ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນັກສິນລະປິນ Ai Weiwei ສົ່ງເງິນຄືນ ໃຫ້ແກ່ບັນດາ ຜູ້ສະໜັບສະໜູນ (ວີດິໂອ)


ນັກສີນລະປິນ ທີ່ມີຊື່ສຽງຂອງຈີນ ທ່ານ Ai Weiwei ໄດ້​ເລີ້ມ​ສົ່ງ​ເງິນ 1 ລ້ານ 3 ​ແສນ​ໂດ​ລາ ຄືນໃຫ້ແກ່ຜູ້ ສະໜັບສະໜຸນ
ນັກສີນລະປິນ ທີ່ມີຊື່ສຽງຂອງຈີນ ທ່ານ Ai Weiwei ໄດ້​ເລີ້ມ​ສົ່ງ​ເງິນ 1 ລ້ານ 3 ​ແສນ​ໂດ​ລາ ຄືນໃຫ້ແກ່ຜູ້ ສະໜັບສະໜຸນ
ນັກ​ສິນລະ​ປິນ​ທີ່​ມີ​ຊື່​ສຽງ​ຂອງ​ຈີນ​ພ້ອມ​ທັງ​ເປັນ​ນັກ​ຄັດຄ້ານ​ລັດ
ຖະບານ ທ່ານ Ai Weiwei ກ່າວ​ວ່າ ລາວ​ໄດ້​ເລີ້ມ​ສົ່ງ​ເງິນ 1
ລ້ານ 3 ​ແສນ​ໂດ​ລາທີ່​ບໍລິຈາກໂດ​ຍບັນດາ​ຜູ້​ໃຫ້ການ​ສະໜັບ
ສະໜຸນນັ້ນ ຄືນ​ໃຫ້​ແກ່ ​ເຈົ້າຂອງ ຫລັງ​ຈາກ​ທຸກ​ຊ່ອງທາງ​ໃນ
ດ້ານ​ກົດໝາຍ​ໄດ້​ໝົດ​ລົງ ​ເພື່ອ​ຕໍ່​ສູ້​ກັບ​ການ​ກ່າວ​ຫາ​ຫລີກ​ລ້ຽງ
ໜີ​ພາສີນັ້ນ.


ທ່ານ Ai ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ ​ໃນ​ວັນ​ພຸດ​ວານ​ນີ້​ວ່າ ທ່ານ​ແລະ​ພວກ ​ສະໜັບສະໜຸນ​ໄດ້ເຮັດ​ທຸກ​ວິ​ທີ​ທາງ​ແລ້ວ​ເທົ່າທີ່​ເຂົາ​ເຈົ້າ​ສາມາດ​ເຮັດ​ໄດ້ ​ແລະ​ບັດ​ນີ້ ​ເງິນ​ບໍລິຈາກ​ນັ້ນ ​ຕ້ອງ​ໄດ້​ສົ່ງຄືນ​ໃຫ້​ແກ່​ເຈົ້າຂອງ.

ບັນດາ​ຜູ້​ສະໜັບສະໜຸນ​ ທ່ານ Ai ຫລາຍ​ສິບ​ພັນ​ຄົນ ​ໄດ້​ສົ່ງ​ເງິນ​ໄປ​ໃຫ້​ທ່ານ ຫລັງ​ຈາກ​ທ່ານ ​ແລະ​ບໍລິສັດ​ Fake Cultural Development ​ຂອງ​ທ່ານ ​ເມື່ອ​ມໍ່ໆ​ມາ​ນີ້​ໄດ້ເສຍ​ໄຊ​ໃນການຂໍ​ອຸທອນ​ຄັ້ງ​ສຸດ​ທ້າຍຕໍ່​ການ ​ປັບ​ໃໝ 2 ລ້ານ 4 ​ແສນ​ໂດ​ລາ ກ່ຽວ​ກັບ​ຂໍ້​ຫາ​ຫລົບ​ຫລີກ​ພາສີ ໂດຍ ຫ້ອງການ​ພາສີ​ ​ໃນ​ນະຄອນຫຼວງປັກ​ກິ່ງ ປີກາຍ​ນີ້.

ບັນດາ​ຜູ້​ສະໜັບສະ​ໜຸນ ​ໄດ້​ຊ່ວຍ​ທ່ານ​ຊອກຫາ​ເງິນ​ 1 ລ້ານ 3 ​ແສນ​ໂດ​ລາ ເພື່ອ​ມາ​ຈ່າຍ​ຄ່າ​ປັບ​ໃໝ​. ​ແຕ່​ທ່ານ Ai ກ່າວ​ວ່າ ທ່ານຈະ​ບໍ່​ຈ່າຍ​ສ່ວນ​ທີ່​ຍັງ​ເຫລືອ​ຂອງ​ການ​ປັບ​ໃໝຊຶ່ງ​ອາດ​ຈະພາໃຫ້​ມີການ​ປະ​ເຊີນ​ໜ້າ ​ກັນ​ກັບລັດຖະບານກໍ​ເປັນ​ໄດ້.

ທ່ານ Ai ຜູ້​ທີ່​ກ້າເວົ້າກ້າ​ວ່າ ກ່ຽວ​ກັບ​ເລື່ອງ​ສິດທິ​ມະນຸດ ​ໂດຍຜ່ານ​ທາງ ຕາໜ່າງອິນ​ເຕີ​ແນັດ ​ແລະ​ງານ​ສິນລະປິນຂອງທ່ານນັ້ນ ກ່າວ​ວ່າ ການ​ກ່າວ​ຫາ​ຕໍ່​ທ່ານ ​ແມ່ນ​ມີ​ຈຸດປະສົງ​ທາງການ​ເມືອງ ​ແລະ​ມີ​ເຈດ​ຕະນາທີ່​ຈະ​ປິດ​ປາກປິດ​ສຽງ ​ໃນCycloneການ​ເຄື່ອນ​ໄຫວ​ດ້ານ​ການ​ເມືອງ​ຂອງ​ທ່ານ.

ເບິ່ງວີດິໂອທ່ານ Ai Wei Wei ເຕັ້ນລໍາຈັງຫວະ Gangnam
XS
SM
MD
LG