ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ກຸ່ມທຸລະກິດຈີນ ເພີ່ມເງິນລົງທຶນ ເປັນ 5,000 ລ້ານໂດລາ ເພື່ອໃຊ້ໃນເຂດ ເສດຖະກິດສະເພາະ ບຶງທາດຫຼວງ


ພາບຈຳລອງ ຂອງເມືອງໃໝ່ ບຶງທາດຫຼວງ ໃນນະຄອນຫຼວງວຽງຈັນ
ພາບຈຳລອງ ຂອງເມືອງໃໝ່ ບຶງທາດຫຼວງ ໃນນະຄອນຫຼວງວຽງຈັນ

ກຸ່ມທຸລະກິດຈີນ ເພີ່ມເງິນລົງທຶນຈາກ 1,600 ລ້ານໂດລາ
ເປັນ 5,000 ລ້ານໂດລາ ເພື່ອໃຊ້ໃນການພັດທະນາເຂດ
ເສດຖະກິດສະເພາະ ບຶງທາດຫຼວງ ໂດຍໃນປັດຈຸບັນນີ້ ກໍ
ໄດ້ຂາຍອາຄານສູງ 19 ຊັ້ນ ໄປແລ້ວ 6 ອາຄານ.

ທ່ານແຝງ ອິນທິລາດ ຮອງປະທານຄະນະຄຸ້ມຄອງເຂດເສດຖະກິດສະເພາະ ບຶງທາດຫຼວງ
ຖະແຫລງວ່າ ການກໍ່ສ້າງອາຄານທີ່ພັກອາໄສສູງ 19 ຊັ້ນ ໄດ້ດຳເນີນການເສັດແລ້ວ 7 ອາ
ຄານ ຈາກແຜນການທີ່ວາງໄວ້ທັງໝົດ 12 ອາຄານ ໂດຍເຖິງປັດຈຸບັນ ກໍມີຊາວຕ່າງຊາດ
ແລະຄົນລາວຈາກຕ່າງປະເທດໄດ້ຈອງຊື້ອາຄານທີ່ພັກອາໄສໄປແລ້ວ 6 ອາຄານ ຊຶ່ງໃນນີ້
ລວມເຖິງ 1 ອາຄານທີ່ນັກທຸລະກິດຈີນ ຈອງຊື້ທັງອາຄານ ເພື່ອພັດທະນາ-ປັບປຸງ ເປັນ
ໂຮງແຮມລະດັບ 5 ດາວ ຈຳນວນ 128 ຫ້ອງພັກດ້ວຍ.

ເຈົ້າຄອງນະຄອນຫຼວງວຽງຈັນ ລົງສຳຫຼວດ ພື້ນທີ່ ການກໍ່ສ້າງ ຢູ່ທີ່ເຂດເສດຖະກິດສະເພາະ ບຶງທາດຫຼວງ ຂອງກຸ່ມບໍລິສັດຈີນ Wan Feng Shanghai.
ເຈົ້າຄອງນະຄອນຫຼວງວຽງຈັນ ລົງສຳຫຼວດ ພື້ນທີ່ ການກໍ່ສ້າງ ຢູ່ທີ່ເຂດເສດຖະກິດສະເພາະ ບຶງທາດຫຼວງ ຂອງກຸ່ມບໍລິສັດຈີນ Wan Feng Shanghai.

​ຂະນະທີ່ ທ່ານຫລິວ ຈຸນ ຜູ້ອຳນວຍການຝ່າຍການຈຳໜ່າຍ
ຂອງກຸ່ມບໍລິສັດ Wan Feng Shanghai ຈາກຈີນ ຖະແຫລງ
ວ່າ ການພັດທະນາເຂດເສດຖະກິດສະເພາະ ບຶງທາດຫຼວງ ໄດ້
ດຳເນີນໄປຢ່າງຕັ້ງໜ້າ ແລະ ໝັ້ນໃຈ ວ່າ ການດຳເນີນງານໃນ
ລະຍະທີ 1 ຂອງໂຄງການຈະສຳເລັດ ແລະເລີ່ມເປີດໃຫ້ບໍລິການ
ສູນການຄ້າ ຮ້ານອາຫານ ແລະຕະຫຼາດກາງຄືນໄດ້ໃນເດືອນ
ພຶດສະພາ 2016 ນີ້ ສ່ວນບັນດາຜູ້ທີ່ຈອງຊື້ອາຄານທີ່ພັກອາໄສ
ທັງ 7 ອາຄານ ກໍຈະສາມາດເຂົ້າໄປຢູ່ໄດ້ໃນເດືອນທັນວາປີນີ້
ແລະ ທີ່ເຫຼືອອີກ 5 ອາຄານ ກໍຈະກໍ່ສ້າງແລ້ວສຳເລັດພາຍໃນ
ເດືອນມິຖຸນາ 2017 ຕາມລຳດັບ.

