ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ກຸ່ມລົງ​ທຶນ​ຈາກ​ຈີນ​ ຈະ​ພັດທະນາ​ ບຶງ​ທາດຫລວງ ລະຍະ​ທີ 1 ໃຫ້ແລ້ວເສັດ ພາຍໃນປີນີ້


ພາບຈຳລອງ ເມືອງໃໝ່ ບຶງທາດຫລວງ
ພາບຈຳລອງ ເມືອງໃໝ່ ບຶງທາດຫລວງ

ກຸ່ມລົງ​ທຶນ​ຈາກ​ຈີນ​ຈະ​ດຳ​ເນີນ​ການພັດທະນາ​ເຂດ​ເສດຖະກິດ
​ສະ​ເພາະ ບຶງ​ທາດຫລວງ ລະຍະ​ທີ 1 ​ໃຫ້​ສຳ​ເລັດ ​ແລະ ຈະ​ເປີດ
​ໃຫ້ການ​ບໍລິການ​ທາງ​ທຸລະ​ກິດ​ການ​ຄ້າ​ ​ແລະ ຄວາມ​ບັນ​ເທີ​ງ
ຢ່າງ​ຄົບ​ຊຸດ ​ໃນ​ທ້າຍ​ປີ 2015 ນີ້.

ທ່ານ​ຫລິວ ຈຸນ ຜູ້ອຳນວຍການ​ຝ່າ​ຍການຈຳໜ່າຍ ຂອງ​ກຸ່ມ​ບໍລິສັດ Wan Feng
Shanghai ຈາກ​ຈີນ ຖະ​ແຫລ​ງຢືນຢັນ​ວ່າ ການ​ພັດທະນາ​ເຂດ​ເສດຖະກິດ​ສະ​ເພາະ
ບຶງ​ທາດຫລວງ​ໃນ​ນະຄອນຫລວງ​ວຽງ​ຈັນ ​ໄດ້​ດຳ​ເນີນ​ໄປ ຢ່າງ​ຕັ້ງໜ້າ ​ແລະ ໝັ້ນ​ໃຈ​ວ່າ
ການ​ດຳ​ເນີນ​ງານ​ໃນ​ລະຍະ​ທີ 1 ຂອງ​ໂຄງການ ຈະ​ສຳ​ເລັດ ​ແລະ ​ເລີ້ມ​ເປີດ​ໃຫ້​ບໍລິການ​
ທາງ​ທຸລະ​ກິດ​ການ​ຄ້າ ​ແລະ ຄວາມ​ບັນ​ເທີ​ງຢ່າງ​ຄົບ​ຊຸດ​ໄດ້​ໃນ​ທ້າຍ​ປີ 2015 ນີ້.

​ໂດຍ​ກຸ່ມ​ບໍລິສັດ Wan Feng Shanghai ຈຳກັດ​ ​ໄດ້​ນຳ​ໃຊ້​ເງິນ​ທຶນ​ໄປ​ແລ້ວຫຼາຍກວ່າ
100 ລ້ານ​ໂດ​ລາ ນັບ​ແຕ່​ທ້າຍ​ປີ 2012 ​ເປັນຕົ້ນມາ ​ແລະ ​ເຖິງ​ປັດຈຸບັນ​ກໍ​ໄດ້​ຄືບ​ໜ້າ​ໄປ
​ຕາມ​ແຜນການ​ທີ່​ວາງ​ໄວ້ ​ເປັນ​ສ່ວນ​ໃຫຍ່ ​ເຊັ່ນການ​ກໍ່ສ້າງ​ຖະໜົນຍາວ 400 ​ແມັດ ກວ້າງ
36 ​ແມັດ ​ເຊື່ອມ​ຕໍ່​ຈາກ​ສາມ​ແຍກໂພນ​ທັນ ​ເຂົ້າມາ​ໃນໂຄງການ ການວາງ​ແນວ​ສາຍ​ສົ່ງ
​ກະ​ແສ​ໄຟຟ້າ ລະບົບ​ນ້ຳ​ປະປາ ລະບົບ​ການ​ກຳຈັດ​ນ້ຳ​ເປື້ອນ ການວາງ​ແນວ​ຖະໜົນ​ໃນ
​ໂຄງການ ການ​ຂຸດ​ສວນ​ນ້ຳ​ໃນ​ພື້ນ​ທີ່ 50 ​ເຮັກຕາ.

