY VOSOT
please wait
Embed

No media source currently available

0:00 0:01:58 0:00

XS
SM
MD
LG