ໂດຍກຸ່ມບໍລິສັດ Wan Feng Shanghai ຈຳກັດ ໄດ້ນຳໃຊ້ເງິນທຶນໄປແລ້ວຫຼາຍກວ່າ
200 ລ້ານໂດລາ ນັບແຕ່ທ້າຍປີ 2012 ເປັນຕົ້ນມາ ແລະກໍໄດ້ຄືບໜ້າຕາມແຜນການ ທີ່
ວາງໄວ້ ເຊັ່ນ ການກໍ່ສ້າງຖະໜົນຍາວ 400 ແມັດ ກວ້າງ 36 ແມັດ ເຊື່ອມຕໍ່ຈາກສາມແຍກ
ໂພນທັນ ເຂົ້າມາໃນໂຄງການ ການວາງແນວສາຍສົ່ງກະແສໄຟຟ້າ ລະບົບນ້ຳປະປາ ລະ
ບົບກຳຈັດນ້ຳເປື້ອນ ການວາງແນວຖະໜົນ ໃນໂຄງການ ແລະ ການຂຸດສວນນ້ຳໃນພື້ນທີ່
50 ເຮັກຕາ ລວມເຖິງກໍ່ສ້າງສິ່ງອຳນວຍຄວາມສະດວກຕ່າງໆ ຢ່າງຄົບຊຸດ ຊຶ່ງກໍເຮັດໃຫ້
ຕ້ອງເພີ່ມເງິນລົງທຶນຈາກເດີມ 1,600 ລ້ານໂດລາ ເປັນ 5,000 ລ້ານໂດລາ.

ພື້ນທີ່ກໍ່ສ້າງ ໂຄງການພັດທະນາເມືອງໃໝ່ ຢູ່ບຶງທາດຫຼວງ ມີເນື້ອທີ່ ສຳປະທານ 365 ເຮັກຕາ ຊຶ່ງເຮັດໃຫ້ຕ້ອງມີການເວນຄືນທີ່ດິນ ຂອງປະຊາຊົນລາວ ຈຳນວນທັງໝົດ 480 ຕອນ.
ພື້ນທີ່ກໍ່ສ້າງ ໂຄງການພັດທະນາເມືອງໃໝ່ ຢູ່ບຶງທາດຫຼວງ ມີເນື້ອທີ່ ສຳປະທານ 365 ເຮັກຕາ ຊຶ່ງເຮັດໃຫ້ຕ້ອງມີການເວນຄືນທີ່ດິນ ຂອງປະຊາຊົນລາວ ຈຳນວນທັງໝົດ 480 ຕອນ.

ນອກຈາກນັ້ນ ພາກສ່ວນທີ່ໄດ້ກໍ່ສ້າງແລ້ວເສັດໃນທ້າຍປີ 2015
ກໍຍັງລວມເຖິງສິ່ງອຳນວຍຄວາມສະດວກຕ່າງທ ເຊັ່ນຖະໜົນ
ພາຍໃນໂຄງການ ເຂດສີຂຽວ ແລະທິວທັດ ການຕິດຕັ້ງລິຟທ໌
ໃນອາຄານ ຄິວລົດໂດຍສານ ຕະຫຼາດສົດ ຊຸບເປີ້ມາກເກັດ ສະ
ຖານທີ່ບັນເທີງຕ່າງໆ ລຽບຕາມແຄມໜອງນ້ຳໃຫຍ່ ເຊັ່ນ ຮ້ານ
ອາຫານ ສະຖານທີ່ສະແດງສິລະປະ ສະ ແລະບ່ອນຫຼິ້ນເກມ
ທາງນ້ຳ ສະໜາມເທັນນິສ ສະໜາມເຕະບານ ສະໜາມໄດຣ
ກລັອຟ ຮ້ານຄ້າປອດພາສີ ຮ້ານກາເຟ ໂຮງໜັງ ສວນສະນຸກ
ຮ້ານອາຫານນານາຊາດ ສູນສຸຂະພາບ ແລະຄວາມງາມ ບ່ອນ
ຈອດລົດ ແລະອື່ນໆ.