ພິທີ ວາງສີລາລຶກ ໂຄງການພັດທະນາ ເຂດເສດຖະກິດ ສະເພາະ ບຶ່ງທາດຫລວງ ເມື່ອວັນທີ 22 ທັນວາ 2012.
ພິທີ ວາງສີລາລຶກ ໂຄງການພັດທະນາ ເຂດເສດຖະກິດ ສະເພາະ ບຶ່ງທາດຫລວງ ເມື່ອວັນທີ 22 ທັນວາ 2012.

​ພ້ອມກັນ​ນີ້ ກໍ​ໄດ້​ດຳ​ເນີນ​ການ​ກໍ່ສ້າງ Condominium ສູງ 19 ຊັ້ນ
ຈຳນວນ 12 ອາຄານ ຊຶ່ງ​ຄາດ​ວ່າ ຈະເສັດ​ສົມບູນ​ໃນ​ເດືອນ​ຕຸລາ
2016 ສະນັ້ນກຸ່ມ​ບໍລິສັດ​ຜູ້​ລົງທຶນ​ໃນ​ໂຄງການ ຈຶ່ງ​ໄດ້​ເລີ້ມ​ເປີດ​ໃຫ້
​ຄົນ​ລາວ ​ແລະ ຊາວ​ຕ່າງ​ຊາດ​ສາມາດ​ຈັງ​ຊື້​ຫ້ອງ​ພັກ ​ແລະ ສຳນັກ
ງານຢູ່ Condominium ທັງ 12 ອາຄາ ນັບ​ແຕ່​ເດືອນ​ມີນາ 2015
​ເປັນຕົ້ນ​ໄປ ​ໂດຍ​ມີ​ລາຄາ​ເລີ້ມ​ຕົ້ນທີ່ 400,000 ສຳ​ຫລັບ​ຫ້ອງ​
ຂະ​ໜາດ 4 ຫ້ອງ​ນອນ ​ແລະ 4 ຫ້ອງ​ນ້ຳ.

ນອກຈາກ​ນັ້ນ ພາກສ່ວນ​ທີ່​ຈະ​ກໍ່ສ້າງ​ແລ້ວ​ເສັດ​ໃນ​ທ້າຍ​ປີ 2015 ນີ້
ຍັງ​ລວມທັງ​ສິ່ງ​ອຳນວຍ​ຄວາມ​ສະດວກ​ຕ່າງໆ ​ເຊັ່ນຖະໜົນ​ພາຍ​ໃນ​
ໂຄງການ ​ເຂດ​ສີຂຽວ ​ແລະ ທິວ​ທັດ ການ​ຕິດຕັ້ງລິ​ຟ ​ໃນ​ອາຄານ ຄິວ​ລົດ​ໂດຍສານ ຕະຫຼາດສົດ ຊຸບ​ເປີ​ມາກ​ເກັດ ສະຖານ​ທີ່​ບັນ​ເທີ​ງຕ່າງໆ ລຽບ​ຕາມ​ແຄມ​ໜອງ​ນ້ຳ​ໃຫຍ່ ​ເຊັ່ນ​
ຫ້ານ​ອາຫານ ສະຖານ​ທີ່​ສະ​ແດງ​ສິນລະປະ ສາລະ ​ແ​ລະ ບ່ອນຫລິ້ນເກມທາງນ້ຳ ສະໜາມ
ເທັນນິສ ສະໜາມເຕະບານ ສະໜາມໄດຣກັອຟ ແລະ ອື່ນໆ.