ໂຄງການພັດທະນາເມືອງໃໝ່ ຢູ່ບຶງທາດຫຼວງ ມີເນື້ອທີ່ສຳປະທານ 365 ເຮັກຕາ ຊຶ່ງເຮັດ
ໃຫ້ຕ້ອງມີການເວນຄືນທີ່ດິນຂອງປະຊາຊົນລາວ ຈຳນວນທັງໝົດ 480 ຕອນ ທັງນີ້ ກຸ່ມ
ລົງທຶນຈາກຈີນ ໄດ້ຈ່າຍຄ່າຊົນເຊີຍໃຫ້ກັບປະຊາຊົນລາວໄປແລ້ວ ຄິດເປັນມູນຄ່າລວມ
ຫຼາຍກວ່າ 10 ລ້ານໂດລາ ໂດຍຖືເປັນເຂດ 1 ໃນ 5 ເຂດເສດຖະກິດ ທີ່ຕັ້ງຢູ່ໃນເຂດ ນະ
ຄອນຫຼວງວຽງຈັນ ໃນປັດຈຸບັນ ດັ່ງເຈົ້າໜ້າທີ່ຂັ້ນສູງຂອງລາວ ໄດ້ໃຫ້ການຢືນຢັນວ່າ:

“ເຂດເສດຖະກິດພິເສດ ມາເຖິງປັດຈຸບັນນີ້ ໄດ້ມີ 5 ເຂດແລ້ວ ເຂດດັ່ງກ່າວ ຈະ
ເປັນເຂດອຸດສາຫະກຳ ແລະເຂດບໍລິການເລື່ອງທີ່ຢູ່ອາໄສ ແລະຊຸມຊົນ ແຕ່ສ່ວນ
ຫຼາຍເຂດດັ່ງກ່າວ ຈະຂ້ອນໄປຫາເຂດຊາຍແດນທີ່ມີບ່ອນຄົມມະນາຄົມສະດວກ
ໝາຍຄວາມວ່າ ໄປທາງຢູ່ແຄມແມ່ນ້ຳຂອງ.”

ພິທີເປີດ ນິຄົມອຸດສາຫະກຳ ແລະການຄ້າ ວຽງຈັນ-ໂນນທອງ ເຂດເສດຖະກິດສະເພາະດົງໂພສີ
ພິທີເປີດ ນິຄົມອຸດສາຫະກຳ ແລະການຄ້າ ວຽງຈັນ-ໂນນທອງ ເຂດເສດຖະກິດສະເພາະດົງໂພສີ

ໂດຍອີກ 4 ເຂດເສດຖະກິດ ທີ່ຕັ້ງຢູ່ໃນເຂດນະຄອນຫຼວງວຽງຈັນ
ກໍປະກອບດ້ວຍ ນິຄົມອຸດສາຫະກຳ ແລະ ການຄ້າ ວຽງຈັນ-
ໂນນທອງ ເຂດເສດຖະກິດສະເພາະດົງໂພສີ ເຂດເສດຖະກິດ
ສະເພາະ ລ່ອງແຖ່ງ-ວຽງຈັນ ແລະ ເຂດພັດທະນາກວມລວມ
ຢູ່ທີ່ເມືອງໄຊເສດຖາ.

ທັງນີ້ ລັດຖະບານລາວໄດ້ວາງແຜນການທີ່ຈະສ້າງຕັ້ງເຂດເສດ
ຖະກິດພິເສດ ແລະ ເຂດເສດຖະກິດສະເພາະ ໃຫ້ໄດ້ທັງໝົດ 58
ເຂດ ໃນທົ່ວປະເທດ ແລະມາເຖິງປັດຈຸບັນນີ້ ກໍສາມາດສ້າງຕັ້ງ
ໄດ້ແລ້ວ 13 ເຂດ ທີ່ມີມູນຄ່າການລົງທຶນລວມກັນຫຼາຍກວ່າ
4,000 ລ້ານໂດລາ ໂດຍບັນດາບໍລິສັດຈາກຈີນ ເປັນພາກສ່ວນ ທີ່ມີມູນຄ່າການລົງທຶນ
ຫຼາຍທີ່ສຸດ.

XS
SM
MD
LG