ສ່ວນໃນເດືອນທັນວາປີນີ້ ກໍຈະເລີ້ມລົງມືກໍ່ສ້າງຮ້ານສັບພະສິນຄ້າຄົບວົງຈອນ ທີ່ປະກອບ
ດ້ວຍຮ້ານຄ້າປອດພາສີ ຮ້ານອາຫານ ຮ້ານກາເຟ ໂຮງໜັງ ສວນສະນຸກ ຮ້ານອາຫານ
ພື້ນເມືອງນານາຊາດ ຮ້ານນວດ ຫຼື Spa ສູນສຸຂະພາບ ແລະ ຄວາມງາມ ບ່ອນຈອດ
ລົດຍົນ ແລະ ອື່ນໆ ໃຫ້ແລ້ວເສັດພ້ອມກັບ ຄອນໂດມີນຽມ ໃນເດືອນຕຸລາ 2016 ດັ່ງກ່າວ.

ແຕ່ຢ່າງໃດກໍຕາມ ການພັດທະນາດັ່ງກ່າວນີ້ ກໍໄດ້ດຳເນີນໃນທ່າມກາງ ສະພາບການ
ທີ່ກຸ່ມບໍລິສັດຈີນ ກໍຍັງບໍ່ສາມາດຕົກລົງກັບປະຊາຊົນລາວ ທີ່ພັກອາໄສ ຢູ່ໃນເຂດບຶງ
ທາດຫລວງ ໄດ້ເລີຍ ເນື່ອງຈາກກຸ່ມບໍລິສັດຈີນ ຈະຊົດເຊີຍຄ່າທີ່ດິນ ໃນອັນຕາທີ່ຕ່ຳກວ່າ
ຄວາມເປັນຈິງ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງຂອງລາວໄດ້ໃຫ້ການຢືນຢັນວ່າ:

“ຜ່ານມານີ້ ກະຖືວ່າ ມັນບໍ່ໄປຕາມລະບົບເລີຍ ເກີດມີບັນຫາຄວາມຫຍຸ້ງຍາກ
ເພາະວ່າບໍລິສັດນີ້ ໄປກວມເອົາດິນປະຊາຊົນ ໂຕນີ້ນີ່ ຄັນວ່າມັນໄປກວມດິນ
ປະຊາຊົນແລ້ວ ກໍຕ້ອງໄດ້ແກ້ ໃຫ້ບໍລິສັດເປັນຜູ້ທົດແທນ ຫຼືວ່າ ຄັນປະຊາຊົນ
ບໍ່ໃຫ້ ບາງເທື່ອນີ່ ກະບໍ່ໄດ້ເພາະວ່າ ມັນບ່ອນທຳມາຫາກິນຂອງເຂົາເດ້.”

ທັງນີ້ ໂດຍໂຄງການພັດທະນາເມືອງໃໝ່ ຢູ່ບຶງທາດຫລວງມີເນື້ອທີ່ສຳປະທານ 365
ເຮັກຕາ ຊຶ່ງເຮັດໃຫ້ຈະຕ້ອງມີການເວນຄືນທີ່ດິນຂອງປະຊາຊົນລາວຈຳນວນທັງໝົດ
480 ຕອນ ໂດຍຫລ້າສຸດ ກຸ່ມລົງທຶນຈາກຈີນ ໄດ້ລາຍງານວ່າ ສາມາດຕົກລົງ ແລະ
ຈ່າຍຄ່າຊົດເຊີຍໃຫ້ກັບປະຊາຊົນລາວໄປແລ້ວ 98 ເປີເຊັນ ຄິດເປັນມູນຄ່າກວ່າ 10
ລ້ານໂດລາ ຈຶ່ງຍັງເຫຼືອອີກພຽງແຕ່ 2 ເປີເຊັນເທົ່ານັ້ນ ທີ່ຍັງບໍ່ສາມາດຕົກລົງກັນໄດ້.

XS
SM
MD
LG